
ວັນທີ 28 ຕຸລາ 2026, ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ນຳໂດຍ ທ່ານ ພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 20 ທີ່ເມືອງ ເຊບູ ປະເທດ ຟີລິບປິນ, ໂດຍການເປັນປະທານຂອງ ທ່ານ ກິວເບີໂຕ ຊີ. ເທີເດໂຣ ຈູເນຍ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຟີລິບປິນ, ມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ຈາກປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 20 ໄດ້ດຳເນີນພາຍໃຕ້ຄໍາຂວັນ: “ການນຳພາອະນາຄົດອາຊຽນຂອງພວກເຮົາ, ຮ່ວມກັນ” ກອງປະຊຸມໃນຄັ້ງນີ້ ເປັນການເຕົ້າໂຮມບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ຜູ້ຕາງໜ້າຂັ້ນສູງຈາກ ບັນດາປະເທດສະມາຊິກອາຊຽນ ເພື່ອພິຈາລະນາ ແລະ ຮັບຮອງເອົາ 5 ເອກະສານລິເລີ່ມໃໝ່ ລວມທັງ ເອກະສານແນະນໍາ ວ່າດ້ວຍລະບຽບຫຼັກການ ແລະ ພິທີການໃນການຈັດຕັ້ງກອງປະຊຸມ ADMM ແລະ ADMM-ບວກ ທີ່ ຮ່າງໂດຍ ລາວ ແລະ ມາເລເຊຍ, ແລະ ຮັບຮອງເອົາ 2 ຖະແຫຼງການຮ່ວມ ມະນິລາ ຂອງກອງປະຊຸມ ADMM ວ່າດ້ວຍວັນຄົບຮອບ 20 ປີ ຂອງການສ້າງຕັ້ງກອງປະຊຸມ ADMM ພາຍໃຕ້ຄຳຂວັນ: “ການນຳພາອະນາຄົດອາຊຽນຂອງພວກເຮົາ, ຮ່ວມກັນ” ແລະ ຮັບຮອງເອົາ ຖະແຫຼງການຮ່ວມຂອງກອງປະຊຸມ ADMM ວ່າດ້ວຍການສະເຫຼີມສະຫຼອງວັນຄົບຮອບ 50 ປີ ຂອງການລົງນາມໃນ ສົນທິສັນຍາ ວ່າດ້ວຍໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້.
ນອກນັ້ນ, ກອງປະຊຸມ ຍັງໄດ້ສືບຕໍ່ປຶກສາຫາລື ແລະ ເປັນເອກະພາບດ້ານວຽກງານປິ່ນອ້ອມອື່ນໆທີ່ກ່ຽວຂ້ອງ, ໂດຍສະເພາະ ການກະກຽມ ໃຫ້ແກ່ກອງປະຊຸມ ADMM-Plus ຄັ້ງທີ 13, ເຊິ່ງຈະຈັດຂຶ້ນໃນວັນທີ 29 ຕຸລາ 2026.
ຄະນະຜູ້ແທນຂອງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຈະສື່ບຕໍ່ເຂົ້າຮ່ວມ ກອງປະຊຸມບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ-ອາເມຣິກາ ແລະ ອາຊຽນ-ຍີ່ປຸ່ນ ໃນຕອນແລງຂອງວັນທີ 28 ຕຸລາ 2026 ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 13 ໃນ ວັນທີ 29 ຕຸລາ 2026.
ຂໍ້ມູນ: ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ