ກະຊວງ ອຄ ອອກຄໍາສັ່ງ! ຫ້າມຈຳກັດການແຂ່ງຂັນທາງທຸລະກິດ ແລະ ການສ້າງສິ່ງກີດຂວາງທີ່ເປັນອຸປະສັກຕໍ່ການຈໍລະຈອນສິນຄ້າ

ໃນວັນທີ 28 ຕຸລາ 2026 ກະຊວງອຸດສາຫະກຳ ແລະ ການຄ້າ, ອອກຄໍາສັ່ງກ່ຽວກັບການຈຳກັດການແຂ່ງຂັນທາງທຸລະກິດ ແລະ ການສ້າງສິ່ງກີດຂວາງທີ່ເປັນອຸປະສັກຕໍ່ການຈໍລະຈອນສິນຄ້າ. ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມປະທານຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ປະຕິບັດສິດ ແລະ ໜ້າທີ່ ຕາມກົດໝາຍ ວ່າດ້ວຍການແຂ່ງຂັນທາງທຸລະກິດ ແລະ ຄໍາສັ່ງ ກ່ຽວກັບການລົບລ້າງສິ່ງ ກີດຂວາງທີ່ເປັນອຸປະສັກຕໍ່ການຈໍລະຈອນສິນຄ້າ.
ໃນໄລຍະຜ່ານມາມີແຈ້ງການ, ຄໍາສັ່ງ ຫລື ມາດຕະການ ທີ່ອາດມີ ຜົນກະທົບ ເປັນການຈຳກັດການແຂ່ງຂັນທາງທຸລະກິດ ຫລື ກິດຂວາງການຈໍລະຈອນສິນຄ້າ ເປັນຕົ້ນ ການບັງຄັບຊື້-ຂາຍສິນຄ້າຈາກຜູ້ສະໜອງ ຫລື ຜູ້ຈຳໜ່າຍພຽງລາຍດຽວ, ການຈຳກັດປະລິມານ ຫລື ລາຄາສິນຄ້າຢ່າງບໍ່ເປັນທຳ ແລະ ການຫ້າມ ຫລື ຈຳກັດການເຄື່ອນຍ້າຍສິນຄ້າ ລະຫວ່າງ ເມືອງຫາເມືອງ, ແຂວງຫາແຂວງ. ສະນັ້ນ, ເພື່ອໃຫ້ການ ດໍາເນີນທຸລະກິດເປັນໄປຢ່າງເສລີ, ເປັນທຳ ແລະ ສອດຄ່ອງກັບກົດໝາຍ.
ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄໍາສັ່ງ:
- ຫ້າມບໍ່ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງ, ແຂວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ອອກແຈ້ງການ, ຄໍາສັ່ງ ຫລື ມາດຕະການໃດໆ ທີ່ມີຜົນເປັນການຈຳກັດ ຫລື ກີດຂວາງ ການແຂ່ງຂັນທາງທຸລະກິດ ດັ່ງນີ້:
1) ບັງຄັບ ຫລື ກໍານົດ ໃຫ້ຊື້-ຂາຍ ຫລື ສະໜອງສິນຄ້າ ຫລື ໃຫ້ແກ່ວິສາຫະກິດພຽງລາຍດຽວ;
2) ການຈໍາກັດປະລິມານ, ແຫລ່ງຈັດຊື້, ພື້ນທີ່ຈໍາໜ່າຍ ຫລື ເງື່ອນໄຂການຄ້າ ທີ່ສົ່ງຜົນໃຫ້ການແຂ່ງຂັນຫລຸດລົງ;
3) ການຈຳກັດ ຫລື ຫ້າມການນໍາເຂົ້າ, ສົ່ງອອກ ຫລື ເຄື່ອນຍ້າຍ ສິນຄ້າພາຍໃນປະເທດ ໂດຍບໍ່ສອດຄ່ອງ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
4) ອອກມາດຕະການທີ່ເລືອກປະຕິບັດ ຫລື ໃຫ້ສິດພິເສດ ແກ່ຜູ້ປະກອບການໃດໜຶ່ງ ທີ່ມີຜົນກະທົບຕໍ່ ການແຂ່ງຂັນ.
- ຕ້ອງອໍານວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍສິນຄ້າ ແລະ ບໍ່ອະນຸຍາດໃຫ້ມີການຕັ້ງດ່ານ ຫລື ຈຸດກວດກາທຸກຮູບແບບ ຕາມຄໍາສັ່ງ ກ່ຽວກັບການລົບລ້າງສິ່ງກີດຂວາງທີ່ເປັນອຸປະສັກຕໍ່ການຈໍລະຈອນສິນຄ້າ ສະບັບ ເລກທີ 0395/ອຄ, ລົງວັນທີ 25 ກຸມພາ 2011. ການກວດກາສິນຄ້າທີ່ຈໍາເປັນຕາມກົດໝາຍສະເພາະ, ຕ້ອງດໍາເນີນ ໄປຢ່າງເໝາະສົມ, ບໍ່ເລືອກປະຕິບັດ ແລະ ບໍ່ໃຊ້ເປັນມາດຕະການເພື່ອກິດຂວາງການຈໍລະຈອນສິນຄ້າ;
- ມອບໃຫ້ກົມທີ່ກ່ຽວຂ້ອງຂອງກະຊວງ ເປັນເຈົ້າການປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງ, ແຂວງ ກວດກາຄືນບັນດານິຕິກຳ ແລະ ມາດຕະການການຈັດຕັ້ງປະຕິບັດທີ່ຂະແໜງອຸດ ສາຫະກຳ ແລະ ການຄ້າ ວາງອອກໃນໄລຍະຜ່ານມາ ທີ່ເຫັນວ່າເປັນອຸປະສັກຕໍ່ການຈໍລະຈອນສິນຄ້າ ແລະ ບໍ່ ສອດຄ່ອງກັບຄໍາສັ່ງສະບັບນີ້ ເພື່ອສົມທົບກັບຫ້ອງການກະຊວງ ແລະ ສະເໜີຄະນະນໍາກະຊວງ ພິຈາລະນາປັບປຸງ;
- ຜູ້ປະກອບການທີ່ໄດ້ຮັບຜົນກະທົບຈາກແຈ້ງການ, ຄໍາສັ່ງ ຫລື ມາດຕະການທີ່ບໍ່ສອດຄ່ອງກັບຄໍາສັ່ງ ສະບັບນີ້ ສາມາດສົ່ງຄໍາຄິດຄໍາເຫັນຕໍ່ກົມການຄ້າພາຍໃນ ຫລື ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງ, ແຂວງ ເພື່ອພິຈາລະນາແກ້ໄຂຕາມກົດໝາຍ ວ່າດ້ວຍການແຂ່ງຂັນທາງທຸລະກິດ;
- ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຮ່ວມມືໃນການຕິດຕາມ ກວດກາ ແລະ ແກ້ໄຂມາດຕະການ ທີ່ບໍ່ສອດຄ່ອງ ກັບກົດໝາຍ ແລະ ຄໍາສັ່ງສະບັບນີ້. ຜູ້ລະເມີດຄໍາສັ່ງສະບັບນີ້ ຈະຖືກປະຕິບັດມາດຕະການ ຕາມກົດໝາຍ ວ່າດ້ວຍ ການແຂ່ງຂັນທາງທຸລະກິດ ແລະ ລະບຽບການທີ່ກ່ຽວຂ້ອງ;
- ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ປະສານສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລາຍງານຜົນການຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ ຕໍ່ ກະຊວງອຸດສາຫະກຳ ແລະ ການຄ້າ ປະຈຳ 6 ເດືອນ ແລະ ປະຈຳປີ, ຫາກພົບເຫັນການລະເມີດ ຫລື ມາດຕະການໃດ ທີ່ເປັນການຈຳກັດການແຂ່ງຂັນ ຫລື ກິດຂວາງການຈໍລະຈອນສິນຄ້າ ໃຫ້ລາຍງານຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ ທັນທີ ພ້ອມສົ່ງສໍາເນົາເອກະສານ ແລະ ຂໍ້ມູນປະກອບທີ່ກ່ຽວຂ້ອງ;
- ຫ້ອງການ, ກົມ ແລະ ສະຖາບັນ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງ, ແຂວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ຢ່າງ ເຂັ້ມງວດ;
- ຄໍາສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
ຂໍ້ມູນ: ໜັງສືພິມ ລາວພັດທະນາ