ຜົນກວດກາ 1,000 ກວ່າໂຄງການຢູ່ແຂວງວຽງຈັນ: ພົບຫຼາຍໂຄງການລັດບໍ່ມີເງິນຄໍ້າປະກັນ ແລະ ຊຳລະເງິນຂ້າມຂັ້ນຕອນ

ໃນວັນທີ 22 ຕຸລາ 2026 ແຂວງວຽງຈັນ ໄດ້ເປີດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ-ຮອງປະທານຄະນະກວດກາພັກແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຈໍານວນ 175 ສະຫາຍ, ຍິງ 33 ສະຫາຍ.
ໂອກາດດັ່ງກ່າວສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນຂອງວຽກງານກວດກາວ່າ: ພັກປະຊາຊົນ ປະຕິວັດລາວ ຖືວຽກງານກວດກາເປັນວຽກງານຍຸດ ທະສາດສໍາຄັນຂອງພັກ ເພື່ອສ້າງຄວາມບໍລິສຸດຜຸດຜ່ອງພາຍໃນພັກ, ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຮັດໃຫ້ການຄຸ້ມຄອງບໍລິຫານລັດມີຄວາມໂປ່ງໃສ ແລະ ມີປະສິດທິພາບ, ເພື່ອຮັບປະກັນການ ພັດທະນາປະເທດຊາດ ໃຫ້ມີຄວາມຍືນຍົງ ດັ່ງທີ່ພັກເຮົາໄດ້ມີທິດນໍາວ່າ “ ບໍ່ມີການກວດກາ ກໍ່ບໍ່ມີການນໍາພາ” ມີແຕ່ຜ່ານການກວດກາ ຈຶ່ງຮູ້ໄດ້ວ່າແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດໝາຍຂອງລັດ ໄດ້ຈັດຕັ້ງຜັນຂະຫຍາຍຖືກຕ້ອງ ຫຼື ບໍ ແລະ ມີຜົນສໍາເລັດແນວໃດ; ເຊິ່ງບັນດາເນື້ອໃນເອກະສານ ທີ່ຈະນໍາມາສະ ເໜີຕໍ່ກອງປະຊຸມຄັ້ງນີ້ ລ້ວນແຕ່ແມ່ນເອກະສານທີ່ສໍາຄັນ ແລະ ເປັນເອກະສານຍຸດທະສາດ ຕໍ່ວຽກງານ ກວດກາຂອງພວກເຮົາ ສະນັ້ນ, ເຊື່ອໝັ້ນວ່າ ບັນດາສະຫາຍຜູ້ແທນກອງປະຊຸມ ຈະເຊີດຊູຄວາມ ຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາຄົ້ນຄວ້າ, ຕຶກຕອງ ແລະ ປະກອບຄໍາຄິດ ຄໍາເຫັນ ຕໍ່ເນື້ອໃນຕ່າງໆ ໃຫ້ມີຄວາມເລິກເຊິ່ງ, ໜັກແໜ້ນ ເພື່ອເປັນທິດ ຊີ້ນໍາໃຫ້ແກ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເປັນຈິງ ເຮັດໃຫ້ຄາດໝາຍທີ່ກອງປະຊຸມວຽກງານ ກວດກາ ກຳນົດທິດທາງແຜນການເຄື່ອນໄຫວ 05 ປີໃນຕໍ່ໜ້າ ບັນລຸຜົນສໍາເລັດຕາມຄາດໝາຍ.
ຈາກນັ້ນ, ສະຫາຍ ລໍາໄມ ກູດລາວົງ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງ ໄດ້ຜ່ານຮ່າງບົດສະຫຼຸບຕີລາການເຄື່ອນໄຫວວຽກງານກວດກາ 5 ປີ(2021-2025) ແລະ ທິດທາງແຜນການວຽກງານຈຸດສຸມ (2026-2030) ຂອງແຂວງວຽງຈັນ ເຊິ່ງສະຫາຍໄດຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ ແລະບົດຮຽນຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານໄລຍະ 5 ປີຜ່ານມາແຂວງວຽງຈັນ, ໂດສະເພາະສະຫາຍໄດ້ຍົກໃຫ້ເຫັນໄລຍະ 5 ປີຜ່ານມາແຂວງວຽງຈັນໄດ້ຕິດຕາມ ກວດກາ ການລົງທຶນຂອງລັດ ຈໍານວນ 1. 084 ໂຄງການ; ຜ່ານການຕິດຕາມ, ກວດກາ ໄດ້ມີການຈັດຕັ້ງປະຕິບັດ ຕົວຈິງ 519 ໂຄງການ ແລະ ເຫັນວ່າ ບາງໂຄງການບໍ່ມີການວາງເງິນຄໍ້າປະກັນ ຫຼື ໜັງສືຄໍ້າ ປະກັນສັນຍາ ເຊິ່ງບໍ່ສອດຄ່ອງ ກົດໝາຍ ວ່າດ້ວຍ ການລົງທຶນຂອງລັດ; ໂຄງການບູລະນະຮັກສາ ແລະ ສ້ອມແປງ ທາງຫຼວງທ້ອງຖິ່ນ (ບ້ວງ20%) ແມ່ນບໍ່ໄດ້ຜ່ານການຮັບຮອງ ຂອງສະພາປະຊາຊົນແຂວງ ແລະ ການຊຳລະບໍ່ໄດ້ ຜ່ານພະແນກ ແຜນການ ແລະ ການລົງທຶນ ແຂວງ ເພື່ອຢັ້ງຢືນການຊຳລະ; ໄດ້ຕິດຕາມ, ກວດກາໂຄງການລົງທຶນ ຂອງລັດເລີ່ມແຕ່ຫົວທີ ຈຳນວນ 5 ໂຄງການ ຄື: ໂຄງການກໍ່ສ້າງ ເສັ້ນທາງປູຢາງ 2 ຊັ້ນ ແຕ່ ບ້ານ ວຽງຄໍາ, ເມືອງ ວຽງຄໍາ ຫາ ບ້ານ ລິ້ງຊັນ, ເມືອງ ທຸລະຄົມ; ຜ່ານການຕິດຕາມ ກວດກາ ເຫັນວ່າ ມີການປ່ຽນແລວທາງໃໝ່ ເຮັດໃຫ້ໄລຍະທາງສັ້ນລົງ 150 ແມັດ ແລະມູນຄ່າ ກໍ່ສ້າງຫຼຸດລົງ 260 ລ້ານກີບ, ນອກຈາກນີ້ ຍັງພົບເຫັນການນໍາໃຊ້ເງິນຊົດເຊີຍສິ່ງກີດຂວາງ ທີ່ບໍ່ໄດ້ຈັດຕັ້ງປະຕິບັດ ແລະ ພັນທະງົບປະມານ 10% ລວມເປັນເງິນ 984 ລ້ານກີບ, ປະຈຸບັນໄດ້ຫັກລົບ ແລະ ໄດ້ດັດແກ້ສັນຍາແລ້ວ. ພ້ອມນີ້, ສະຫາຍ ເຄນ ເຮືອງຄໍາແສງ ຮອງປະທານຄະນະກວດກາພັກແຂວງ ໄດ້ຜ່ານຮ່າງ ແຜນພັດທະນາວຽກງານກວດກາແຂວງວຽງຈັນ ປີ 2026-2030.
ຫຼັງຈາກນັ້ນ, ເພື່ອເຮັດໃຫ້ກອງປະຊຸມດໍາເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງນັ້ນ ສະຫາຍ ວັນໄຊ ພອງສະຫວັນ ປະທານກອງປະຊຸມ ກໍໄດ້ມີຄຳເຫັນເຈາະຈີ້ມລົງເລິກບາງບັນຫາ ໂດຍສະເພາະແມ່ນບັນດາຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງຕ່າງໆນັ້ນ ເພື່ອໃຫ້ບັນດາສະຫາຍຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນ.