ສູນກາງຊາວໜຸ່ມ ແລະ ແຂວງຈຳປາສັກ ຈັບມືຂັບເຄື່ອນ 5 ໂຄງການ ສ້າງອາຊີບ ແລະໂອກາດໃຫ້ຊາວໜຸ່ມ

ວັນທີ 26 ຕຸລາ 2026 ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຄະນະບໍລິຫານງານພັກແຂວງຈຳປາສັກ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມມືຂັບເຄື່ອນ 5 ໂຄງການສຳຄັນ ເພື່ອພັດທະນາທັກສະ, ສ້າງອາຊີບ ແລະ ລາຍຮັບ ພ້ອມທັງສົ່ງເສີມບົດບາດຊາວໜຸ່ມ–ເຍົາວະຊົນ ໃນການພັດທະນາຮາກຖານ ແລະ ຮັບໃຊ້ສັງຄົມ.
ຜູ້ລົງນາມປະກອບມີ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ສຊປລ ແລະ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ.
ການຮ່ວມມືຄັ້ງນີ້ ແນໃສ່ສ້າງໂອກາດໃຫ້ຊາວໜຸ່ມເຂົ້າເຖິງການຝຶກອົບຮົມ, ມີທັກສະທີ່ຕອບສະໜອງຕະຫຼາດແຮງງານ ແລະ ເຂົ້າຮ່ວມການຜະລິດ–ທຸລະກິດ ຄຽງຄູ່ກັບການສ້າງຜູ້ນຳໜຸ່ມສືບທອດ ຜ່ານ 5 ໂຄງການ ຄື:
1. ສ້າງຄວາມເຂັ້ມແຂງດ້ານການເມືອງ–ແນວຄິດ ປູກຈິດສຳນຶກຮັກຊາດ ແລະ ຮັກສາສິ່ງແວດລ້ອມ.
2. ຂະຫຍາຍກຳລັງແຮງຊາວໜຸ່ມ ເຂົ້າສູ່ຂະແໜງການຜະລິດ ແລະ ເຂດເສດຖະກິດ.
3. ພັດທະນາຊັບພະຍາກອນມະນຸດ ແລະ ສ້າງຜູ້ນຳໜຸ່ມສືບທອດ ຜ່ານກິດຈະກຳຄ້າຍລະດູແລ້ງ.
4. ສົ່ງເສີມເສດຖະກິດກະຊິກຳ ແລະ ຍົກລະດັບສີມືແຮງງານ ພ້ອມທັງສ້າງຕັ້ງສະຫະກອນກາເຟຊາວໜຸ່ມ.
5. ຊາວໜຸ່ມຕະລຸມບອນລົງກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດ.
ເພື່ອໃຫ້ການຮ່ວມມືເກີດຜົນຕົວຈິງ ທັງສອງຝ່າຍຈະກຳນົດຄະນະຮັບຜິດຊອບ, ສ້າງແຜນປະຕິບັດງານ ແລະ ຕົວຊີ້ວັດຜົນສຳເລັດ (KPI) ທີ່ຊັດເຈນ ພ້ອມທັງຕິດຕາມ–ປະເມີນຜົນຮ່ວມກັນທຸກ 3 ເດືອນ.
ໃນໂອກາດດຽວກັນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ມອບການປະກອບສ່ວນເຂົ້າໃນໂຄງການກໍ່ສ້າງເສັ້ນທາງເບຕົງ ຈາກຂ້າງຫ້ອງການສະພາປະຊາຊົນແຂວງ ເຖິງສາມແຍກໄປວັດບ້ານໂນນດູ່ ແລະ ແຍກໄປໜ້າອົງການກວດສອບພາກໃຕ້; ພ້ອມທັງສະໜັບສະໜູນກິດຈະກຳປູກຈິດສຳນຶກດ້ານສິ່ງແວດລ້ອມ ແລະ ການຂັບຂີ່ປອດໄພ ໃນງານບຸນປະວໍລະນາອອກພັນສາ ແລະ ຊ່ວງເຮືອປະເພນີນະຄອນປາກເຊ ປະຈຳປີ 2026 ເພື່ອຮ່ວມສ້າງງານບຸນໃຫ້ຄຶກຄື້ນ, ສະອາດ, ເປັນລະບຽບ ແລະ ປອດໄພ.
ການປະກອບສ່ວນດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກ ທະນາຄານພັດທະນາລາວ ລວມມູນຄ່າ 499.999.000 ກີບ ໂດຍ ທ່ານ ຟອງສະມຸດ ດວງໃຈ ຜູ້ອຳນວຍການທະນາຄານພັດທະນາລາວ ເປັນຜູ້ມອບ.