ອະລັງການຄືນບຸນອອກພັນສາ! ຫຼວງພະບາງ ກຽມປະຊັນເຮືອໄຟງາມ 20 ລຳ ແລະ ໂຄມໄຟ 1,000 ດວງ

ບຸນອອກພັນສາປະວໍຣະນາ ເປັນບຸນປາງໜຶ່ງໃນຮີດ 12 ຂອງລາວ ເປັນການເປີດໂອກາດໃຫ້ພະສົງ ສາມະເນນ ໄດ້ກະທຳ ກິດຂອງສົງ ເຊັ່ນໄປເທດ ສັ່ງສອນອອກຕົນຍາດໂຍມ ບວດລູກຫລານຂອງພໍ່ແມ່ປະຊາຊົນບັນດາເຜົ່າ ເພື່ອສືບຕໍ່ອາຍຸພຸດທະສາສະໜາ ແລະ ໄປຢ້ຽມຢາມຍາດພີ່ນ້ອງ, ອຸປະຊາອາຈານ ຕາມລະບຽບທີ່ກຳນົດໄວ້ໃນພະທຳຄຳສອນ, ອີກຄວາມໝາຍໜຶ່ງ ແມ່ນເປັນການບູຊາຮອຍພະພຸດທະບາດຢູ່ພື້ນບາດານ, ເພື່ອນ້ອມລະນຶກເຖິງຄຸນບິດາມານດາ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ເໝືອນດັ່ງແສງທຽນ ທີ່ໄຕ້ບູຊາ ທັງໝົດນັ້ນໄດ້ກາຍເປັນວັດທະນະທຳ-ຮີດຄອງປະເພນີ ອັນດີງາມທີ່ຄົງຄຸນຄ່າຕະຫລອດມາຈົນເຖິງທຸກວັນນີ້.

ໃນມື້ຂຶ້ນ 15 ຄ່ຳ ເດືອນ 11 ອອກຕົນຍາໂຍມ ແລະ ພະສົງສາມະເນນ ໄດ້ຮ່ວມກັນສ້າງເຮືອໄຟຂຶ້ນ ໃນເຂດວັດບ່ອນທີ່ເໝາະສົມ ພໍຮອດຕອນຄ່ຳ ກໍນຳປະທີບນ້ຳມັນ ດອກໄມ້ ທູບທຽນມາຈູດໄຕ້ບູຊາພະລັດຕະນະໄຕຣ ບາງບ່ອນຢູ່ໃກ້ສາຍນ້ຳແມ່ນເຮັດເຮືອໄຟ ແລ້ວນຳໄປໄຫລລົງນ້ຳ ຊື່ງຊາວພຸດລາວ ຖືວ່າການບູຊາປະທີບນ້ຳມັນ ມີອານິສົງຫລາຍ. ເພື່ອສືບຕໍ່ປົກປັກຮັກສາມູນເຊື້ອ ດ້ານວັດທະນະທຳ-ຮີດຄອງປະເພນີ ຂອງຊາດ ກໍຄືຂອງຊາວຫລວງພະບາງ ໃຫ້ຍືນຍົງ ໂດຍສະເພາະ ບຸນອອກພັນສາປະວໍລະນາ ແລະ ບຸນໄຫລເຮືອໄຟ ທີ່ເປັນກິດຈະກຳໜຶ່ງຊຸກຍູ້ການທ່ອງທ່ຽວ ໃຫ້ຄຶກຄື້ນໃນແຕ່ລະປີ. ສຳລັບປີນີ້ ຄະນະກຳມະການປົກຄອງນະຄອນ ຫລວງພະບາງ ໄດ້ຈັດບຸນອອກພັນສາປະວໍຣະນາ ບຸນໄຫລເຮືອໄຟ ແລະ ບຸນນະມັດສະການ ພະທາດຈອມສີ ຢ່າງເຕັມຮູບແບບ ໂດຍມີຫລາຍກິດຈະກຳ ຕິດພັນກັບບຸນປະເພນີ ທີ່ສືບທອດກັນມາແຕ່ດົນນານ.

ທ່ານ ສະເຫວີຍ ສີລາວັນ ປະທານຄະນະກຳມະການປົກຄອງ ນະຄອນ ຫລວງພະບາງ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ປີນີ້, ນະຄອນ ຫລວງພະບາງ ຈະຈັດງານຢ່າງຍິ່ງໃຫຍ່ເຕັມຮູບແບບ ໂດຍເນັ້ນເຖິງຄວາມເປັນວັດທະນະທຳ, ເອກະລັກສະເພາະ ແລະ ປະເພນີອັນດີງາມ, ຄາດວ່າຈະມີເຮືອຈາກບັນດາຕາແສງ, ບ້ານ, ສະຖາບັນການສືກສາ, ໂຮງຮຽນ, ຊາວໝຸ່ມ ແລະ ພາກທຸລະກິດ ເຂົ້າຮ່ວມປະກວດເຮືອໄຟງາມ 20 ລຳ, ສ່ວນກິດຈະກໍາຫລັກຂອງການຈັດງານປີນີ້ ຈະມີການຄົບງັນເຮືອໄຟ ຊົມໂຄມໄຟ 1,000 ດວງ, ໃສ່ບາດ ຕາມວັດວາອາຮາມພາຍໃນນະຄອນ ແລະ ການປະກວດເຮືອໄຟງາມ ໂດຍກຳນົດຈັດຂຶ້ນລະຫວ່າງ ວັນທີ 24 ຫາ 27 ຕຸລາ 2026 ໃນນັ້ນ, ຍັງຈະມີບຸນມະຫາຊາດ ນະມັດສະການພະທາດຈອມສີ, ຄົບງັນເຮືອໄຟ, ຊົມການສະແດງສິລະປະພື້ນບ້ານຊາວຫລວງພະບາງ ແລະ ທ່ຽວຊົມ ຄວາມງົດງາມຂອງໄຟແສງສີ ການໄຕ້ປະທີບ ຫລື ໂຄມໄຟ ຕາມວັດວາອາຮາມພາຍໃນນະຄອນ, ໃສ່ບາດແດ່ພະສົງ-ສາມະເນນ, ພິເສດ ແມ່ນການຈັດງານປະກວດ ແລະ ຈັດບຸນໄຫລເຮືອໄຟຢ່າງເປັນທາງການ ຕາມຮີດຄອງປະເພນີ ໃນຄໍ່າຄືນຂອງວັນທີ 27 ຕຸລາ 2026 ຢູ່ຕາມເສັ້ນທາງສີສະຫວ່າງວົງ.

ມາຮອດມື້ນີ້ ແຕ່ລະພາກສ່ວນ ໄດ້ສ້າງ ແລະ ປະດັບປະດາເຮືອໄຟຂອງຕົນ ເພື່ອເຂົ້າຮ່ວມງານປະກວດໃຫ້ມີຫລາກຫລາຍສີສັນ, ເຮັດໃຫ້ບຸນມີຄວາມຄຶກຄື້ນມ່ວນຊື່ນ, ສະເພາະບ້ານໝື່ນນາ ໄດ້ຮັບຜິດຊອບການສ້າງ ແລະ ປະດັບປະດາ ເຮືອໄຟເຂົ້າປະກວດ ໃນນາມເຮືອໄຟຕາແສງຊຽງທອງ 2, ປັດຈຸບັນໄດ້ສຳເລັດການສ້າງ ແລະ ປະດັບປະດາແລ້ວ ທັງໄດ້ເກັບຮັກສາໄວ້ຢູ່ສະໂມສອນຂອງບ້ານ.

ທ່ານ ທອງລາ ເຮີ ນາຍບ້ານໝື່ນນາ ໄດ້ໃຫ້ສຳພາດວ່າ: ພາຍຫລັງໄດ້ຮັບການຊີ້ນຳຈາກຄະນະກຳມະການປົກຄອງຕາແສງ ການຈັດຕັ້ງບ້ານທຸກຂັ້ນ ໄດ້ປຶກສາຫາລືວຽກງານຮ່ວມກັນ ແລະ ໄດ້ຕົກລົງໃຫ້ສະກຸນຊ່າງຜູ້ມີປະສົບການ ຊ່ວຍສ້າງເຮືອໄຟເປັນຮູບພະຍາຫົງ ທັງປະດັບປະດາດ້ວຍເຈ້ຍສີໃຫ້ມີຄວາມງົດງາມ ມາຮອດວັນທີ 18 ຕຸລານີ້ ໄດ້ສຳເລັດໂດຍພື້ນຖານ ແລະ ໄດ້ເກັບຮັກສາໄວ້ຢູ່ສະໂມສອນຂອງບ້ານ ເພື່ອນຳເຂົ້າຂະບວນແຫ່ ໃນມື້ປະກວດເຮືອໄຟງາມ ໃນໂອກາດບຸນອອກພັນສາປະວໍຣະນາ ທີ່ນະຄອນຫລວງພະບາງປີນີ້. ນອກຈາກກະກຽມເຮືອໄຟ ຍັງໄດ້ກະກຽມຄວາມພ້ອມຂອງຂະບວນແຫ່ ໃຫ້ມີສີສັນ, ມີຄວາມເບີກບານມ່ວນຊື່ນ ຖືກຕ້ອງຕາມລະບຽບ ທີ່ຄະນະກຳມະການຈັດງານກຳນົດອອກ ຄາດວ່າການເຂົ້າຮ່ວມປະກວດເຮືອໄຟງາມໃນປີນີ້ ເຮືອໄຟຕາແສງຊຽງທອງ 2 ຈະຕິດ 5 ອັນດັບຕົ້ນຂອງເຮືອໄຟທີ່ເຂົ້າປະກວດ.

ຕະຫລອດໄລຍະຜ່ານມາ ນະຄອນ ຫລວງພະບາງ ຍັງປົກປັກຮັກສາສິ່ງທີ່ມີຢູ່ແລ້ວ ໃຫ້ຄົງຮູບແບບເດີມຄຽງຄູ່ກັບການເອົາໃຈໃສ່ຊຸກຍູ້-ສົ່ງເສີມ ບຸນປະເພນີໃຫ້ກວ້າງຂວາງ ແລະ ຍືນຍົງ ເຮັດໃຫ້ນັກທ່ອງທ່ຽວທີ່ມາທ່ຽວຊົມຫລວງພະບາງ ມີຄວາມປະທັບໃຈ. ທັງໝົດນີ້ຄື ສິ່ງທີ່ຄະນະນຳທຸກຂັ້ນ ໄດ້ເອົາໃຈໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍ ໃຫ້ສອດຄ່ອງກັບການພັດທະນາໃນໄລຍະໃໝ່ ທັງຮັບປະກັນໃຫ້ມີຄວາມຍືຍຍົງ ຢູ່ຄຽງຄູ່ກັບເມືອງມໍລະດົກໂລກຕະຫລອດໄປ. ໃນໂອກາດບຸນອອກພັນສາປະວໍຣະນາ ແລະ ບຸນໄຫລເຮືອໄຟ ທີ່ນະຄອນ ຫລວງພະບາງ ປີນີ້, ຮຽກຮ້ອງເຖີງປະຊາຊົນ ບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນຫ້າງຫາກະກຽມ, ປະດັບປະດາໂຄມໄຟ, ຮ່ວມໃຈກັນເປັນເຈົ້າພາບທີ່ດີ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມ, ເປັນເຈົ້າການບໍລິການ, ຮັກສາຄວາມສະອາດ, ມີສ່ວນຮ່ວມ ປະກອບສ່ວນ ດ້ານເຫື່ອແຮງ, ທຶນຮອນ, ວັດຖຸປັດໄຈ ເຂົ້າໃນການຈັດບຸນຄັ້ງນີ້ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ. ເຊີນຊວນ ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ພ້ອມກັນມາທ່ຽວຊົມມື້ບຸນອອກພັນສາປະວໍຣະນາ ໄຫລເຮືອໄຟ ແລະ ບຸນນະມັດສະການພະທາດຈອມສີ ປະຈຳປີ 2026 ທີ່ນະຄອນ ຫລວງພະບາງ.

ຂ່າວ: ອາພຸດເດດ ບຸບຜາ