ໃນວັນທີ 29 ຕຸລາ 2026, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ສືບຕໍ່ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ (ADMM-Plus) ຄັ້ງທີ 13 ທີ່ເມືອງ ເຊບູ,ປະເທດ ຟີລິບປິນ, ໂດຍການເປັນປະທານຂອງ ທ່ານ ກິວເບີໂຕ ຊີ ເທີເດໂຣ ຈູເນຍ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ຟີລິບປິນ, ເປັນກຽດເຂົ້າຮ່ວມກອງປະຊຸມດັ່ງກ່າວ ປະກອບມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດຈາກປະເທດສະມາຊິກອາຊຽນ ແລະ ອາຊຽນ-ບວກ ລວມທັງໝົດ 19 ປະເທດ ແລະ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ.
ກອງປະຊຸມ ໄດ້ດຳເນີນພາຍໃຕ້ຄໍາຂວັນ: ຊາວໜຸ່ມ, ສັນຕິພາບ ແລະ ຄວາມໝັ້ນຄົງພ້ອມທັງຮັບຟັງການລາຍງານຫຍໍ້ກ່ຽວກັບຜົນງານການເຄື່ອນໄຫວທີ່ພົ້ນເດັ່ນຂອງເສົ້າຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ໃນໄລຍະ 1 ປີທີ່ຜ່ານມາ, ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາແຜນງານການຮ່ວມມືວຽກງານປ້ອງກັນຊາດຂອງອາຊຽນໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ແລະ ຜົນສໍາເລັດຂອງກອງປະຊຸມຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ-ບວກ.
ບັນດາລັດຖະມົນຕີຂອງປະເທດສະມາຊິກອາຊຽນ ແລະ ອາຊຽນ-ບວກ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບຄວາມໝັ້ນຄົງທີ່ພົ້ນເດັ່ນ ແລະ ບົດບາດທີ່ສໍາຄັນຂອງກອງປະຊຸມ ADMM-Plus ໃນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ ແລະ ສາກົນ, ລວມທັງການສືບຕໍ່ສົ່ງເສີມຄວາມເປັນແກນກາງແລະ ຄວາມສາມັກຄີຂອງອາຊຽນ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງ ບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນ-ບວກ.
ກອງປະຊຸມ ຍັງໄດ້ຮັບຮອງເອົາການເປັນປະທານຮ່ວມຂອງໜ່ວຍງານຜູ້ຊ່ຽວຊານໃນຂອບກອງປະຊຸມ ADMM-Plus ໃນຮອບວຽນປີ 2027-2030, ເຊິ່ງໃນນີ້ ປະກອບມີ: ສາທາລະນະລັດ ອິນໂດເນເຊຍ ແລະ ສະຫະພັນ ຣັດເຊຍ ຈະເປັນປະທານຮ່ວມໜ່ວຍງານຜູ້ຊ່ຽວຊານດ້ານຄວາມໝັ້ນຄົງທາງທະເລ; ຣາຊະອານາຈັກ ໄທ ແລະ ຍີ່ປຸ່ນ ຈະເປັນປະທານຮ່ວມໜ່ວຍງານຜູ້ຊ່ຽວຊານດ້ານການຊ່ວຍເຫຼືອມະນຸດສະທໍາ ແລະ ບັນເທົາທຸກໄພພິບັດ; ສສ ຫວຽດນາມ ແລະ ອິນເດຍ ຈະເປັນປະທານຮ່ວມໜ່ວຍງານຜູ້ຊ່ຽວຊານດ້ານຄວາມໝັ້ນຄົງທາງໄຊ້ເບີ; ສາທາລະນະລັດ ຟີລິບປິນ ແລະ ສ.ເກົາຫລີ ຈະເປັນປະທານຮ່ວມໜ່ວຍງານຜູ້ຊ່ຽວຊານດ້ານການຮັກສາສັນຕິພາບສາກົນ; ສປປ ລາວ ແລະ ສປ ຈີນ ຈະເປັນປະທານຮ່ວມໜ່ວຍງານຜູ້ຊ່ຽວຊານດ້ານການແພດທະຫານ.
ກອງປະຊຸມ ຍັງໄດ້ຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມ ADMM-Plus ຄັ້ງທີ 13 ວ່າດ້ວຍ ຊາວໜຸ່ມ, ສັນຕິພາບ ແລະ ຄວາມໝັ້ນຄົງ, ເຊິ່ງເນັ້ນໜັກເຖິງຄວາມສໍາຄັນ ແລະ ຄວາມໝັ້ນໝາຍຂອງບັນດາປະເທດສະມາຊິກ ໃນການສົ່ງເສີມການຮ່ວມມືເພື່ອກໍ່ສ້າງ ແລະ ພັດທະນາຄວາມຮູ້ຄວາມສາມາດໃນຂົງເຂດວຽກງານຕ່າງໆໃຫ້ແກ່ຊາວໜຸ່ມ ກໍຄື ຄົນໜຸ່ມນ້ອຍໃນຂະແໜງການປ້ອງກັນຊາດ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການພົວພັນຮ່ວມມືດ້ານປ້ອງກັນຊາດຂອງອາຊຽນ ແລະ ການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ ແລະ ສາກົນ.
ໃນວາລະສຸດທ້າຍຂອງກອງປະຊຸມຄັ້ງນີ້, ປະເທດເຈົ້າພາບ ຟີລິບປິນ ຍັງໄດ້ຈັດພິທີມອບໂອນການເປັນປະທານກອງປະຊຸມ ADMM, ກອງປະຊຸມ ADMM-Plus ແລະ ບັນດາກອງປະຊຸມປິ່ນອ້ອມ ໃຫ້ແກ່ປະເທດ ສິງກະໂປ ເພື່ອສືບຕໍ່ເປັນເຈົ້າພາບໃນປີ 2027.
ໃນໄລຍະເຂົ້າຮ່ວມກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ພົບປະສອງຝ່າຍ ກັບບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນ-ບວກ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືທະວີພາຄີຕື່ມອີກ.
ຂໍ້ມູນ: ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ FM 99,7 MHz