ກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ 11 ພາຍໃຕ້ຫົວຂໍ້: “ຕົ້ນກຳເນີດອັນດຽວກັນ, ຮ່ວມປະນິທານດຽວກັນ, ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ” ປິດລົງດ້ວຍຜົນສຳເລັດ ພາຍ ຫລັງຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 28-29 ຕຸລາ 2026 ຢູ່ນະຄອນຫລວງວຽງຈັນ ສປປ ລາວ. ເຊິ່ງ ພະອາຈານໃຫຍ່ ດຳລົງ ພິມມະຈັກ ຮອງປະທານສູນກາງອົງການພຸດທະສາສະນາ ສຳພັນແຫ່ງ ສປປ ລາວ, ຫົວໜ້າກຳມາທິການຕ່າງປະເທດສົງ ໄດ້ຖະແຫລງຜົນສໍາເລັດ ຂອງກອງປະຊຸມ ດັ່ງກ່າວໃນວັນທີ 29 ຕຸລາ 2026 ນີ້ວ່າ: ກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ 11 ໄດ້ຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນ ສປປ ລາວ ໂດຍການເປັນເຈົ້າພາບຂອງ ສູນກາງອົງການພຸດທະສາສະໜາສຳ ພັນ ແຫ່ງ ສປປ ລາວ (ສົມທົບກັບພາກສ່ວນກ່ຽວຂ້ອງຂອງລາວ) ຮ່ວມກັບ ສະມາຄົມພຸດທະສາສະໜາ ນະຄອນເສີນເຈີ້ນ ແລະ ວັດຫົງຟ້າ ຂອງ ສປ ຈີນ. ກອງປະຊຸມຄັ້ງນີ້, ໄດ້ດໍາເນີນໄປໃນບັນຍາກາດທີ່ສະຫງ່າຜ່າເຜີຍ ແລະ ອົບອຸ່ນ ໂດຍການເຂົ້າຮ່ວມຂອງບັນດາຜູ້ນໍາທາງພະພຸດທະສາສະໜາ, ພະເຖ ຣານຸເຖຣະ, ຕາງໜ້າຊາວພຸດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດ ພຸດທະສາສະນິກະຊົນ ທີ່ເດີນທາງມາຮ່ວມ ຈາກ 29 ປະເທດ ແລະ ເຂດແຄວ້ນ. ນອກຈາກນີ້, ຍັງມີການນໍາຂັ້ນສູງຂອງພັກ-ລັດ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນຫລາຍ ຊຶ່ງປີ 2026 ເປັນປີສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ຈີນ-ລາວ ຄົບ ຮອບ 65 ປີ ແລະ ເປັນປີທີ່ສອງປະເທດຍົກລະດັບສາຍພົວພັນ ເປັນ "ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່” ລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ແລະ ຮ່ວມມືກໍ່ສ້າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ.
ກອງປະຊຸມໄດ້ສໍາເລັດຜົນຢ່າງຈົບງາມຕາມຄາດໝາຍທີ່ໄດ້ວາງໄວ້ ເປັນຕົ້ນ ການແລກປ່ຽນສະ ຕິປັນຍາ ແລະ ສິນທຳ: ກອງປະຊຸມໄດ້ຈັດເວທີປຶກສາຫາລື, ແລກປ່ຽນແນວຄວາມຄິດ ແລະ ບົດຮຽນປະສົບການຢ່າງເລິກເຊິ່ງ ໃນການນໍາເອົາຫລັກສິນທຳ ແລະ ພະທຳຄໍາສອນທາງພະພຸດທະສາສະໜາ ມາໝູນໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນ ເພື່ອຮັບມືກັບສິ່ງທ້າທ້າຍຕ່າງໆໃນເງື່ອນໄຂ ແລະ ສະພາບຄວາມຫຍຸ້ງຍາກຂອງໂລກປັດຈຸບັນ, ນໍາໃຊ້ພູມປັນຍາແຫ່ງຄວາມສາມັກຄີ ແລະ ການສ້າງສັນຕິພາບບົນພື້ນຖານ ການເຄົາລົບເຊິ່ງກັນ ແລະ ກັນ ແລະ ການຢູ່ຮ່ວມກັນຢ່າງກົມກຽວ ເພື່ອສ້າງສັນຕິພາບ ແລະ ຄວາມສະຫງົບສຸກໃນການຢູ່ຮ່ວມກັນໂດຍສັນຕິ, ສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຊຸກ ຍູ້ໃຫ້ໜານໄຫ່ ກາຍເປັນທະເລແຫ່ງສັນຕິພາບ; ການເສີມສ້າງຄວາມສາມັກຄີ ແລະ ວັດທະນະທຳ: ກອງປະຊຸມໄດ້ສ້າງຂີດໝາຍໃໝ່ ໃນການເຕົ້າໂຮມຄວາມສາມັກຄີ ລະຫວ່າງ ຜູ້ນໍາທາງພະພຸດທະສາສະໜາ ແລະ ຊາວພຸດ, ເພີ່ມພູນຄວາມເຂົ້າໃຈ, ການແລກປ່ຽນຮຽນຮູ້ຂະນົບທໍານຽມ, ວັດທະນະທຳທີ່ຫລາກຫລາຍ ແລະ ສ້າງຄວາມໃກ້ຊິດສະໜິດສະໜົມກັນຫລາຍຂຶ້ນ, ເສີມຂະຫຍາຍສາຍສໍາພັນແຫ່ງທໍານັບພັນປີໃນພາກພື້ນໜານໄຫ່, ຊຸກຍູ້ການພັດທະນາຂອງ 3 ສາຍພຸດທະສາສະໜາ, ສົ່ງເສີມການຢູ່ຮ່ວມກັນຢ່າງສັນຕິ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນ ທາງອະລິຍະທຳ, ບົນພື້ນຖານການເຄົາລົບພິທີກຳ, ຮີດຄອງປະເພນີ ແລະ ຈຸດພິເສດໃນການປະຕິບັດທຳ, ໃຫ້ຊຸກຍູ້ການແລກປ່ຽນໃນຂົງເຂດຕ່າງໆ; ການສົ່ງເສີມສັນຕິພາບ ແລະ ຄວາມສັນຕິສຸກ: ກອງປະຊຸມໄດ້ເຕົ້າໂຮມກໍາລັງແຮງທາງສະຕິປັນຍາຈາກບັນດາຜູ້ຊ່ຽວຊານ ແລະ ຜູ້ຊົງຄຸນວຸທິທັງພາກລັດ ແລະ ພາກເອກະຊົນ ເພື່ອເປົ້າໝາຍ ດຽວກັນ ຄືການສ້າງສັນຕິພາບ, ຄວາມສັນຕິສຸກ ແລະ ຄວາມຈະເລີນຮຸ່ງເຮືອງ ໃຫ້ແກ່ພາກພື້ນ ແລະ ສາກົນ, ເພີ່ມທະວີການນໍາໃຊ້ເຕັກໂນໂລຊີ ແລະ ການສື່ສານ ໂດຍອາໄສສື່ໃໝ່ດີຈິຕອນ ແລະ ປັນຍາປະດິດ (AI) ເພື່ອເລັ່ງລັດການຫັນຄໍາພີພຸດທະສາສະໜາເປັນແບບດີຈິຕອນ ເພື່ອດໍາເນີນວຽກງານການກຸສົນເພື່ອສາທາລະນະປະໂຫຍດ ເຊັ່ນ: ການຊ່ວຍເຫລືອທຶນການສຶກສາຂ້າມຊາຍແດນ, ການຊ່ວຍ ເຫລືອດ້ານການແພດ, ການຊ່ວຍເຫລືອຫລັງໄພພິບັດ, ການປົກປັກຮັກສາລະບົບນິເວດທາງທະເລ ແລະ ອື່ນໆ ເພື່ອສືບຕໍ່ສ້າງໂຄງການ “ການເຄື່ອນໄຫວແຫ່ງແສງສະຫວ່າງ ແລະ ຄວາມເມດຕາທໍາຕາມເສັ້ນທາງສາຍໄໝ”; ການບຳລຸງ, ກໍ່ສ້າງບຸກຄະລາກອນພະສົງ: ກອງປະຊຸມໄດ້ຖືເອົາສະຖາບັນສົງເປີ່ນຮ່ວນ (BenHuan) ເປັນສະຖານທີ່ ດໍາເນີນໂຄງການຝຶກອົບຮົມບຸກຄະລາກອນພະສົງ ໃຫ້ໄດ້ຮັບການຍົກລະດັບການສຶກສາຊັ້ນສູງ ແລະ ສາກົນ, ສ້າງຮູບແບບການບຳລຸງສ້າງບຸກຄະລາກອນແບບ "2+2" ຄື ສຶກສາຢູ່ປະເທດຂອງຕົນ 2 ປີ ແລະ ສຶກສາຢູ່ ສປ ຈີນ 2 ປີ, ເປີດຮັບພະສົງນັກສຶກສາ ຕ່າງປະເທດຈາກ ສປປ ລາວ ແລະ ປະເທດອື່ນໆ ໃຫ້ຫລາຍຂຶ້ນ ໂດຍຖືເອົາວັດຈີນ ທີ່ປະເທດເນປານ ເປັນສະຖານທີ່ຫລັກ ເພື່ອເພີ່ມທະວີການແລກປ່ຽນວັດທະນະທໍາທາງດ້ານສາສະໜາ ລະຫວ່າງ ຈີນ-ເນປານ ແລະ ສົ່ງເສີມບົດບາດຂອງພຸດທະສາສະໜາ ສປ ຈີນ; ສ້າງຕັ້ງວາລະສານທຳມະ ແລະ ຮັກສາການປະສານງານ: ກອງປະຊຸມໄດ້ອີງໃສ່ວາລະສານທຳມະ "ການເຜີຍແຜ່ພະທໍາ (Hongfa)" ເພື່ອສ້າງ ຕັ້ງ "ຂ່າວສານພຸດທະສາສະໜາ ໜານໄຫ່", ສະທ້ອນໃຫ້ເຫັນເຖິງສະພາບການພັດທະນາວຽກງານພຸດທະສາສະໜາຂອງບັນດາປະເທດ ແລະ ເຂດແຄວ້ນພຸດທະສາສະໜາໜານໄຫ່, ແລກປ່ຽນສະພາບຕົວຈິງໃນຂົງເຂດມະນຸດສາດ, ວິຊາການ ແລະ ການສຶກສາພຸດທະສາສະໜາ ຂອງ 3 ສາຍພຸດທະສາສະໜາ, ປັບປຸງກົນໄກການເຮັດວຽກໃຫ້ປົກກະຕິ ແລະ ຕໍ່ເນື່ອງ, ເພີ່ມຈໍານວນພະນັກງານປະສານງານຂອງກອງປະຊຸມໂຕະມົນ, ແລກປ່ຽນ ແລະ ການເຄື່ອນໄຫການພັດທະນາວຽກງານພຸດທະສາສະໜາ ຂອງບັນດາປະເທດ ແລະ ເຂດແຄວ້ນພຸດທະສາສະໜາ ໜານໄຫ່ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ລິເລີ່ມຂອງກອງ ປະຊຸມໂຕະມົນຄັ້ງນີ້.
ໃນກອງປະຊຸມ ຝ່າຍ ສປປ ລາວ ໄດ້ສະແດງໃຫ້ເຫັນເຖິງນະໂຍບາຍ ອັນສະເໝີຕົ້ນສະເໝີ ປາຍ ໃນການເຄົາລົບ ແລະ ສົ່ງເສີມສິດເສລີພາບ ໃນການເຊື່ອຖື ຫລື ບໍ່ເຊື່ອຖືສາສະໜາ ຂອງພົນລະ ເມືອງ, ການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວກິດຈະກຳທາງສາສະໜາ ໃຫ້ຖືກຕ້ອງຕາມຫລັກ ທໍາຄໍາສອນ ແລະ ລະບຽບກົດໝາຍ, ພ້ອມທັງຢືນຢັນເຖິງມູນເຊື້ອຄວາມສາມັກຄີປອງດອງ ລະຫວ່າງ ບັນດາສາສະໜາ ຢູ່ ສປປ ລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.