ໄຊພູທອງ-ອຳເພີດອນຕານ ຮ່ວມມືປາບປາມຢາເສບຕິດ ຕາມແນວຊາຍແດນ

  ກອງປະຊຸມຄະນະປະສານງານປາບປາມຢາເສບຕິດຊາຍແດນລາວ-ໄທ ຄັ້ງທີ 3 ລະຫວ່າງ ເມືອງໄຊພູທອງ ແຂວງສະຫວັນນເຂດ (ສປປ ລາວ) ກັບຄະນະປະສານງານປາບປາມຢາເສບຕິດຊາຍແດນ  ອໍາເພີດອນຕານ  (Border Liaison Offic: BLO) ຈັງຫວັດມຸກດາຫານລາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2019 ຢູ່ເມືອງໄຊ ພູທອງ ໂດຍການເປັນປະທານຂອງ ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງ ໄຊພູທອງ ທັງເປັນປະທານຄະນະຮ່ວມມືຮັກສາຄວາມສະຫງົບຮຽບ ຮ້ອຍຕາມຊາຍແດນລາວ-ໄທ ພ້ອມດ້ວຍຄະນະ, ຝ່າຍໄທນໍາ ໂດຍທ່ານ ຍຸກຄົນ ການຈະນະສິລິພົງ ນາຍອໍາເພີດອນຕານເປັນປະ ທານຄະນະກໍາການຮວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ມີບັນດາຄະນະກໍາມະການທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ທັງສອງຝ່າຍໄດ້ຕີລາຄາສຸງຕໍ່ມູນເຊື້ອສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ມີມາແຕ່ຍາວນານຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງສອງປະເທດ ສອງລັດຖະບານກໍ່ຄືເມືອງໄຊພູທອງ ກັບ ອໍາເພີດອນຕານທີ່ມີການຂະຫຍາຍຕົວຢ່າງເລິກເຊິ່ງໜັກແໜ້ນ ແລະ ຮອບດ້ານເຫັນໄດ້ຈາກການໄປມາຫາສູ່ການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນຕ່າງໆ, ສອງຝ່າຍໄດ້ທົບທວນຄືນບົດບັນທຶກຂໍ້ຕົກລົງລະຫວ່າງເມືອງໄຊພູທອງກັບອໍາເພີດອນຕານໃນຄັ້ງວັນທີ 10 ມີນາ 2017 ແລະຄັ້ງວັນທີ 23 ມັງກອນ 2018 ໃຫ້ຄະນະກັບມະການທັງສອງຝ່າຍຮັບຊາບ ແລະເຂົ້າໃຈນໍາກັນ, ທັງສອງຝ່າຍໄດ້ພົບປະແລກປ່ຽນຜົນສໍາເລັດຂອງການປະຕິບັດຄວາມຮ່ວມມືໃນການປ້ອງກັນ ແລະ ແກ້ໄຂບັນຫາຢາເສບຕິດຕາມແນວຊາຍແດນລວມເຖິງການແລກປ່ຽນຂໍ້ ມູນຂ່າວສານທີ່ເປັນປະໂຫຍດໃນການປ້ອງກັນ ແລະປາມປາມຢາເສບ ຕິດ, ກອງປະຊຸມສອງຝ່າຍຕົກລົງຮ່ວມກັນທີ່ຈະແລກປ່ຽນຂໍ້ມູນທີ່ກ່ຽວຂ້ອງກັບຢາເສບຕິດລະຫວ່າງເມືອງໄຊພູທອງ ກັບອໍາເພີດອນຕານໂດຍ ຜ່ານໜ່ວຍງານ (ປ້ອງກັນ ແລະປາບປາມຢາເສບຕິດ ເມືອງໄຊພູທອງ ກັບສໍານັກງານປະສານງານປາບປາມຢາເສບຕິດຊາຍແດນຂອງອໍາເພີດອນຕານ, ກອງປະຊຸມໄດ້ສະແດງເຈດຈໍານົງໃນການປາບປາມຜູ້ຄ້າ-ຂາຍຢາເສບຕິດໃນພື້ນທີ່ຂອບເຂດຄວາ ມຮັບຜິດຊອບຢ່າງເຂັ້ມງວດ, ທັງສອງຝ່າຍຕົກລົງຮ່ວມກັນໃນການດໍາເນີນການປ້ອງກັນບັນດາເຍົາວະຊົນຊາວໝຸ່ມ ແລະພໍ່ແມ່ປະຊາຊົນບໍ່ໃຫ້ກ່ຽວຂ້ອງກັບຢາເສບຕິດ, ສ່ວນຝ່າຍອໍາເພີດອນຕານສະເໜີໃຫ້ມີການຮ່ວມກັນລາດຕະເວນຕາມລໍາແມ່ນໍ້າຂອງທາງເຮືອເດືອນລະ 1 ຄັ້ງໂດຍຝ່າຍອໍາເພີດອນຕານເປັນຜູ້ຮັບຜິດຊອບເລື່ອງການໃຊ້ຈ່າຍງົບປະມານ.

  ກອງປະຊຸມທັງສອງຝ່າຍມີຄວາມເຫັນດີເປັນເອກະພາບກັນໃນການຈັດກອງປະຊຸມປຶກສາຫາລືທຸກປີຕາມແຕ່ໂອກາດ ແລະຄວາມເໝາະສົມໃນການເປັນເຈົ້າພາບ, ພ້ອມນັ້ນກອງປະຊຸມຍັງໄດ້ທົບທວນຄວາມຈໍາບົດບັນທຶກກອງປະຊຸມຄັ້ງວັນທີ 23 ມັງກອນ 2018 ທີ່ຈັດຂຶ້ນທີ່ອໍາເພີດອນຕານ ຂໍ້ 4.5 ເລື່ອງການສົ່ງເສີມສິລະປະວັດທະນະທໍາ ແລະ ງານປະເພນີໂດຍສະເໜີໃຫ້ມີການອະນຸຍາດໃຫ້ພໍ່ແມ່ປະຊາຊົນໄປມາຫາສູ່ໃນເທສະການບຸນນະມັດສະການພຣະທາດໂຜ່ນ, ງານບຸນຊ່ວງເຮືອອອກພັນສາ ເມືອງໄຊພູທອງ ແລະປະເພນີບຸນເດືອນ 6 ແລະບຸນຊ່ວງເຮືອອອກພັນສາຂອງອໍາເພີດອນຕານ.

  ກອງປະຊຸມຍັງໄດ້ມີການປະສານແລກປ່ຽນວັດທະນະທໍາງານບຸນປະເພນີຕ່າງໆ, ເພື່ອເປັນການປະກອບສ່ວນສໍາຄັນໃນການຮັກສາສັນຕິພາບ, ມິດຕະພາບ ແລະສະຖຽນລະພາບລະຫວ່າງເມືອງໄຊພູທອງກັບ ອໍາເພີດອນຕານການຮ່ວມມືໃນຄັ້ງນີ້ເພື່ອເຮັດໃຫ້ຊາຍແດນມີຄວາມສະຫງົບປອດໄພ.

ຈາກນັ້ນ, ທັງສອງຝ່າຍກໍ່ໄດ້ມີການເຊັນບົດບັນທຶກຊ່ວຍຈໍາລະຫວ່າງເຈົ້າເມືອງທັງສອງເມືອງ ຊຶ່ງເປັນຄະນະກໍາມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ (ເມືອງໄຊພູທອງ-ອໍາເພີດອນຕານ) ໂດຍຊ່ອງໜ້າຄະນະກໍາມະການທັງສອງຝ່າຍ.

ໂດຍ: ພັນທະມິດ ວົງສຸທິ