ປະທານປະເທດ ຕ້ອນຮັບທູດຕ່າງປະເທດປະຈໍາລາວ ເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າຂອງວັນທີ 22 ຕຸລາ 2026 ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:

  1. ທ່ານ ນາງ ເຈີໄມມາ ກໍດອນ-ດາຟ (H.E. Ms. Jemima GORDON-DUFF), ເອກອັກຄະລາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ ນະຄອນຫຼວງວຽງຈັນ;
  2. ທ່ານ ລີ ຈອງ ຮັອບ (H.E. Mr. LEE Jeong Hyop), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ ນະຄອນຫຼວງວຽງຈັນ;
  3. ທ່ານ ນາງ ນໍຣລີ ມູອັດຊາ ບິນຕີ ໂມຮາມັດ ນໍຣ (H.E. Ms. Norli Muadza Binti Mohd Noor), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ ນະຄອນຫຼວງວຽງຈັນ;
  4. ທ່ານ ແຊມ ສະລາຍເນີ (H.E. Mr. Sam Schreiner), ເອກອັກຄະລາຊະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກ ລຸກຊຳບວກ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ, ລາຊະອານາຈັກໄທ;
  5. ທ່ານ ນາງ ຄູລາ ໂຊເຟຍນູ (H.E. Ms. Koula SOPHIANOU), ເອກອັກ ຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໄຊປຣັດ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ ນະຄອນຫຼວງປັກກິ່ງ, ສປ ຈີນ;
  6. ທ່ານ ໂມຫາເມັດ ອັບດູນລາຮິ ເອວ ວິລາລີ (H.E. Mr. Mohamed Abdellahi El Boukhary El Vilaly), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ໂມລິຕາເນຍ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ ນະຄອນຫຼວງປັກກິ່ງ, ສປ ຈີນ;
  7. ທ່ານ ເບວໂລ ໂດ່ກອນ ດາຈິ ຮາລີຣູ (H.E. Mr. Bello Dogon-Daji Haliru), ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ໄນຈີເຣຍ ປະຈຳ ສປປ ລາວ, ມີສໍານັກງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ, ລາຊະອານາຈັກໄທ;
  8. ທ່ານ ອານເດຼດ ໂອເດັນເບຼອິດສ ກຼາບາໂຢ (H.E. Mr. André Odenbreit Carvalho), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ປະຈຳ ສປປ ລາວ, ມີສໍານັກງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ, ລາຊະອານາຈັກໄທ;
  9. ທ່ານ ນາງ ເຣນາຕາ ຢາຊີລີອໍນີແຕ (H.E. Mrs. Renata JASILIONYTĖ), ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ລິດຕົວນີ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ ສິງກະໂປ.

ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງບັນດາທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ຊຸກຍູ້ການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງບັນດາການນຳຂັ້ນສູງ ລວມທັງການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ, ເສີມຂະຫຍາຍການຮ່ວມມື ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ມີທ່າແຮງຮ່ວມກັນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈ ທີ່ສອງຝ່າຍໄດ້ຮ່ວມກັນລົງນາມ ໃຫ້ປະກົດຜົນເປັນຈິງ. ພ້ອມນີ້, ກໍສະເໜີໃຫ້ບັນດາທູດ ໄປຢ້ຽມຢາມບັນດາແຂວງຕ່າງໆຂອງ ສປປ ລາວ ເພື່ອເບິ່ງການພັດທະນາຕົວຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.

 ໃນໂອກາດດຽວກັນນີ້, ບັນດາທູດທີ່ເຂົ້າຍື່ນສານຕາຕັ້ງໃນຄັ້ງນີ້ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນ ຂອງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ, ພ້ອມທັງໄດ້ສະແດງຄວາມປິຕິຍິນດີທີ່ ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຍັງໄດ້ສະແດງຄວາມໝາຍໝັ້ນທີ່ຈະປະຕິບັດໜ້າທີ່ການທູດຂອງຕົນຢ່າງສຸດຄວາມສາມາດ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ກັບ ສປປ ລາວ ໃຫ້ນັບມື້ນັບໄດ້ຮັບການພັດທະນາ ແລະ ມີປະສິດທິຜົນສູງຍິ່ງໆຂຶ້ນ