9 ເດືອນຜ່ານມາ ແຂວງໄຊສົມບູນ ຍາດໄດ້ຜົນສຳເລັດຫລາຍດ້ານ

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ໃນໄລຍະ 9 ເດືອນຜ່ານມາ ແຂວງໄຊສົມບູນ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ເປັນຕົ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໂດຍສຸມໃສ່ລົງພົບປະໂອ້ລົມ, ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສໍາຄັນຕ່າງໆ ຂອງພັກ-ລັດຖະບານ, ຂອງແຂວງ ໃຫ້ຄະນະນໍາແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານຫລັກແຫລ່ງອ້ອມຂ້າງແຂວງ, ເມືອງ ແລະ ຕາແສງ. ພ້ອມນີ້, ຍັງໄດ້ສຸມໃສ່ນໍາພາຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນກັບການລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຢ່າງແຂງແຮງ.
ສະຫາຍ ວັນຄໍາເກັ່ງ ຢ່າຊົງກົວ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງໄຊສົມບູນ ໄດ້ລາຍງານໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 5 ສະໄໝທີ ll ໃນວັນທີ 27 ຕຸລາ 2026 ນີ້ວ່າ: ພ້ອມນີ້, ຍັງໄດ້ສຸມໃສ່ລົງຕິດຕາມ, ຊຸກຍູ້ພະນັກງານປະຈໍາຢູ່ 13 ບ້ານຈຸດສຸມ; ສຸມໃສ່ຈັດຕັ້ງປະຕິບັດແຜນແກ້ໄຂຄອບຄົວທຸກຍາກໃນທົ່ວແຂວງ ຈໍານວນ 409 ຄອບຄົວ, ບ້ານທຸກຍາກ 4 ບ້ານ, ບ້ານພັດທະນາ 6 ບ້ານ, ເມືອງພົ້ນທຸກ 1 ເມືອງ; ສຸມໃສ່ລົງຕິດຕາມ, ຊຸກຍູ້ພະນັກງານພວມປະຈໍາຢູ່ບ້ານຈຸດສຸມ ຂອງແຂວງປົກກະຕິ; ສຸມໃສ່ນໍາພາຈັດຕັ້ງປະຕິບັດແຜນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ 5 ບ້ານ, 816 ຄອບຄົວ, ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໄດ້ 4 ບ້ານ; ເອົາໃຈໃສ່ສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງ, ຊຶ່ງສາມາດມ້າງເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 17 ເລື່ອງ, ຜູ້ຖືກຫາໄດ້ 47 ຄົນ, ຢຶດຂອງກາງຢາບ້າໄດ້ 807 ເມັດ.
ສໍາລັບການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 1.945 ກວ່າຕື້ກີບ. ນອກນີ້, ຍັງໄດ້ຕິດຕາມ, ກວດກາ ແລະ ຄຸ້ມຄອງການຈໍລະຈອນສິນຄ້າຂາຍຍົກ-ຂາຍຍ່ອຍ ມາຮອດປັດຈຸບັນໃນທົ່ວແຂວງ ມີມູນຄ່າທັງໝົດ 706,7 ຕື້ກວ່າກີບ. ສ່ວນວຽກງານອື່ນໆທີ່ປິ່ນອ້ອມ ກໍມີຜົນສຳເລັດຕາມລະດັບຄາດໝາຍ.