ຊາວອົສຕຣາລີ ຫຼາຍກວ່າ 13 ລ້ານຄົນໃຊ້ AI ທຸກໆມື້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ອົງການຈ້າງງານ ແລະ ທັກສະ ຂອງອົສຕຣາລີໄດ້ອອກບົດລາຍງານປະຈຳປີ 2026, ໂດຍເປີດເຜີຍວ່າຊາວອົສຕຣາລີໃຊ້ເຄື່ອງມືປັນຍາປະດິດ (AI) ໃນຊີວິດປະຈຳວັນເຖິງ 13.6 ລ້ານຄົນ. ໂດຍສະເພາະ, ກຸ່ມປະຊາກອນໃນໄວເຮັດວຽກ, ທີ່ມີອາຍຸ 25-34 ປີ ແລະ 35-49 ປີ, ໃຊ້ AI ທຸກໆມື້ເຖິງ 74% ແລະ 72% ຕາມລຳດັບ.
 
ຜົນການສຳຫຼວດພົບວ່າ: ຫຼາຍກວ່າ 60% ຂອງຜູ້ຕອບແບບສອບຖາມໄດ້ໃຊ້ AI ເພື່ອຊອກຫາຂໍ້ມູນ ແລະ ຄຳແນະນຳ ແລະ 39% ໄດ້ໃຊ້ເພື່ອສ້າງເນື້ອໃນສຳລັບການເຮັດວຽກ ຫຼື ການສຶກສາ.
 
ທ່ານ ທຣີເວີ ໂກລດ ຮັກສາການກຳມາທິການຂອງອົງການດັ່ງກ່າວ ລະບຸວ່າ: ການເຂົ້າໃຈການປ່ຽນແປງທີ່ເກີດຈາກ AI ແມ່ນມີຄວາມສຳຄັນຫຼາຍຕໍ່ການຊ່ວຍໃຫ້ອົສຕຣາລີກຽມພ້ອມສຳລັບໂອກາດ ແລະ ສິ່ງທ້າທາຍຕ່າງໆໃນຕະຫຼາດແຮງງານໃນອະນາຄົດ.