
ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 22 ຕຸລາ ແລະ ອັດລົງໃນຕອນແລງຂອງວັນທີ 23 ຕຸລາ 2026 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກ ລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນ ຕໍ່ 4 ວາລະສໍາຄັນ ຄື:
ວາລະທີ 1: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາການສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຄື: (1) ການປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ; ແລະ (2) ການຈັດຕັ້ງປະຕິບັດກອງທຶນທາງ ໃນປີ 2026 ແລະ ທິດທາງແຜນປີ 2027. ໃນນັ້ນ:
ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນຕຸລາ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການ ທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ໂດຍໄດ້ສົມທົບກັບທ້ອງຖິ່ນ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາຮາກຖານ ແລະ ຈຸດຫຼໍ່ແຫຼມ; ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເຊິ່ງສາມາດມ້າງຄະດີຢາເສບຕິດ 322 ເລື່ອງ, ກຸ່ມແກ້ງສະແກມເມີ 11 ຄັ້ງ, ເກັບກູ້ອາວຸດປືນໄດ້ 136 ກະບອກ, ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ ສາມາດຍຶດລົດຈົກໄດ້ 50 ຄັນ ແລະ ເຄື່ອງມື-ອຸປະກອນ ທີ່ນຳໃຊ້ເຂົ້າໃນການລັກລອບຈຳນວນໜຶ່ງ; ສຳເລັດການກະກຽມເນື້ອໃນ ແລະ ລາຍງານບັນດາຫົວຂໍ້ຂອງລັດຖະບານ ຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໝວິສາມັນ, ກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບຄະນະເລຂາທິການສູນກາງພັກ, ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X; ມາຮອດປັດຈຸບັນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 87% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍງົບປະມານໄດ້ 67% ຂອງແຜນການປີ, ສາມາດຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7,8%, ການລະດົມແຫຼ່ງທຶນ ເພື່ອມາດຸນດ່ຽງງົບປະມານຈາກພາຍໃນ ແລະ ຕ່າງປະເທດ ໄດ້ 66% ຂອງແຜນການປີ; ໄດ້ເອົາໃຈໃສ່ສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າ, ທັງຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ໄດ້ສືບຕໍ່ສຸມໃສ່ບູລະນະສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ຟື້ນຟູບັນດາເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ສາມາດທຽວໄປມາໄດ້ສະດວກຫຼາຍຂຶ້ນ; ໄດ້ພັດທະນາສີມືແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ ໄດ້ 18 ພັນກວ່າຄົນ; ໄດ້ສົ່ງເສີມທຸກພາກສ່ວນເສດຖະກິດ ຈັດຫາວຽກເຮັດງານທໍາ ເຂົ້າສູ່ຕະຫຼາດແຮງງານ ພາຍໃນ ແລະ ຕ່າງປະເທດ ທີ່ຖືກຕ້ອງຕາມກົດໝາຍ ໄດ້ 17 ພັນກວ່າຄົນ; ສໍາເລັດການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 07 ຕຸລາ 2026 ຄົບຮອບ 32 ປີ ແລະ ປະກາດສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ, ພ້ອມທັງ ໄຂສົກຮຽນ 2026-2027; ໄດ້ເອົາໃຈໃສ່ປັບປຸງການບໍລິການດ້ານສາທາລະນະສຸກ ແລະ ປ້ອງກັນການແຜ່ລະບາດຂອງພະຍາດຕາມລະດູການ ຢ່າງໃກ້ຊິດ; ໄດ້ສຸມໃສ່ປັບປຸງສະພາບແວດລ້ອມທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ; ໄດ້ເອົາໃຈໃສ່ຕິດຕາມ ສະພາບການພາກພື້ນ ແລະ ສາກົນຢ່າງໃກ້ຊິດ, ການນຳຂັ້ນສູງຂອງພັກ-ລັດ ໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມບັນດາກອງປະຊຸມສາກົນ, ທັງໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ທີ່ມາຢ້ຽມຢາມ ສປປ ລາວ ມີຜົນສຳເລັດເປັນຢ່າງດີ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍເຫັນວ່າ ຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ແກ້ໄຂ ໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ ເປັນຕົ້ນ ບັນຫາປະກົດການຫຍໍ້ທໍ້ທາງດ້ານສັງຄົມ, ການຄ້າຂາຍຢາເສບຕິດ, ບັນຫາຂີ້ລັກງັດແງະ, ບັນຫາການສັນຈອນແອອັດ, ບັນຫາເກັບມ້ຽນຂີ້ເຫຍື້ອ, ການສະກັດກັ້ນ ແລະ ຄຸ້ມຄອງການຄ້າຂາຍນອກລະບົບ, ຄຸນນະພາບການສຶກສາ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ, ການຄຸ້ມຄອງຄົນຕ່າງປະເທດ, ການຟື້ນຟູສ້ອມແປງໂຄງລ່າງພື້ນຖານ, ບັນຫາການສ້າງຂ່າວປອມ-ຂ່າວບິດເບືອນ ຜ່ານສື່ສັງຄົມອອນລາຍ ແລະ ອື່ນໆ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັການ ຮັບຮອງເອົາຮ່າງມະຕິ ວ່າດ້ວຍການບຸກທະລຸການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຫັນເປັນດີຈິຕອນ: ໂດຍໄດ້ຊີ້ນຳກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ເນື້ອໃນຂອງມະຕິ ຕ້ອງກວມເອົາການພັດທະນາທຸກຂົງເຂດວຽກງານ; ການກຳນົດວຽກງານຈຸດສຸມ ແລະ ຄາດໝາຍການລົງທຶນໃສ່ແຕ່ລະວຽກ ໃຫ້ຈະແຈ້ງ, ຄົບຖ້ວນ ແລະ ສົມເຫດສົມຜົນ ຄຽງຄູ່ກັບການພັດທະນາໂຄງລ່າງພື້ນຖານ, ການບຳລຸງຮັກສາລະບົບຕ່າງໆ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ທີ່ຕິດພັນກັບຂະບວນການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີເຂົ້າໃນຂົງເຂດວຽກງານຕ່າງໆ.
ວາລະທີ 3: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍນະໂຍບາຍນຳເຂົ້າເຄື່ອງຂອງ ແລະ ຍານພາຫະນະ ຂອງສະມາຊິກສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ: ໂດຍໄດ້ຊີ້ນໍາກະຊວງການຕ່າງປະເທດ ປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະ ບານ ເປັນຕົ້ນ ການກຳນົດນະໂຍບາຍຍົກເວັ້ນຕ່າງໆ ຕ້ອງໃຫ້ສອດຄ່ອງກັບບັນດານິຕິກຳທີ່ໄດ້ປະກາດນຳໃຊ້ແລ້ວ, ທັງຈໍາກັດໄດ້ຊ່ອງຫວ່າງ ເພື່ອບໍ່ໃຫ້ບຸກຄົນສວຍໂອ ກາດນໍາໃຊ້ຫາຜົນປະໂຫຍດ.
ວາລະທີ 4: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້: ໂດຍໄດ້ຊີ້ນຳກະຊວງກະສິກຳ ແລະ ສິ່ງແວດລ້ອມ ປັບປຸງຕື່ມ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກໍານົດເປົ້າໝາຍການນໍາໃຊ້ກອງທຶນ ໃຫ້ຈະແຈ້ງຊັດເຈນ ແລະ ບັນດາເປົ້າໝາຍນໍາໃຊ້ກອງທຶນ ຕ້ອງກະທັດຮັດ, ບໍ່ກວມລວມ; ກົນໄກບໍລິຫານ ຕ້ອງຮັດກຸມ ແລະ ຈະແຈ້ງ.
ນອກຈາກ 4 ວາລະດັ່ງກ່າວແລ້ວ, ກອງປະຊຸມ ຍັງໄດ້ພິຈາລະນາຮ່າງນິຕິກໍາ 2 ສະບັບ ຄື: (1) ຮ່າງມະຕິວ່າດ້ວຍການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ກັບ ທ້ອງຖິ່ນ ໃນຂົງເຂດການເງິນ, ການລົງທຶນ, ທີ່ດິນ ແລະ ຂົງເຂດອື່ນໆ: ໄດ້ຊີ້ນຳກະຊວງການເງິນ ປັບປຸງຕື່ມ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຄັດຈ້ອນສັງລວມເອົາສະເພາະເນື້ອໃນສຳຄັນ, ເຫດຜົນ ແລະ ຄວາມຈໍາເປັນ ໃນການອອກມະຕິ, ລວມທັງ ການຕີລາຄາຜົນສໍາເລັດ ແລະ ຂໍ້ຄົງຄ້າງຕ່າງໆ ໃນໄລຍະຜ່ານມາ ໃຫ້ສັ້ນກະທັດຮັດ; ທັດສະນະຊີ້ນໍາ, ແຜນວຽກຈຸດສຸມ ແລະ ຄາດໝາຍຕ່າງໆ ໃຫ້ແຍກເປັນແຕ່ລະຂົງເຂດວຽກງານຢ່າງຈະແຈ້ງ ແລະ ເປີດກວ້າງໃຫ້ກວມເອົາຂົງເຂດວຽກງານທີ່ກ່ຽວຂ້ອງອື່ນ ທີ່ຍັງຄົງຄ້າງນຳ; ການຄົ້ນຄວ້າປັບປຸງ ແມ່ນບົນພື້ນຖານ ສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ແລ້ວ, ທັງແນໃສ່ແກ້ໄຂໄດ້ບັນດາບັນຫາຂໍ້ຄົງຄ້າງ ໃນການຄຸ້ມຄອງວຽກງານຕ່າງໆ ໃນໄລຍະຜ່ານມາ. ຫຼັງຈາກນັ້ນ ຈຶ່ງນຳໄປປຶກສາຫາລືຮ່ວມກັບສະພາທິດສະດີສູນກາງພັກ ເພື່ອຄົ້ນຄວ້າລົງເລິກຕື່ມ. (2) ຮ່າງແຜນແມ່ບົດ ແລະ ແຜນດຳເນີນງານ ການສົ່ງເສີມການນໍາໃຊ້ລົດໄຟຟ້າ ແລະ ພະລັງງານທາງເລືອກ: ໄດ້ຊີ້ນຳກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ຕາມຄຳເຫັນສະມາຊິກລັດຖະບານ ເປັນຕົ້ນ ການກຳນົດນະໂຍບາຍສົ່ງເສີມ ແລະ ການຄຸ້ມຄອງ ໃຫ້ລະອຽດຈະແຈ້ງ ແລະ ຄົບຖ້ວນກວ່າເກົ່າ, ລວມທັງ ແຜນວຽກໂຄສະນາສົ່ງເສີມ, ການພັດທະນາໂຄງລ່າງພື້ນຖານດ້ານຕ່າງໆ, ການກຳນົດນະໂຍບາຍບໍລິການຫຼັງການຂາຍ, ການເລືອກເຟັ້ນ ແລະ ຄຸ້ມຄອງການນໍາເຂົ້າລົດທີ່ມີຄຸນນະພາບ, ແຜນຮອງຮັບ ອຸປະກອນ-ອາໄຫ່ຼ ກໍ່ຄືລົດໄຟຟ້າ ທີ່ໝົດອາຍຸການນຳໃຊ້, ເຊິ່ງບັນດານະໂຍບາຍ ຕ້ອງສອດຄ່ອງກັບທ່າແຮງ, ຮັບປະກັນທາງດ້ານເສດຖະກິດ-ເງິນຕາ, ສິ່ງແວດລ້ອມ ແລະ ຄວາມຍືນຍົງ. ພາຍຫຼັງປັບປຸງແລ້ວ ໃຫ້ນຳມາຜ່ານກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພະຈິກ 2026 ເພື່ອພິຈາລະນາ.
ສຳລັບແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026 ກອງປະຊຸມ ໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນ ດັ່ງນີ້:
ນອກຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ແລະ ການນຳບັນດາທ້ອງຖິ່ນ ນໍາເອົາແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງການຈັດຕັ້ງແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດທີ່ຊັດເຈນ.