ເວທີສົນທະນາຊາວຫນຸ່ມ ກັບ ພຣະພຸດທະສາສຫນາ ໃນຍຸກດີຈິຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພຣະສັມມາສັມພຸດທະເຈົ້າ ໃຫ້ຍືນຍົງ

ຄວາມສັມພັນ ລະຫວ່າງພຣະພຸດທະສາສະໜາ ກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ ໃນຍຸກດິຈິທັອລ ໄດ້ຖືກຍົກຂຶ້ນ ໃນເວທີສຳມະນາຊາວຫນຸ່ມ ກັບ ພະພຸດທະສາສຫນາ ໃນ ວັນທີ 29 ຕຸລາ 2026 ໃນໂອກາດຈັດກອງປະຊຸມ ໂຕະມົນ ພຸດທະສາສະຫນາ ໜານໄຫ ຄັ້ງທີ XI ຢູ່ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ພຣະອາຈານໃຫຍ່ ດຳລົງ ພິມມະຈັກ ຮອງປະທານສູນກາງອົງການພຸດທະສາສຫນາ ສຳພັນແຫ່ງ ສປປ ລາວ, ຫົວໜ້າກຳມາທິການຕ່າງປະເທດສົງ, ມີພຣະສົງຈາກ 30 ປະເທດ ແລະ ຊາວຫນຸ່ມເຂົ້າຮ່ວມ
ພຣະອາຈານໃຫຍ່ ດຳລົງ ພິມມະຈັກ ກ່າວວ່າ: ພຣະສົງມີບົດບາດສຳຄັນໃນວິຖີຊີວິດຂອງຄົນໃນສັງຄົມ, ເປັນຜູ້ນຳທາງຈິດວິນຍານໃນການດຳລົງຊີວິດບໍ່ທາງກົງກໍທາງອ້ອມ, ຢ່າງໃດກໍດີ ມາເຖິງປັດຈຸບັນ ເປັນຍຸກທີ່ເທັກໂນໂລຊີຂໍ້ມູນຂ່າວສານ ເຮັດໃຫ້ການເຂົ້າເຖິງໄດ້ງ່າຍ, ການເຜີຍແຜ່ພະພຸດທະສາສຫນາໃນຮູບແບບປັດຈຸບັນ ໂດຍໃຊ້ເທັກໂນໂລຊີ ດິຈີຕອນມາຊ່ວຍ ເປັນເຄື່ອງມື ຈະເປັນສ່ວນຊ່ວຍໃຫ້ຄົນສະໄຫມໃຫມ່ເຂົ້າເຖິງຫລັກທຳຂອງອົງພຣະສັມມາສັມພຸດທະເຈົ້າໄດ້ງ່າຍ, ທົ່ວເຖິງ, ກວ້າງຂວາງ ແລະ ວ່ອງໄວ, ມີສ່ວນສຳຄັນໃນການຊ່ວຍສົ່ງເສີມສະຫນັບສະຫນູນຄະນະສົງ ໄດ້ເຂົ້າເຖິງຂໍ້ມູນທີ່ຊ່ວຍໃຫ້ການເຜີຍແຜ່ທັມເປັນໄປໄດ້ດີຍິ່ງໆຂຶ້ນ
ຄວາມສັມພັນ ລະຫວ່າງພຣະພຸດທະສາສະໜາ ກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ ໃນຍຸກດິຈິທັອລ ໄດ້ປ່ຽນແປງໄປຈາກອະດີດຫຼາຍ ໂດຍພວກເຂົາບໍ່ໄດ້ເບິ່ງພະພຸດທະສາສະໜາ ໃນຂອບຂອງປະເພນີ ຫຼື ພິທີກັມແບບເດີມອີກຕໍ່ໄປ ແຕ່ໄດ້ປັບປ່ຽນ ໃຫ້ເຂົ້າກັບວິຖີຂອງຊີວິດ, ຄວາມຄິດ ແລະ ປັນຫາຂອງສັງຄົມສະໄໝໃໝ່ ເຊິ່ງລັກສະນະສໍາຄັນ ຂອງພະພຸດທະສາສະໜາ ກັບຄົນຍຸກໃໝ່ ຄື:
1. ເປັນພື້ນທີ່ຮີລໃຈ (Healing Space): ຄົນຮຸ່ນໃໝ່ ຫັນມາສົນໃຈຫຼັກທັມ ທາງພະພຸດທະສາສະໜາ ໃນແງ່ຂອງຈິດຕະວິທະຍາ, ການຈັດການຄວາມອຸກໃຈ, ຄວາມວິຕົກກັງວົນ ແລະ ການດູແລສຸຂະພາບຈິດ ໃນຊີວິດປະຈຳວັນ;
2. ເຂົ້າເຖິງງ່າຍ ຜ່ານ Pop Culture ແລະ ດິຈິທັອລ: ຄໍາສອນໄດ້ຖືກຊອຍ ໃຫ້ຢູ່ໃນຮູບແບບທີ່ເຂົ້າໃຈງ່າຍ, ທັນສະໄໝ ເຊັ່ນ ຄອນເທັນສັ້ນ ພອດແຄສຕ໌ ຫຼື ການປັບຫຼັກທັມ ໃຫ້ເຊື່ອມໂຍງກັບກະແສສັງຄົມ ຜ່ານແພລຕຟອມ ອອນລາຍນ໌ ຕ່າງໆ;
3. ເນັ້ນເຫດຜົນ ແລະ ຄວາມເປັນຈິງ ຫຼາຍກວ່າພິທີກັມ: ຄົນຮຸ່ນໃໝ່ ຕັ້ງຄໍາຖາມ ກັບພິທີກັມຄວາມເຊື່ອທີ່ພິສູດບໍ່ໄດ້ ຫຼື ປັນຫາໃນຮູບໂຄງສ້າງໃນອົງກອນສົງ ເຊັ່ນ ການຂາຍສັດທາ ການນໍາພາໄປໃນຮູບແບບໄສຍະສາດ ເປັນຕົ້ນ ແລະ ພາກັນເລືອກສັດທາ ໃນສ່ວນທີ່ສາມາດນໍາມາໃຊ້ ປະຕິບັດໄດ້ຈິງ ໃນຊີວິດ;
4. ການປັບໂຕ ຂອງສາສະໜາສູ່ສາດສະໄໝໃໝ່: ມີການນໍາ ຫຼັກສະຕິ ແລະ ຫຼັກສະມາທິ ໄປບູຣະນາການ ເຂົ້າກັບການເຮັດວຽກງານ, ການຮຽນ ແລະ ການພັດທະນາຕົວເອງ ເພື່ອສ້າງຄວາມສົມມະດຸນ ໃນຍຸກທີ່ເທັກໂນໂລຊີ ແລະ ທຶນນິຍົມ ໝຸນໄປຢ່າງວ່ອງໄວ.