ໄຂກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ 11 ຢູ່ນະຄອນຫລວງວຽງຈັນ

ກອງປະຊຸມໂຕະມົນພຸດທະສາສະໜາ ໜານໄຫ່ ຄັ້ງທີ 11 ເປີດຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້: “ຕົ້ນກຳເນີດອັນດຽວກັນ, ຮ່ວມປະນິທານດຽວກັນ, ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ” ໃນວັນທີ 28 ຕຸລາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ, ພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈີ້ນ, ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີບັນດາຜູ້ແທນພະເຖຣານຸເຖຣະ ຈາກ 29 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ.

ການຈັດກອງປະຊຸມຄັ້ງນີ້ ເພື່ອສືບຕໍ່ຈັດຕັ້ງປະຕິບັດຖະແຫລງການ ກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ X ໃຫ້ມີຜົນເປັນຮູບປະທໍາ; ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດຫລັກທໍາຄໍາສອນຂອງພຸດທະສາສະໜາ, ສົ່ງເສີມຄວາມສາມັກຄີ, ຮັກສາ ແລະ ເສີມຂະຫຍາຍຄວາມຫລາກຫລາຍທາງວັດທະນະທໍາ, ພ້ອມທັງສົ່ງເສີມສັນຕິພາບ ແລະ ການພັດທະນາຮ່ວມກັນຢ່າງຍືນຍົງ, ທັງເປັນເວທີສາກົນໜຶ່ງທີ່ສຳຄັນທາງພຸດທະສາສະໜາ ແລະ ສ້າງຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ພຸດທະສາສະໜາດ້ວຍກັນ ແລະ ພະສົງ ເພື່ອຄົ້ນຄວ້າພະທຳຄຳສອນ ແລະ ຕິດພັນກັບການສ້າງຄວາມເຂົ້າໃຈ ໃຫ້ພຸດທະສາສະນິກະຊົນໃຫ້ຮູ້ຈັກ ແລະ ປະຕິບັດຕາມພະທຳຄຳສອນ ຂອງພະພຸດທະສາສະໜາ, ທັງເປັນການສືບທອດມໍລະດົກທາງດ້ານສາສະໜາ ແລະ ວັດທະນະທຳໃຫ້ເລິກເຊິ່ງ ເປັນຮູບປະທຳ ເປັນຕົ້ນ ເວທີສົນທະນາດ້ານການສຶກສາ, ການແລກປ່ຽນຂອງພະໜຸ່ມ ແລະ ໂຄງການການກຸສົນຕ່າງໆ. ສິ່ງເຫລົ່ານີ້, ໄດ້ເປັນສ່ວນໜຶ່ງທີ່ສຳຄັນຕາມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ສປປ ລາວ-ສປ ຈີນ ເພື່ອສົ່ງເສີມເສັ້ນທາງແຫ່ງສັນຕິພາບມິດຕະພາບ, ສ້າງຄວາມຈະເລີນຮຸ່ງເຮືອງ, ປົກປັກຮັກສາວັດທະນະທຳ, ອາລິຍະທຳ ແລະ ຮີດຄອງປະເພນີອັນດີງາມ ໃຫ້ແກ່ຄົນຮຸ່ນຫລັງສືບຕໍ່ຕະຫລອດໄປ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຂຶ້ນກ່າວເປີດກອງປະຊຸມ ໂດຍມີບາງຕອນວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້: “ຕົ້ນກຳເນີດອັນດຽວກັນ, ຮ່ວມປະນິທານດຽວກັນ, ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ”  ເພື່ອສົ່ງເສີມການປືກສາຫາລື ແລະ ແລກປ່ຽນວັດທະນາທຳລະຫວ່າງກັນ ໂດຍການເປັນເຈົ້າພາບຮ່ວມຂອງ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ຮ່ວມກັບສະມາຄົມພຸດທະສາສະໜານະຄອນເສີນເຈີ້ນ ແລະ ວັດຫົງຟ້າ ສປ ຈີນ. ກອງປະຊຸມຈັດຂຶ້ນໃນທ່າມກາງບັນຍາກາດສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ຈີນ-ລາວ ຄົບຮອບ 65 ປີ ແລະ ເປັນປີທີ່ສອງປະເທດຍົກລະດັບສາຍພົວພັນເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ລະຫວ່າງສອງພັກ, ທັງເປັນປີແຫ່ງມິດຕະພາບ ລາວ-ຈີນ, ປີທ່ອງທ່ຽວ ລາວ-ຈີນ. ກອງປະຊຸມດັ່ງກ່າວ, ຈັດຂຶ້ນມາແຕ່ປີ 2016 ເປັນຕົ້ນມາ ຊຶ່ງໄດ້ຈັດຂຶ້ນທີ່ນະຄອນເສີນເຈີ້ນ ສປ ຈີນ, ນະຄອນພະນົມເປັນ ປະເທດກຳປູເຈຍ, ນະຄອນໂຄລອມໂບ ປະເທດສີລັງກາ, ນະຄອນບາງກອກ ປະເທດໄທ, ນະຄອນກາດມັນດຸ ປະເທດເນປານ. ສໍາລັບກອງປະຊຸມຄັ້ງນີ້, ທີ່ໄດ້ຈັດຂຶ້ນຢູ່ ສປປ ລາວ ເພື່ອສົ່ງເສີມຄວາມສາມັກຄີປອງດອງລະຫວ່າງ 3 ນິກາຍຫລັກຂອງພຸດທະສາສະໜາ ເພື່ອສ້າງເວທີສາກົນສຳລັບການແລກປ່ຽນທີ່ກວ້າງຂວາງ, ກວມລວມ ແລະ ຮ່ວມມືເຊິ່ງກັນ ແລະ ກັນ ເພື່ອສ້າງປະຊາຄົມສາກົນ ດ້ານພຸດທະສາສະໜາ, ສ້າງອະນາຄົດຮ່ວມກັນຂອງມວນມະນຸດ; ທັງເປັນການສືບທອດມໍລະດົກທາງດ້ານສາສະໜາ ແລະ ວັດທະນະທຳໃຫ້ເລິກເຊິ່ງ ເປັນຮູບປະທຳ ເປັນຕົ້ນ ເວທີສົນ ທະນາດ້ານການສຶກສາ, ການແລກປ່ຽນຂອງພະໜຸ່ມ ແລະ ໂຄງການການກຸສົນຕ່າງໆທີ່ຕິດພັນ.

ພະອາຈານໃຫຍ່ ມະຫາເວດ ມະເສໄນ ໄດ້ຕີລາຄາສູງ ແລະ ສະແດງຄວາມປິຕິຍິນດີ ທີ່ໄດ້ເປັນເຈົ້າພາບຮ່ວມ ຈັດກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ 11 ຢູ່ນະຄອນຫລວງວຽງຈັນ ຊຶ່ງເປັນນິມິດໝາຍອັນສໍາຄັນ ຄັ້ງປະຫວັດສາດ ເປັນການຮ່ວມມື ທາງດ້ານພະພຸດທະສາສະໜາ ແລະ ວັດທະນະທຳ ຂອງອົງການພຸດທະສາສະໜາ ແຫ່ງ ສປປ ລາວ ແລະ ສະມາຄົມພຸດທະສາສະໜາ ແຫ່ງ ສປ ຈີນ ກໍຄື ສະມາຄົມພຸດທະສາສະໜາ ນະຄອນເສີນເຈີ້ນ ແລະ ວັດຫົງຟ້າ ສປ ຈີນ. ພະອາຈານໃຫຍ່ ຍັງໄດ້ຍົກໃຫ້ເຫັນການພົວພັນຮ່ວມມື, ການແລກປ່ຽນບົດຮຽນ, ແລກປ່ຽນການສຶກສາສົງ, ແລກປ່ຽນທັດສະນະສຶກສາ ແລະ ການມືກັນຮອບດ້ານ ລະຫວ່າງ ອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ ແລະ ສະມາຄົມພຸດທະສາສະໜາ ນະຄອນເສີນເຈີ້ນ ແລະ ວັດຫົງຟ້າ ສປ ຈີນ ຕື່ມອີກ.

ໃນໂອກາດນີ້, ກອງປະຊຸມຍັງໄດ້ຮັບຟັງ ການອ່ານສານອວຍພອນ ກອງປະຊຸມດັ່ງກ່າວ ຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕື່ມອີກ.

ຂໍ້ມູນ: ຂປລ.