ມອບເງິນຊ່ວຍເຫືຼອຈຳນວນ 19 ຕື້ກວ່າກີບ ໃຫ້ຜູ້ປະສົບໄພນ້ຳຖ້ວມ 15 ພັນຄົນ ຢູ່ແຂວງສະຫວັນນະເຂດ

ອົງການອາຫານໂລກ (WFP) ໂດຍການປະສານສົມທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບເງິນຊ່ວຍເຫລືອຈຳນວນ 19,26 ຕື້ກີບ (ປະມານ 900.000 ໂດລາສະຫະລັດ) ໂດຍການສະໜັບສະໜູນທຶນຈາກສະຫະລັດອາເມລິກາ ໃຫ້ແກ່ປະຊາຊົນ 15.000 ຄົນ ທີ່ປະສົບໄພນ້ຳຖ້ວມຢູ່ແຂວງສະຫວັນນະເຂດ ໃນເດືອນກໍລະກົດ ຫາ ກັນຍາ 2026 ຜ່ານມາ.
ພິທີມອບ-ຮັບເງິນຊ່ວຍເຫລືອດັ່ງກ່າວ ຈັດຂຶ້ນໃນວັນທີ 3 ພະຈິກ 2026 ຢູ່ບ້ານດົງໝາກໄຟ, ເມືອງໄຊບູລີ ແຂວງສະຫວັນນະເຂດ ໂດຍມີ ທ່ານ ພົງໄຊສັກ ອິນທະລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ທອງໄຊ ໄຊຍະວົງຄຳດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ທັງເປັນປະທານຄະນະກຳມະການຕ້ານໄພພິບັດ ແຂວງສະຫວັນນະເຂດ, ທ່ານ ນາງ ມີເຊລ ເອາທ໌ລໍ (Michelle Outlaw) ອຸປະທູດຊົ່ວຄາວ ສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ທ່ານ ມາກ-ອັນເດຣ ໂປຣສ (Marc-André Prost) ຜູ້ອໍານວຍການອົງການອາຫານໂລກ ປະຈຳ ສປປ ລາວ, ມີພໍ່ແມ່ປະຊາຊົນຜູ້ໄດ້ຮັບທຶນຊ່ວຍເຫລືອ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຊຶ່ງການຊ່ວຍເຫລືອດັ່ງກ່າວ, ກວມເອົາ 18 ບ້ານ ທີ່ໄດ້ຮັບຜົນກະທົບຮ້າຍແຮງ ໃນ 4 ເມືອງ ຄື: ເມືອງສອງຄອນ, ເມືອງຈຳພອນ, ເມືອງໄຊບູລີ ແລະ ເມືອງຊົນບູລີ ໂດຍແຕ່ລະຄົນທີ່ມີລາຍຊື່ແມ່ນໄດ້ຮັບການຊ່ວຍເຫລືອເປັນເງິນຈໍານວນ 60 ໂດລາສະຫະລັດ ຫລື ປະມານ 1.350.000 ກີບຕໍ່ຫົວຄົນ ເພື່ອນຳໄປໃຊ້ຈ່າຍໃນການຈັດຊື້ອາຫານ, ປິ່ນປົວພະຍາດ ແລະ ສິ່ງຈໍາເປັນດ້ານໂພຊະນາການພາຍໃນຄອບຄົວ.
ໂອກາດນີ້, ທ່ານ ພົງໄຊສັກ ອິນທະລາດ ໄດ້ກ່າວວ່າ: ໃນລະຫວ່າງ ເດືອນກໍລະກົດ ຫາ ກັນຍາ 2026 ຜ່ານມາ, ປະເທດລາວ ໄດ້ປະສົບກັບໄພນໍ້າຖ້ວມຮ້າຍແຮງ ອັນເປັນຜົນມາຈາກພາຍຸເຂດຮ້ອນ ແລະ ຝົນຕົກໜັກ ໂດຍສົ່ງຜົນກະທົບຕໍ່ຊຸມຊົນຢູ່ຫລາຍພື້ນທີ່ທົ່ວປະເທດ. ສໍາລັບ ການຊ່ວຍເຫລືອຄັ້ງນີ້ ຖືເປັນການປະກອບສ່ວນສຳຄັນ ໃນການຊ່ວຍໃຫ້ຄອບຄົວຜູ້ປະສົບໄພ ເພື່ອສາມາດຜ່ານຜ່າຄວາມຫຍຸ້ງຍາກດ້ານການດຳລົງຊີວິດ, ທັງສະທ້ອນໃຫ້ເຫັນເຖິງການຮ່ວມມືລະຫວ່າງ ລັດຖະບານລາວ ແລະ ລັດຖະບານສະຫະລັດອາເມລິກາ ໃນວຽກງານຮັບມືກັບໄພພິບັດ ແລະ ການໃຫ້ຄວາມຊ່ວຍເຫລືອດ້ານມະນຸດສະທຳ. ຜົນການປະເມີນຮ່ວມລະຫວ່າງຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ແລະ ອົງການຕ່າງໆຂອງສະຫະປະຊາຊາດ ພົບວ່າ ໄພນ້ຳຖ້ວມໄດ້ສົ່ງຜົນກະທົບຕໍ່ປະຊາຊົນ 71.797 ຄອບ ຄົວ ຫລື 345.477 ຄົນ ໃນ 1.480 ບ້ານ, 99 ເມືອງ, 14 ແຂວງ. ໃນນັ້ນ, ມີແມ່ຍິງ 159.092 ຄົນ. ນອກນີ້ ຍັງມີລາຍງານຜູ້ເສຍຊີວິດຈາກໄພພິບັດດັ່ງກ່າວ 20 ກວ່າຄົນ, ຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງ, ໂຮງຮຽນ, ສະຖານພະຍາບານ, ລະບົບໄຟຟ້າ ແລະ ເຄືອຂ່າຍສື່ສານ, ພື້ນທີ່ກະສິກຳ, ເຮືອນຊານ ລວມທັງສັດລ້ຽງ ມີມູນຄ່າຄວາມເສຍຫາຍປະເມີນເປັນເງິນ 9.141 ຕື້ກວ່າກີບ ຫລື ຫລາຍກວ່າ 400 ລ້ານໂດລາສະຫະລັດ.
ຜ່ານມາ ລັດຖະບານໄດ້ລະດົມກຳລັງທີມງານສຸກເສີນລົງຊ່ວຍເຫລືອຜູ້ປະສົບໄພ, ພ້ອມທັງແຈກຢາຍນ້ຳດື່ມ, ເຄື່ອງບັນເທົາທຸກ ແລະ ເຂົ້າສານຈາກຄັງສຳຮອງເຂົ້າສານສຸກເສີນອາຊຽນບວກສາມ ແລະ ສູນປະສານງານອາຊຽນ ເພື່ອການຊ່ວຍເຫລືອດ້ານມະນຸດສະທຳ (AHA Centre). ແຕ່ເນື່ອງຈາກຄວາມເສຍຫາຍມີຂອບເຂດກວ້າງຂວາງ ຈຶ່ງຈຳເປັນຕ້ອງໄດ້ຮັບການສະໜັບສະໜູນເພີ່ມເຕີມຈາກບັນດາຄູ່ຮ່ວມງານສາກົນ.
ທ່ານ ມາກ-ອັນເດຣ ໂປຣສ ກໍໄດ້ກ່າວວ່າ: ອົງການອາຫານໂລກ ໃຫ້ບຸລິມະສິດແກ່ການຊ່ວຍເຫລືອດ້ວຍເງິນສົດ ໃນພື້ນທີ່ທີ່ຕະຫລາດຍັງສາມາດດຳເນີນການໄດ້ຕາມປົກກະຕິ ແລະ ຍັງມີສະບຽງອາຫານຈຳໜ່າຍຢ່າງພຽງພໍ. ການມອບເງິນສົດໂດຍກົງ ຊ່ວຍໃຫ້ຄອບຄົວຜູ້ປະສົບໄພເພື່ອສ້າງເງື່ອນໄຂໃນການຕັດສິນໃຈເລືອກຈັດຊື້ສິ່ງທີ່ຈຳເປັນຮີບດ່ວນທີ່ສຸດ, ພ້ອມທັງຊ່ວຍກະຕຸ້ນໃຫ້ຮ້ານຄ້າທ້ອງຖິ່ນ ແລະ ທຸລະກິດຂະໜາດນ້ອຍ ສາມາດຟື້ນຕົວຈາກຜົນກະທົບທາງເສດຖະກິດທີ່ເກີດຈາກໄພນ້ຳຖ້ວມ. ສໍາລັບການຊ່ວຍເຫລືອຢູ່ແຂວງສະຫວັນນະເຂດຄັ້ງນີ້, ແມ່ນສ່ວນໜຶ່ງຂອງໂຄງການໄລຍະ 12 ເດືອນ ມູນຄ່າ 11 ລ້ານໂດລາສະຫະລັດ ທີ່ໄດ້ຮັບທຶນຈາກລັດຖະບານສະຫະລັດອາເມລິກາ ຜ່ານໂຄງການ U.S. Global Award ເພື່ອເສີມສ້າງຄວາມພ້ອມໃນການກຽມຮັບມືສະພາວະສຸກເສີນ, ລະບົບເຕືອນໄພລ່ວງໜ້າ ແລະ ຂີດຄວາມສາມາດໃນການຮັບມືກັບໄພພິບັດຢູ່ລາວ. ພາຍໃຕ້ໂຄງການຂອງ ອົງການ WFP ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກຳລັງຮ່ວມກັນຊ່ວຍເຫລືອປະຊາຊົນຫລາຍກວ່າ 50.000 ຄົນ ໃນ 3 ແຂວງເປົ້າໝາຍ ຄື: ແຂວງຫລວງນໍ້າທາ ແມ່ນໃຫ້ການຊ່ວຍເຫລືອດ້ານສະບຽງອາຫານ, ສ່ວນແຂວງສະຫວັນນະເຂດ ແລະ ແຂວງເຊກອງ ແມ່ນໃຫ້ການຊ່ວຍເຫລືອດ້ວຍເງິນສົດ.
ທ່ານ ນາງ ມິເຊວ ເອົາລໍ ໄດ້ຢືນຢັນເຖິງຄວາມມຸ່ງໝັ້ນຂອງສະຫະລັດອາເມລິກາ ໃນການສືບຕໍ່ສະໜັບສະໜູນຊຸມຊົນທີ່ປະສົບໄພພິບັດ, ພ້ອມທັງເສີມສ້າງຂີດຄວາມສາມາດຂອງປະເທດໃນການຮັບມືກັບສະພາວະສຸກເສີນ ທີ່ເກີດຈາກການປ່ຽນແປງສະພາບດິນຟ້າອາກາດໃນອະນາຄົດ. WFP ລະບຸວ່າ ທີມງານຄົ້ນຄວ້າ, ປະເມີນ ແລະ ຕິດຕາມສະຖານະການ ຈະສືບຕໍ່ຕິດຕາມສະພາບຕະຫລາດ ແລະ ລາຄາສິນຄ້າ ເພື່ອຮັບປະກັນວ່າການຊ່ວຍເຫລືອຍັງມີຄວາມເໝາະສົມກັບສະພາບຕົວຈິງ. ນອກນີ້, ຜູ້ທີ່ໄດ້ຮັບການຊ່ວຍເຫລືອ ຍັງສາມາດໃຊ້ຊ່ອງທາງຮັບຄໍາເຫັນ ແລະ ຮ້ອງຮຽນ ເພື່ອແຈ້ງບັນຫາ ຫລື ຂໍ້ກັງວົນຕ່າງໆ ທີ່ອາດເກີດຂຶ້ນໃນລະຫວ່າງຂັ້ນຕອນການແຈກຢາຍເງິນຊ່ວຍເຫລືອ.
- ໜັງສືພິມເສດຖະກິດ-ສັງຄົມ