ເຜີຍແຜ່ວຽກສຸຂານາໄມ ແລະສຸຂະນາໄມພືດ ຢູ່ພາກເໜືອ

   ກະຊວງກະສິກຳ ແລະປ່າໄມ້, ຮ່ວມກັບແຂວງໄຊຍະບູລີຈັດກອງປະຊຸມເຜີຍແຜ່ວຽກງານສຸຂາໄມ ແລະສຸຂານາໄມພຶດ  (SPS) ໃນວັນທີ 15 ພຶດສະພາ 2019 ທີ່ແຂວງດັ່ງກ່າວ, ໂດຍການເປັນປະທານຮ່ວມຂອງ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ສີແສງ ຂຸນສີ ຮອງຫົວໜ້າກົມລ້ຽງສັດ ແລະການປະມົງ, ມີບັນດາທ່ານທີ່ມາຈາກກະຊວງກະສິກຳ ແລະປ່າໄມ້ ແລະບັນດາ ແຂວງຕ່າງໆຄື: ຫຼວງນ້ຳທາ, ບໍ່ ແກ້ວ, ຜົ້ງສາລີ, ອຸດົມໄຊ ແລະ ຫຼວງພະບາງ.

  ທ່ານ ເພັງນິລັນ ຄຳພັນເພັງ ໄດ້ກ່າວວ່າ: ສປປ ລາວ ພວກເຮົາໄດ້ຍື່ນຄຳຮ້ອງຂໍເຂົ້າເປັນສະມາຊິກອົງການການຄ້າໂລກແຕ່ເດືອນກໍລະກົດ 1997 ແລະໄດ້ຮັບຮອງເຂົ້າເປັນສະມາຊິກຢ່າງສົມບູນໃນວັນທີ 2 ກຸມພາ 2013 ຊຶ່ງເປັນສະມາຊິກອັນດັບທີ 158 ຈາກສະມາຊິກທັງໝົດ 164 ປະເທດ, ພາຍຫຼັງໄດ້ເຂົ້າເປັນສະມາ ຊິກຢ່າງສົມບູນ, ພັກ ແລະລັດຖະບານກໍ່ໄດ້ເອົາໃຈໃສ່ຊີ້ນຳ ແລະ ວາງແຜນໃນການຮ່ວມຈັດຕັ້ງ ປະຕິບັດວຽກງານດັ່ງກ່າວໂດຍໃຫ້ສອດຄ່ອງກັບແຜນພັດທະນາ ເສດຖະກິດສັງຄົມກໍ່ຄືແນວທາງ ເຊື່ອມໂຍງເສດຖະກິດກັບສາກົນ, ໃນນີ້ບັນດາພັນທະທີ່ຕິດກັບຂົງເຂດວຽກງານກະສິກຳມີຄື: ໃຫ້ປະຕິບັດພັນທະຄວາມໂປ່ງໃສຕົ້ນ ຕໍແມ່ນສ້າງຈຸດສອບຖາມຂໍ້ມູນສຸ ຂານາໄມ ແລະສຸຂານາໄມພືດ (SPS) ສົມທົບກັບຂະແໜງທີ່ ກ່ຽວຂ້ອງຍົກລະດັບຄວາມຮູ້ທາງ ດ້ານວີຊາການກ່ຽວກັບສັນຍາອົງ ການຄ້າກໍ່ຄືການຄຸ້ມຄອງສ້າງ ຂີດຄວາມສາມາດ, ສິ່ງອຳນວຍ ຄວາມສະດວກສົ່ງອອກສິນຄ້າທີ່ຕິດພັນກັບບັນຫາສຸຂານາໄມ ແລະສຸຂານາໄມພືດພາກທຸລະກິດ ນຳເຂົ້າ (SPS) ພະແນກກະສິກຳ ແລະປ່າໄມ້, ຕ້ອງຕັ້ງຈຸດກວດກາຢູ່ທຸກໆດ່ານສາກົນ, ພ້ອມນີ້ບັນດາຜູ້ເຂົ້າຮ່ວມຍັງໄດ້ຟັງການບັນ ຍາຍເອກະສານທີ່ເປັນພື້ນຖານ ໃນການຈັດຕັ້ງປະຕິບັດພັນທະຂອງ ສປປ ລາວ ຕໍ່ອົງການການຄ້າໂລກ, ຟັງການບັນຍາຍກ່ຽວກັບວຽກງານສຸຂະພາບພືດ, ວຽກງານສຸຂະພາບສັດ,ວຽກງານຄວາມປອດໄພດ້ານອາຫານ ແລະພາລະບົດບາດຂອງວຽກງານສຸຂະນາໄມ ແລະສຸຂານາໄມພືດ (SPS )ຈາກນັ້ນບັນດາຜູ້ເຂົ້າຮ່ວມກໍ່ໄດ້ ສົນທະນາແລກປ່ຽນບົດຮຽນ ແລະຖາມ-ຕອບຂໍ້ຂ້ອງໃຈກ່ຽວກັບການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາຕື່ມອີກ.

  ຈຸດປະສົງຂອງກອງປະຊຸມຄັ້ງນີ້ກໍ່ເພື່ອປ້ອງກັນການນຳເຂົ້າສິນຄ້າອຸປະໂພກ, ບໍລິໂພກຈາກຕ່າງປະເທດເພື່ອເຮັດໃຫ້ຊີວິດ, ສຸຂະພາບຂອງຄົນ ແລະສັດ ລວມທັງປ່າໄມ້-ສັດປ່າ ຫຼື ພືດພັນຕ່າງໆປາສະຈາກຄວາມສ່ຽງຈາກສານພືດ, ສານປົນເປື້ອນ, ທາດເບື່ອ ຫຼື ຈຸລິນຊີທີ່ເປັນຕົ້ນເຫດຂອງການເກີດພະຍາດ, ໃນເຄື່ອງດື່ມ, ອາຫານສັດ, ລວມທັງສິ່ງເສດເຫຼືອຈາກຢ່າຂ້າແມງໄມ້, ຢາສັດຕະວະແພດ ແລະອື່ນໆອີກດ້ວຍ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ