ຈັບ 8 ຜູ້ຕ້ອງຫາຄ້າຂາຍຢາເສບຕິດ

ໃນວັນທີ 3 ພະຈິກ 2026 ເວລາປະມານ 12 ໂມງ 30 ນາທີ ທາງເຈົ້າໜ້າທີ່ ປກສ ເມືອງຈຳປາສັກ ໄດ້ລົງແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ ແລະ ເສບຢາເສບຕິດ(ຢາບ້າ) ຢູ່ເຂດບ້ານຈິກທາງໂງຕາແສງດອນຕະລາດ ເມືອງຈຳປາສັກ ແຂວງຈຳປາສັກ ສາມາດຈັບຕົວເປົ້າໝາຍໄດ້ 8 ຄົນ, ຍຶດເຄື່ອງຂອງກາງໄດ້ຢາບ້າຈຳນວນ 258 ເມັດ ຄື:
1/ທ້າວ ວຽງ ເທບພະໄກສອນ ອາຍຸ 36 ປີ ອາຊີບຊາວນາ ຢູ່ບ້ານຈິກທາງໂງ ຕາແສງດອນຕະລາດ
ເມືອງຈຳປາສັກ ແຂວງຈຳປາສັກ.
ຂໍ້ກ່າວຫາ: ຄ້າຂາຍຢາເສບຕິດ ແລະ ເສບຢາເສບຕິດ(ຢາບ້າ).
ເຄື່ອງຂອງກາງ: ຢາບ້າຈຳນວນ 238 ເມັດ.
2/ທ້າວ ກາສີ ພົມມະບຸດ ອາຍຸ 35 ປີ ອາຊີບຊາວນາ ຢູ່ບ້ານຈິກທາງໂງ ຕາແສງດອນຕະລາດ
ເມືອງຈຳປາສັກ ແຂວງຈຳປາສັກ.
ຂໍ້ກ່າວຫາ: ການເສບ ຫຼືການມີໄວ້ໃນຄອບຄອງເພື່ອເສບ(ຢາບ້າ).
ເຄື່ອງຂອງກາງ: ຢາບ້າຈຳນວນ 20 ເມັດ.
3/ທ້າວ ລຸ້ງອາໄລ ສີລິຍາໄລ ອາຍຸ 29 ປີ ອາຊີບຊາວນາ ຢູ່ບ້ານຈິກທາງໂງ ຕາແສງດອນຕະລາດ
ເມືອງຈຳປາສັກ ແຂວງຈຳປາສັກ.
ຂໍ້ກ່າວຫາ: ການເສບຢາເສບຕິດ(ຢາບ້າ).
4/ທ້າວ ທິງໂທນ ອາຍຸ 18 ປີ ອາຊີບຊາວນາ ຢູ່ບ້ານຈິກທາງໂງ ຕາແສງດອນຕະລາດ ເມືອງຈຳປາ
ສັກ ແຂວງຈຳປາສັກ.
ຂໍ້ກ່າວຫາ: ການເສບຢາເສບຕິດ(ຢາບ້າ).
5/ທ້າວ ເຫຼັກ ແກ້ວຫານາມ ອາຍຸ 30 ປີ ອາຊີບຊາວນາ ຢູ່ບ້ານຈິກທາງໂງ ຕາແສງດອນຕະລາດ
ເມືອງຈຳປາສັກ ແຂວງຈຳປາສັກ.
ຂໍ້ກ່າວຫາ: ການເສບຢາເສບຕິດ(ຢາບ້າ).
6/ທ້າວ ຈ່ອຍ ແກ້ວບົວຄຸນ ອາຍຸ 29 ປີ ອາຊີບຊາວນາ ຢູ່ບ້ານໜອງພັນວົງ ເມືອງສຸຂຸມາ ແຂວງ
ຈຳປາສັກ.
ຂໍ້ກ່າວຫາ: ການເສບຢາເສບຕິດ(ຢາບ້າ).
7/ທ້າວ ເດືອນຊິນ ພູມຢາ ອາຍຸ 28 ປີ ອາຊີບຊາວນາ ຢູ່ບ້ານໜອງພັນວົງ ເມືອງສຸຂຸມາ ແຂວງ
ຈຳປາສັກ.
ຂໍ້ກ່າວຫາ: ການເສບຢາເສບຕິດ(ຢາບ້າ).
8/ທ້າວ ບຸນ ແກ້ວວົງທອງ ອາຍຸ 18 ປີ ອາຊີບຊາວນາ ຢູ່ບ້ານຍາງສາວ ເມືອງສຸຂຸມາ ແຂວງ
ຈຳປາສັກ.
ຂໍ້ກ່າວຫາ: ການເສບຢາເສບຕິດ(ຢາບ້າ).
ປັດຈຸບັນຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນຂອງການດຳເນີນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະ.
#ຂ່າວ - ພາບ ໄຊຍະສິດ ສີຫາວົງ
# ຂ່າວເມືອງຈຳປາສັກ