ໃນຕະຫຼອດໄລຍະເວລາ 30 ປີ ຂອງການດຳເນີນທຸລະກິດ

ໃນຕະຫຼອດໄລຍະເວລາ 30 ປີ ຂອງການດຳເນີນທຸລະກິດ, ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ບໍ່ພຽງແຕ່ເປັນຜູ້ນຳດ້ານເຕັກໂນໂລຊີ ແລະ ການສື່ສານ ທີ່ເຊື່ອມໂຍງຄົນລາວທົ່ວປະເທດເຂົ້າຫາກັນເທົ່ານັ້ນ, ແຕ່ຍັງເປັນອົງກອນທີ່ຍຶດໝັ້ນໃນຄວາມຮັບຜິດຊອບຕໍ່ສັງຄົມ ແລະ ພ້ອມທີ່ຈະເປັນ "ສັນຍານແຫ່ງຄວາມຫວັງ" ໃນທຸກໆວິກິດການ.
 
ໜຶ່ງໃນເຫດການທີ່ສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງສັນຍານການສື່ສານ ແລະ ຄວາມມີນ້ຳໃຈຊ່ວຍເຫຼືອສັງຄົມຢ່າງຈະແຈ້ງ ແມ່ນພາລະກິດການຊ່ວຍເຫຼືອຜູ້ປະສົບໄພຕິດຖ້ຳ. ໃນສະຖານະການທີ່ມືດມົນ, ຄົ້ນຫາລຳບາກ ແລະ ເຕັມໄປດ້ວຍຄວາມສ່ຽງ, ການຕິດຕໍ່ສື່ສານຖືເປັນຫົວໃຈສຳຄັນທີ່ສຸດ. ທີມງານ ລາວໂທລະຄົມ ໄດ້ລົງພື້ນທີ່ຢ່າງໄວວາ ເພື່ອຕິດຕັ້ງ ແລະ ຂະຫຍາຍສັນຍານໂທລະສັບ ແລະ ອິນເຕີເນັດຊົ່ວຄາວ ຢູ່ບໍລິເວນໜ້າຖ້ຳ ເພື່ອສະໜັບສະໜູນການເຮັດວຽກຂອງທີມກູ້ໄພ, ເຈົ້າໜ້າທີ່, ທີມແພດ ແລະ ເຮັດໃຫ້ການປະສານງານທຸກຝ່າຍເປັນໄປຢ່າງມີປະສິດທິພາບ.
 
ນອກຈາກການອຳນວຍຄວາມສະດວກດ້ານສັນຍານແລ້ວ, ລາວໂທລະຄົມ ຍັງໄດ້ສົ່ງກຳລັງໃຈ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນທີ່ຈຳເປັນ ໄປໃຫ້ທີມງານກູ້ໄພ ແລະ ຄອບຄົວຂອງຜູ້ປະສົບໄພ ເພື່ອເປັນສ່ວນໜຶ່ງໃນການຜ່ານຜ່າອຸປະສັກ ແລະ ເຮັດໃຫ້ພາລະກິດຊ່ວຍເຫຼືອບັນລຸຜົນສໍາເລັດ.
 
ໃນໂອກາດສະຫຼອງຄົບຮອບ 30 ປີ ຂອງ ລາວໂທລະຄົມ, ພາລະກິດການຊ່ວຍເຫຼືອຄົນຕິດຖ້ຳໃນຄັ້ງນີ້ ເປັນອີກໜຶ່ງຫຼັກຖານທີ່ຢັ້ງຢືນວ່າ ລາວໂທລະຄົມ ບໍ່ໄດ້ເປັນພຽງແຕ່ຜູ້ໃຫ້ບໍລິການເຄືອຂ່າຍ, ແຕ່ແມ່ນ "ເພື່ອນທີ່ຢູ່ຄຽງຂ້າງຄົນລາວ" 30 ປີ ຂອງຄວາມຜູກພັນ, ລາວໂທລະຄົມ ຈະຍັງຄົງພັດທະນາສັນຍານເຄືອຂ່າຍໃຫ້ກວ້າງໄກ ແລະ ເຂັ້ມແຂງ ເພື່ອເຊື່ອມໂຍງທຸກຊີວິດ ແລະ ພ້ອມຮັບມືກັບທຸກສະຖານະການເພື່ອຄົນລາວທຸກຄົນ.
“ລາວ ໂທລະຄົມ ໂທລະຄົມຂອງຄົນ ເພື່ອສັງຄົມລາວ”