ໃນວັນທີ 22-23 ຕຸລາ 2026 ແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ-ຮອງປະທານຄະນະກວດກາພັກແຂວງ, ບັນດາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 175 ສະຫາຍ, ຍິງ 33 ສະຫາຍ.
ກອງປະຊຸມ ໄດ້ດໍາເນີນພາຍໃຕ້ຄໍາຂວັນ “ເພີ່ມທະວີວຽກງານ ຕິດຕາມ, ກວດກາ ໃຫ້ເຂັ້ມງວດຮອບດ້ານ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ເດັດຂາດ, ໂປ່ງໃສ, ແລະ ທັນສະໄໝ ເພື່ອການພັດທະນາປະເທດຊາດ ທີ່ຍືນຍົງ”. ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາຄິດຄໍາເຫັນຂອງຜູ້ແທນກອງປະຊຸມຢ່າງເປັນຂະບວນຟົດຟື້ນ ແລະ ຮັບຮອງເອົາບັນຫາທີ່ສໍາຄັນ ເປັນຕົ້ນ: ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາ ໃນໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການເຄື່ອນໄຫວ 5 ປີໃນຕໍ່ໜ້າ (2026-2030); ແຜນພັດທະນາວຽກງານກວດກາ 5 ປີ (2021-2025) ແລະ ທິດທາງແຜນພັດທະນາວຽກງານກວດກາ 5 ປີໃນຕໍ່ໜ້າ (2026-2030); ເຜີຍແຜ່, ເຊື່ອມຊຶມທິດທາງວຽກງານຈຸດສຸມຂອງຄະນະກວດກາສູນກາງພັກແຕ່ປີ 2026-2030; ແຜນພັດທະນາວຽກງານກວດກາທົ່ວປະເທດຄັ້ງທີ V ແລະ ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V. ນອກຈາກນີ້ ຄະນະຈັດຕັ້ງແຂວງຍັງໄດ້ຜ່ານ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ ອົງການກວດກາລັດແຂວງ ແລະ ເມືອງ ຕື່ມອີກ.
ຕອນທ້າຍກອງປະຊຸມ ສະຫາຍ ວັນໄຊ ພອງສະຫວັນ ປະທານກອງປະຊຸມ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ເຊິ່ງສະຫາຍກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນຳ ກໍ່ຄືຄະນະກວດກາແຂວງວຽງຈັນ ໃນການຈັດຕັ້ງປະຕິບັດວຽກງານກວດກາ 5 ປີຂອງແຂວງ ຈົນໄດ້ຮັບຜົນສຳເລັດໃນຫຼາຍດ້ານ, ພ້ອມນີ້ ຍັງໄດ້ເນັ້ນຕໍ່ຄະນະພັກ, ຄະນະນຳ ຂອງແຂວງສືບຕໍ່ເຊື່ອມຊຶມໃຫ້ມັນເລິກເຊິ່ງ, ກຳໃຫ້ມັນໜັກແໜ້ນຕື່ມ ບັນດາເນື້ອໃນຕ່າງໆທີ່ໄດ້ກຳນົດໄວ້ ໃຫ້ນຳມາຜັນຂະຫຍາຍເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ. ສິ່ງສຳຄັນໃນວຽກງານກວດກາ ພວກເຮົາຈະຕ້ອງມີການຫັນປ່ຽນໃໝ່ ເປັນຕົ້ນ: 1) ວຽກງານກວດກາ ເປັນວຽກງານສຳຄັນຍຸດທະສາດ ແລະ ເປັນກົນໄກໜຶ່ງຂອງການນຳພາຂອງຂອງພັກ, ຂອງການບໍລິຫານລັດ. ສະນັ້ນ ການກວດກາພວກເຮົາໃນຕໍ່ໜ້າ ຕ້ອງໃຫ້ເຫັນທັງສອງດ້ານ ໜຶ່ງ: ແມ່ນເຫັນດ້ານດີ ຜ່ານການກວດກາໃຫ້ເຫັນໄດ້ຜົນສໍາເລັດຂອງຄະນະພັກແຕ່ລະຂັ້ນ ກໍ່ຄືການຈັດຕັ້ງທີ່ກ່ຽວຂ້ອງຂອງພັກ, ຂອງລັດ ອັນດີພວກເຮົາຕ້ອງໄດ້ສົ່ງເສີມ ແລະ ຜັນຂະຫຍາຍເປັນບົດຮຽນ ເພື່ອພ້ອມກັນປະຕິບັດໃຫ້ມັນກວ້າງຂວາງ, ດ້ານທີ່ສອງ ຕ້ອງໄດ້ກວດໃຫ້ເຫັນອັນໃດທີ່ເຫັນວ່າເປັນບັນຫາຈຸດອ່ອນ ຫຼື ວ່າຍັງບໍ່ທັນໄດ້ປະຕິບັດຄົບຖ້ວນ ຫຼື ມີອັນທີ່ບໍ່ຖືກຕ້ອງ ເພື່ອເປັນການສຶກສາອົບຮົມແນະນຳ ໃຫ້ເຂົາເຈົ້າມີການປັບປຸງປ່ຽນແປງຈຸດອ່ອນດັ່ງກ່າວ ແນ່ນອນຖ້າຜ່ານການກວດກາຫາກເຫັນມີພຶດຕິກຳລະເມີດຕໍ່ກົດລະບຽບຂອງພັກ, ຕໍ່ກົດໝາຍຂອງລັດ ຕ້ອງໄດ້ຈຳເປັນປະຕິບັດມາດຕະການຕ່າງໆຕາມລະບຽບກົດໝາຍ. 2) ຕ້ອງເພີ່ມທະວີໃນການຕິດຕາມ, ກວດກາພັກ ໃຫ້ເປັນປົກກະຕິ, ການກວດກາພັກ ບ່ອນອີງຫຼັກແມ່ນກົດລະບຽບຂອງພັກ ສິ່ງສຳຄັນແມ່ນຢາກໃຫ້ເນັ້ນການກວດກາຄວາມຮັບຜິດຊອບການເມືອງຂອງຜູ້ນຳພາ. 3) ການກວດກາລັດ ເປັນຕົ້ນເນັ້ນໜັກເອົາໃຈໃສ່ກວດກາບັນດາຂົງເຂດທີ່ມີຄວາມສ່ຽງ ຄື: ການລົງທຶນຂອງລັດ, ການລົງທຶນຂອງເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມາລົງທຶນຢູ່ລາວ ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ ແລະ ປະຕິບັດພັນທະຕາມລະບຽບກົດ ໝາຍແລ້ວຫຼືບໍ. ນອກຈາກນັ້ນ ຍັງມີການລັກລອບຂຸດຄົ້ນໄມ້, ຂຸດຄົ້ນແຮ່ທາດຕ່າງໆ ໂດຍສະເພາະບັນຫາທີ່ສັງຄົມໃຫ້ຄວາມກັງວົນໃນປັດຈຸບັນ ແມ່ນການລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນ ຖ້າບ່ອນໃດບໍ່ແກ້, ບ່ອນໃດເມີນເສຍ ຈະຕ້ອງໄດ້ມີມາດຕະການວິໄນ ໂດຍສະເພາະແມ່ນຜູ້ເປັນຫົວໜ້າຢູ່ບ່ອນຫັນ. 4) ວຽກງານຕ້ານການສໍ້ລາດບັງຫຼວງ ຕ້ອງໄດ້ເອົາໃຈໃສ່ເພີ່ມທະວີ ສຶກສາອົບຮົມພະນັກງານ, ສະມາຊິກພັກ ໂດຍສະເພາະແມ່ນການໂຄສະນາ, ເຜີຍແຜ່ ເຊື່ອມຊຶມ ບັນດານິຕິກຳ ຫຼືວ່າກົດໝາຍທີ່ຕິດພັນກັບວຽກງານດັ່ງກ່າວ ເພື່ອສ້າງສະຕິຄວາມເປັນເຈົ້າ ແລະ ຄວາມເຂົ້າໃຈຕໍ່ຜົນຮ້າຍຂອງການສໍ້ລາດບັງຫຼວງ. ວຽກງານທັງໝົດ ຈະໄດ້ຮັບການຈັດຕັ້ງຢ່າງມີປະສິດທິຜົນ ພວກເຮົາຕ້ອງໄດ້ເພີ່ມທະວີປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ, ສິດໜ້າທີ່ຂອງຄະນະກວດກາແຕ່ລະຂັ້ນ ລວມທັງການຝຶກອົບຮົມທາງດ້ານວິຊາສະເພາະໃຫ້ແກ່ພະນັກງານກວດກາພວກເຮົາ. ພະນັກງານກວດກາຕ້ອງເປັນຄົນທີ່ ມີຕາແຫຼມຄົມ, ຫູໄວ, ໃຈສັດຊື່, ມືສະອາດ ຂໍໃຫ້ 4 ບັນຫານີ້ໄປເປັນຄະຕິເຕືອນໃຈໃຫ້ແກ່ວຽກງານກວດກາພວກເຮົາ. ໂອກາດນີ້, ສະຫາຍ ໄດ້ມອບຄອມພິວເຕີຈໍານວນ 2 ຊຸດ, ເງິນສົດຈຳນວນ ໜຶ່ງຮ້ອຍລ້ານ ກີບໃຫ້ຄະນະກວດກາພັກແຂວງເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານກວດກາຂອງແຂວງ ແລະ ມອບເງິນຈຳນວນໜຶ່ງຮ້ອຍລ້ານ ກີບ ໃຫ້ແຂວງອີກດ້ວຍ.