ທະນາຄານກາງ ຟິລິປິນ ປັບຂຶ້ນດອກເບ້ຍແຮງ 0,5%

ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທະນາຄານກາງ ຟິລິປິນ (BSP) ປະກາດປັບຂຶ້ນອັດຕາດອກເບ້ຍຊື້ຄືນພັນທະບັດ (Reverse Repurchase Rate) ເຊິ່ງເປັນອັດຕາດອກເບ້ຍນະໂຍບາຍອີກ 0,5% ໄປສູ່ ລະດັບ 5,50% ໃນກອງປະຊຸມ ເມື່ອວັນທີ 22 ຕຸລາ, ເຊິ່ງເປັນ ການປັບຂຶ້ນຄັ້ງທີ 4 ຕິດຕໍ່ກັນ ແລະຫລາຍກວ່າທີ່ນັກວິເຄາະຄາດການໄວ້ວ່າຈະປັບຂຶ້ນພຽງແຕ່ 0,25% ເພື່ອສະກັດກັ້ນບັນຫາເງິນເຟີ້ທີ່ກັບມາເພີ່ມສູງຂຶ້ນ ພ້ອມທັງເປັນການຊຸກຍູ້ສະກຸນເງິນເປໂຊ ທີ່ອ່ອນຄ່າລົງລະດັບຕ່ຳສຸດເປັນປະຫວັດສາດ.
ຖະແຫລງການຂອງ BSP ລະບຸວ່າ: ຄະນະກຳມາທິການນະໂຍບາຍການເງິນໄດ້ໃຫ້ຄວາມສຳຄັນເຖິງຄວາມຈຳເປັນໃນການໃຊ້ນະໂຍບາຍການເງິນຢ່າງເຂັ້ມງວດເພື່ອຕອບສະໜອງຕໍ່ແຮງກົດດັນດ້ານລາຄາທີ່ຂະຫຍາຍວົງກວ້າງຂຶ້ນລວມເຖິງຄວາມສ່ຽງອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ.
ນອກຈາກນັ້ນ, ອັດຕາເງິນເຟີ້ທົ່ວໄປອາດຈະເພີ່ມຂຶ້ນອີກໃນຊຸມເດືອນຕໍ່ໜ້າ ແລະຈະສືບຕໍ່ຢູ່ໃນລະດັບສູງໃນປີ 2027 ກ່ອນທີ່ຈະເລີ່ມເຂົ້າມາໃກ້ຄຽງກັບ ເປົ້າໝາຍຂອງ BSP ກຳນົດໄວ້3% ໃນປີ 2028 ໃນຂະນະທີ່ອັດຕາເງິນເຟີ້ພື້ນຖານຄາດວ່າຈະຍັງຄົງປັບຕົວສູງຂຶ້ນເຊັ່ນດຽວກັນ.