
ໄລຍະຜ່ານມາ, ອົງການປົກຄອງເມືອງໂຂງ ແຂວງຈຳປາສັກ ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ໂດຍໄດ້ສຸມໃສ່ 3 ວຽກງານຈຸດສຸມ ເພື່ອສ້າງຄວາມເຂັ້ມແຂງພາຍໃນໃຫ້ກຸ້ມຕົນເອງ ແລະ ຍົກລະດັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ ເປັນຕົ້ນຊຸກຍູ້ດ້ານການຜະລິດ ແລະ ກຸ່ມການຜະລິດເປັນສິນຄ້າ, ການພັດທະນາພື້ນຖານໂຄງລ່າງ ແລະ ຄົມມະນາຄົມ, ການສົ່ງເສີມຜູ້ປະກອບການ ແລະ ວິສາຫະກິດຂະໜາດນ້ອຍ.
ທ່ານ ພອນໄຊ ສັກປະສິດ ຫົວໜ້າຫ້ອງວ່າການເມືອງໂຂງ ໄດ້ລາຍງານໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 8 ສະໄໝທີ IX ໃນວັນທີ 20 ຕຸລາ 2026 ວ່າ: ເມືອງໂຂງ ໄດ້ເອົາໃຈໃສ່ຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ເພື່ອສະໜອງໃຫ້ແກ່ການບໍລິໂພກພາຍໃນເມືອງໃຫ້ພຽງພໍ. ປັດຈຸບັນ, ທົ່ວເມືອງໄດ້ສ້າງຕັ້ງກຸ່ມຜະລິດທັງໝົດ 33 ກຸ່ມ ແລະ ຮັບຮອງຢ່າງເປັນທາງການແລ້ວ 4 ກຸ່ມ ຄື: ກຸ່ມປູກພືດຜັກຄົບວົງຈອນ ບ້ານທ່າຄໍ້, ມີສະມາຊິກ 132 ຄົນ, ກຸ່ມລ້ຽງໝູ ບ້ານບຸ່ນນ້ອຍ ມີສະມາຊິກ 124 ຄົນ, ກຸ່ມປູກຢາສູບ ບ້ານດອນໂລງ ມີສະມາຊິກ 134 ຄົນ, ກຸ່ມຜະລິດເຟີນິເຈີແບບຄອບຄົວ ບ້ານຂີ້ນາກ ມີສະມາຊິກ 46 ຄົນ. ພ້ອມນັ້ນ ຍັງຊຸກຍູ້ສົ່ງເສີມກຸ່ມປູກເຂົ້າແນວພັນຈຳນວນ 5 ບ້ານ (ບ້ານກະດັນ, ຫ້ວຍ, ນາ, ຫົວລົບປາກດີ ແລະ ບ້ານທ່າໝາກເຫບ), ສ້າງຕັ້ງກຸ່ມປູກພືດ-ຜັກເຮືອນຮົ່ມ 1 ກຸ່ມ ຢູ່ບ້ານດອນຫວດ ມີ 8 ຫລັງ, ມີ 9 ຄອບຄົວ, ສາມາດປູກຜັກໄດ້ 2 ລະດູ, ມີລາຍຮັບສະເລ່ຍ 37 ລ້ານກີບຕໍ່ຄອບຄົວ); ສົ່ງເສີມການລ້ຽງສັດແບບເປັນຟາມ 9 ຟາມ (ຟາມລ້ຽງໝູຊີພີ 1 ຟາມ, ຟາມລ້ຽງຂະໜາດນ້ອຍ 5 ຟາມ ແລະ ຟາມລ້ຽງງົວ 3 ຟາມ) ພ້ອມທັງສົ່ງເສີມການລ້ຽງປານິນກະຊັງຢູ່ບ້ານຫີນສິ່ວ ແລະ ບ້ານດົງ (2 ຄອບຄົວ, ມີ 90 ກະຊັງ, ຜະລິດປານິນໄດ້ 63 ໂຕນ, ຄິດເປັນມູນຄ່າ 3,46 ຕື້ກີບ) ແລະ ສະຖານີເພາະພັນປາ ບ້ານນາ ສາມາດຜະລິດລູກປານິນ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງຂາຍຕ່າງເມືອງ-ຕ່າງແຂວງ ໄດ້ 1 ລ້ານໂຕ.
ດ້ານການພັດທະນາພື້ນຖານໂຄງລ່າງ ແລະ ຄົມມະນາຄົມ: ເພື່ອເຊື່ອມຈອດການສັນຈອນໃຫ້ສະດວກສະບາຍ, ວຽກງານພັດທະນາພື້ນຖານໂຄງລ່າງ ກໍຖືກຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ເຊັ່ນ: ສ້ອມແປງ-ຍົກລະດັບເສັ້ນທາງດິນແດງ ບ້ານໂພນວິໄຊ ຍາວ 7,5 ກິໂລແມັດ, ກໍ່ສ້າງທາງປູຢາງ 2 ຊັ້ນ ບ້ານພຽງດີ ຍາວ 2,55 ກິໂລແມັດ ມູນຄ່າ 4,9 ຕື້ກີບ ສໍາເລັດປູຢາງຊັ້ນ 1, ບ້ານພຽງດີ ຫາບ້ານນາກະສັງ ຍາວ 2,1 ກິໂລແມັດ ມູນຄ່າ 4,6 ຕື້ກີບ, ປະຕິບັດໄດ້ 80% ສໍາເລັດ ປູຢາງຊັ້ນ 1 ໄດ້ 50%; ກໍ່ສ້າງທາງປູຢາງ 2 ຊັ້ນ ບ້ານໂສດ-ນາປາກຽບ ຍາວ 35,5 ກິໂລແມັດ ມູນຄ່າ 115 ຕື້ກີບ, ປະຕິບັດໄດ້ 18,91%; ສໍາເລັດການສ້ອມແປງທາງດິນແດງ ບ້ານຫົວດອນຊ້າງໄພ ແລະ ບ້ານຫາງດອນຊ້າງໄພ ມູນຄ່າ 250 ລ້ານກີບ. ພິເສດ, ໂຄງການກໍ່ສ້າງ ທາງເບຕົງ ບ້ານເມືອງແສນ ຫາບ້ານກາງໂຂງ ຍາວ 8,1 ກິໂລແມັດ, ປະຕິບັດໃນໄລຍະທີ 1 ຍາວ 300 ແມັດ, ກວ້າງ 6 ແມັດ, ໜາ 20 ຊັງຕີແມັດ ມູນຄ່າ 1,38 ຕື້ກີບ ແລະ ທາງເບຕົງແຕ່ບ້ານຫົວໂຂງ-ບ້ານດົງ ຍາວ 3,1 ກິໂລແມັດ, ປະຕິບັດໄດ້ 30%, ທາງເບຕົງແຕ່ຫົວຂົວບ້ານຫ້ວຍ-ວັດບ້ານຫ້ວຍ ຍາວ 500 ແມັດ, ປະຕິບັດໃນໄລຍະທີ 1 ໄດ້ 50% ຂອງມູນຄ່າ ຊຶ່ງລ້ວນແຕ່ເປັນບາດກ້າວບຸກທະລຸທີ່ສຳຄັນ ໃນການຄົມມະນາຄົມຂອງເມືອງ.
ທ່ານ ພອນໄຊ ສັກປະສິດ ກ່າວຕື່ມວ່າ: ສ່ວນດ້ານການສົ່ງເສີມຜູ້ປະກອບການ ແລະ ວິສາຫະກິດຂະໜາດນ້ອຍ (SME): ເມືອງໂຂງຍັງໄດ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ໃຫ້ມີຄວາມເຂັ້ມແຂງ ເພື່ອສ້າງເປັນເສດຖະກິດປາຍແຫລມຂອງເມືອງ, ຜ່ານມາສາມາດສ້າງຜົນຜະລິດທີ່ໂດດເດັ່ນ ເຊັ່ນ: ການຜະລິດເສັ້ນເຝີ ໄດ້ 1,9 ລ້ານກິໂລກຣາມ (ມູນຄ່າ 53,20 ຕື້ກີບ), ການຜະລິດນ້ຳຕານກ້ອນ ໄດ້ 19.000 ກິໂລກຣາມ (ມູນຄ່າ 950 ລ້ານກີບ), ສະຫະກອນຜະລິດເຫລົ້າຂາວ ໄດ້ 1.315.000 ຂວດ (ມູນຄ່າ 18,75 ຕື້ກີບ), ສະຫະກອນຈັກສານໄມ້ປ່ອງ ບ້ານໂພນສະອາດ ຜະລິດໄດ້ 9 ລາຍການ (ກະບຸງ, ກະຕ່າໜ້ອຍ, ກະຕ່າໃຫຍ່, ຫວດ, ໂອ-ຂັນ, ໂຄມໄຟ ແລະ ກະຕຸ້ມໃສ່ໄກ່, ມູນຄ່າ 937,08 ລ້ານກີບ) ແລະ ກຸ່ມປຸຸງແຕ່ງປາ ພັດທະນາຊຸມຊົນດອນເຊໂຮງ ຜະລິດໄດ້ 6.950 ກິໂລກຣາມ (ມູນຄ່າ 253 ລ້ານກີບ). ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ຊຸກຍູ້ຜູ້ປະກອບການປັບປຸງມາດຕະຖານການບໍລິການສະຖານທີ່ທ່ອງທ່ຽວ ເຊັ່ນ: ເຮືອນພັກ ແລະ ຮ້ານອາຫານ ໃຫ້ມີຄວາມສະອາດສວຍງາມ ເພື່ອດຶງດູດນັກທ່ອງທ່ຽວຕື່ມອີກ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ