ບໍລິສັດເບຍລາວ ອຸປະຖຳຫຼາຍກວ່າ 4 ຕື້ກີບ ຮ່ວມສືບສານມໍລະດົກແຫ່ງສາຍນ້ຳ ຜ່ານບຸນຊ່ວງເຮືອປະເພນີປີ 2026 ທົ່ວປະເທດ

ບໍລິສັດ ເບຍລາວ ຈຳກັດ ຢັ້ງຢືນບົດບາດການເປັນກຳລັງສຳຄັນໃນການຮ່ວມອະນຸລັກ ແລະ ສືບສານມໍລະດົກວັດທະນະທຳຂອງຊາດ ດ້ວຍການເປັນຜູ້ອຸປະຖຳຫຼັກຢ່າງເປັນທາງການ ໃຫ້ແກ່ການຈັດງານບຸນຊ່ວງເຮືອປະເພນີປະຈຳປີ 2026 ໃນຂອບເຂດທົ່ວປະເທດ. ການສະໜັບສະໜູນທັງດ້ານງົບປະມານ ແລະ ຜະລິດຕະພັນ ລວມມູນຄ່າກວ່າ 4 ຕື້ກີບ ສະທ້ອນເຖິງຄວາມມຸ່ງໝັ້ນຂອງບໍລິສັດ ໃນການຢືນຄຽງຂ້າງຊຸມຊົນ ຮ່ວມຮັກສາເອກະລັກອັນດີງາມຂອງລາວ ພ້ອມສົ່ງເສີມການທ່ອງທ່ຽວ ແລະ ຄວາມຄຶກຄື້ນທາງເສດຖະກິດໃນທ້ອງຖິ່ນ.

ການອຸປະຖຳໃນປີນີ້ ກວມເອົາສະຖານທີ່ຈັດງານສຳຄັນຢູ່ຫຼາຍແຂວງໃຫຍ່ໃນມື້ອອກພັນສາ ໄດ້ແກ່: ນະຄອນຫຼວງວຽງຈັນ (ທ່າວັດຈັນ ແລະ ຈອມແຈ້ງ); ແຂວງບໍລິຄຳໄຊ (ປາກຊັນ); ແຂວງຄຳມ່ວນ (ທ່າແຂກ); ແຂວງສະຫວັນນະເຂດ (ນະຄອນໄກສອນພົມວິຫານ); ແຂວງຈຳປາສັກ (ນະຄອນປາກເຊ); ແຂວງວຽງຈັນ (ເມືອງທຸລະຄົມ), ເທດສະບານແຂວງໄຊຍະບູລີ ແລະ ບັນດາແຂວງອື່ນໆໃນຂອບເຂດທົ່ວປະເທດ. ຂອບເຂດການສະໜັບສະໜູນດັ່ງກ່າວ ສະແດງເຖິງຄວາມຕັ້ງໃຈຂອງບໍລິສັດເບຍລາວ ທີ່ຈະຮ່ວມສືບສານປະເພນີອັນຊົງຄຸນຄ່ານີ້ ໃຫ້ຄົງຄວາມສະຫງ່າງາມ ແລະ ເປັນຄວາມພາກພູມໃຈຮ່ວມກັນຂອງຄົນລາວ.

ໃນຖານະຜູ້ອຸປະຖຳຫຼັກ, ບໍລິສັດເບຍລາວ ເປັນກຳລັງໜູນສຳຄັນໃຫ້ແກ່ຄະນະຈັດງານ ແລະ ຊຸມຊົນ ໃນການກະກຽມ ແລະ ສືບຕໍ່ຈັດງານບຸນປະເພນີໃຫ້ມີຄວາມພ້ອມ ແລະ ສົມກັບຄຸນຄ່າຂອງມໍລະດົກທີ່ສືບທອດກັນມາຫຼາຍຊົ່ວອາຍຸຄົນ. ການຮ່ວມສະໜັບສະໜູນນີ້ ຈຶ່ງມີຄວາມໝາຍຕໍ່ການຮັກສາພື້ນທີ່ແຫ່ງວັດທະນະທຳ ທີ່ຜູ້ຄົນໄດ້ມາພົບປະ, ຮ່ວມແຮງຮ່ວມໃຈ ແລະ ສົ່ງຕໍ່ຄວາມຮັກໃນຮີດຄອງປະເພນີ. ດ້ວຍການອຸປະຖຳໃນຂອບເຂດທົ່ວປະເທດ, ບໍລິສັດເບຍລາວ ຈຶ່ງເປັນໜຶ່ງໃນເສົາຫຼັກສຳຄັນທີ່ຮ່ວມຄ້ຳຊູໃຫ້ປະເພນີຊ່ວງເຮືອລາວຄົງຢູ່ຢ່າງມີຊີວິດຊີວາ ແລະ ໄດ້ຮັບການສືບທອດເປັນມໍລະດົກອັນລ້ຳຄ່າໃຫ້ແກ່ຄົນຮຸ່ນຕໍ່ໄປ.

ຄຽງຄູ່ກັບຄຸນຄ່າດ້ານວັດທະນະທຳ, ບຸນຊ່ວງເຮືອຍັງເປັນໂອກາດສຳຄັນໃນການເຜີຍແຜ່ສະເໜ່ຂອງປະເພນີລາວສູ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ການເດີນທາງມາຮ່ວມຊົມ ແລະ ສຳຜັດບັນຍາກາດຂອງງານບຸນ ຊ່ວຍສ້າງຄວາມຄຶກຄື້ນໃຫ້ແກ່ການຄ້າ ແລະ ການບໍລິການ, ເປີດໂອກາດສ້າງລາຍຮັບໃຫ້ຜູ້ປະກອບການ ແລະ ປະຊາຊົນໃນພື້ນທີ່ຈັດງານ. ການອຸປະຖຳຂອງບໍລິສັດເບຍລາວ ຈຶ່ງມີສ່ວນຊ່ວຍໃຫ້ຄຸນຄ່າຂອງມໍລະດົກປະເພນີ ເຊື່ອມໂຍງກັບໂອກາດດ້ານການທ່ອງທ່ຽວ ແລະ ເສດຖະກິດຊຸມຊົນ.

ທ່ານ ເຮັນຣິກ ແອນເດີຊັນ (Henrik Andersen), ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ, ໄດ້ກ່າວເຖິງການສະໜັບສະໜູນໃນຄັ້ງນີ້ວ່າ:

“ສຳລັບບໍລິສັດ ເບຍລາວ ຈຳກັດ, ງານບຸນຊ່ວງເຮືອ ບໍ່ແມ່ນພຽງແຕ່ເທດສະການ ຫຼື ກິດຈະກຳທາງປະເພນີເທົ່ານັ້ນ, ແຕ່ມັນແມ່ນ ‘ຄວາມເຊື່ອ ແລະ ວິຖີຊີວິດ’ ຂອງຄົນລາວ. ຕະຫຼອດໄລຍະເວລາກວ່າ 50 ປີ, ປະຊາຊົນລາວໄດ້ໃຫ້ຄວາມຮັກ ແລະ ຄວາມໄວ້ວາງໃຈກັບເບຍລາວມາໂດຍຕະຫຼອດ. ການສະໜັບສະໜູນໃນຄັ້ງນີ້ ຈຶ່ງເປັນການສະແດງຄວາມຂອບໃຈຢ່າງເລິກເຊິ່ງຈາກໃຈຂອງພວກເຮົາ. ພວກເຮົາມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຮັກສາຮອຍຍິ້ມ, ສ້າງຄວາມສາມັກຄີ ແລະ ສືບສານມໍລະດົກອັນງົດງາມນີ້ ໃຫ້ຢູ່ຄູ່ກັບຄົນລາວຕະຫຼອດໄປ.”