ໄຟຟ້າຫົງສາ ຈັດງານກະຖິນສາມັກຄີ ປະຈໍາປີ 2026 ສົມທົບທຶນສ້າງວິຫານວັດໃໝ່ໝອງຊາງ

ໃນວັນທີ 31 ຕຸລາ 2026 ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຮ່ວມກັບ ອົງການປົກຄອງ ເມືອງຊຽງຮ່ອນ, ອົງການພຸດທະສາສະໜາ ເມືອງຊຽງຮ່ອນ ແລະ ປະຊາຊົນ ບ້ານໃໝ່ໜອງຊາງ ຈັດພິທີທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດໃໝ່ໝອງຊາງ ບ້ານໃໝ່ໝອງຊາງ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອຮ່ວມສືບສານປະເພນີອັນດີງາມທາງພຸດທະສາສະໜາ ພ້ອມສົມທົບທຶນກໍ່ສ້າງວິຫານຫຼັງໃໝ່ ໂດຍໃນປີນີ້, ຍັງເປັນສ່ວນໜຶ່ງຂອງການ ສະເຫຼີມສະຫຼອງບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຄົບຮອບ 10 ປີ.
ພາຍໃນງານໄດ້ຮັບກຽດຈາກ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ທ່ານ ແສງອາທິດ ລາວເບຼຍຢາທໍ່ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງຊຽງຮ່ອນ ຮ່ວມເປັນປະທານໃນພິທີ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດຜູ້ຮັບເໝົາພາຍໃນ ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ, ຜູ້ນໍາທ້ອງຖິ່ນ ແລະ ປະຊາຊົນໃນພື້ນທີ່ເຂົ້າຮ່ວມງານຢ່າງພ້ອມພຽງ.
ນອກຈາກພິທີທອດຖວາຍກອງກະຖິນແລ້ວ ພາຍໃນງານຍັງມີຂະບວນ ສະເຫຼີມສະຫຼອງ ໄຟຟ້າຫົງສາ ຄົບຮອບ 10 ປີໂດຍມີປ້າຍ ສະເຫຼີມສະຫຼອງ ຄົບຮອບ 10 ປີ ແລະ ຕົ້ນໂພຄໍາຮ່ວມໃນຂະບວນ, ເປັນການສ້າງສີສັນໃຫ້ກັບງານບຸນປະເພນີໃນປີນີ້ ພ້ອມສະທ້ອນເຖິງຄວາມພາກພູມໃຈໃນວາລະສໍາຄັນຂອງບໍລິສັດ ແລະ ການມີສ່ວນຮ່ວມກັບຊຸມຊົນໃນການສືບສານປະເພນີທ້ອງຖິ່ນທີ່ມີຄຸນຄ່າທາງວັດທະນະທໍາ ແລະ ຈິດໃຈ.
ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ເມືອງຊຽງຮ່ອນ ໄດ້ຮ່ວມສືບສານບຸນປະເພນີກະຖິນສາມັກຄີຢ່າງຕໍ່ເນື່ອງ ໂດຍໃນປີ 2025 ໄດ້ຈັດງານທີ່ ວັດແສນທໍາຣຸ່ງອາຣາມ ບ້ານລັບ ເມືອງຊຽງຮ່ອນ ແລະ ໃນປີ 2026 ນັບເປັນປີທີ່ 2 ຂອງການຮ່ວມຈັດງານດັ່ງກ່າວ ເຊິ່ງສະທ້ອນເຖິງຄວາມຮ່ວມມືລະຫວ່າງບໍລິສັດກັບໜ່ວຍງານທ້ອງຖິ່ນ ແລະ ຊຸມຊົນ ໃນການຮັກສາວັດທະນະທໍາ ແລະ ປະເພນີອັນດີງາມທາງພຸດທະສາສະໜາ
ການຈັດກະຖິນສາມັກຄີໃນຄັ້ງນີ້, ຈຸດປະສົງເພື່ອລວບລວມເງິນເຮັດບຸນສົບທົບທຶນກໍ່ສ້າງວິຫານຫຼັງໃໝ່ຂອງ ວັດໜອງຊາງ ເພື່ອສະໜັບສະໜູນການປະກອບກິດຈະກໍາທາງພຸດທະສາສະໜາ ແລະ ຮ່ວມເບິ່ງແຍງຮັກສາສະຖານທີ່ທາງສະສະໜາອັນເປັນສູນລວມຈິດໃຈຂອງຊຸມຊົນໃຫ້ຄົງຢູ່ສືບຕໍ່ໄປ.
ສໍາລັບຍອດເງິນເຮັດບຸນຈາກຜູ້ມີຈິດສັດທາໃນຄັ້ງນີ້, ລວມທັງໝົດ ຈໍານວນ 183,269,000 ກີບ ແລະ 176,740 ບາດ ຄິດໄລ່ເປັນເງິນບາດ ລວມທັງໝົດ ຈໍານວນ 450,275 ບາດ ການຮ່ວມຈັດກິດຈະກໍາກະຖິນສາມັກຄີໃນ ເມືອງຊຽງຮ່ອນ ໃນຄັ້ງນີ້, ເປັນສ່ວນໜຶ່ງຂອງແນວທາງ Powering with CARE ຂອງ ໄຟຟ້າຫົງສາ ທີ່ມຸ່ງໝັ້ນໃຫ້ຄວາມສໍາຄັນກັບຊຸມຊົນ, ການມີສ່ວນຮ່ວມ ແລະ ການຢູ່ຮ່ວມກັນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຜ່ານຄວາມຮ່ວມມືກັບໜ່ວນງານທ້ອງຖິ່ນ, ຜູ້ນໍາຊຸມຊົນ, ພະນັກງານ ແລະ ປະຊາຊົນໃນພື້ນທີ່ ພ້ອມສະໜັບສະໜູນການສືບສານປະເພນີ ແລະ ການເບິ່ງແຍງສະຖານທີ່ທາງພຸດທະສາສະໜາ ອັນເປັນຮາກຖານສໍາຄັນຂອງວີຖີຊີວິດ ແລະ ວັດທະນະທໍາຊຸມຊົນ
ໃນໂອກາດນີ້, ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຂໍອະນຸໂມທະນາບຸນມາຍັງຜູ້ບໍລິຫານ, ພະນັກງານ ແລະ ຜູ້ມີຈິດສັດທາທຸກທ່ານ ທີ່ຮ່ວມເປັນສ່ວນໜຶ່ງຂອງງານກະຖິນສາມັກຄີໃນຄັ້ງນີ້ ແລະ ຂໍອວຍພອນໃຫ້ທ່ານ ແລະ ຄອບຄົວ ທີ່ຮ່ວມກັນເຮັດບຸນໃນຄັ້ງນີ້ ຈົ່ງປະສົບແຕ່ຄວາມສຸກ, ຄວາມຈະເລີນ ແລະ ສຸຂະພາບແຂງແຮງດ້ວຍ ອາຍຸ ວັນນະ ສຸຂະ ພະລະ ຕະຫຼອດໄປ.