ສປ ຈີນ ມີຍອດມູນຄ່າການຄ້າຂາເຂົ້າ-ຂາອອກ ດ້ານການບໍລິການ ເພີ່ມຂຶ້ນ 8.5%

ວິທະຍຸໂທລະພາບ ສູນກາງຈີນ,ວັນທີ 4 ພະຈິກນີ້, ກະຊວງການຄ້າຈີນ ເປີດເຜີຍວ່າ: ໃນ 3 ໄຕມາດຂອງປີ 2026 ນີ້, ຍອດມູນຄ່າ ການຄ້າຂາ ເຂົ້າ-ຂາອອກ ດ້ານການບໍລິການຂອງ ສປ ຈີນ ບັນລຸເຖິງ 5.768 ຕື້ກວ່າ ຢວນ, ເພີ່ມຂຶ້ນ 8,5% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍນີ້. ຕົວເລກ ສະ ແດງໃຫ້ເຫັນວ່າ: ໃນ 3 ໄຕມາດຂອງປີນີ້, ການສົ່ງອອກ ດ້ານການ ບໍລິການ ຂອງ ສປ ຈີນ ບັນລຸເຖິງ 2.271 ຕື້ກວ່າຢວນ, ເພີ່ມຂຶ້ນ 14,8% ເມື່ອທຽບໃສ່ ປີກາຍ; ການນຳເຂົ້າ ດ້ານການບໍລິການມີ 3.497 ຕື້ກວ່າຢວນ, ເພີ່ມຂຶຶ້ນ 4.8%. ການຂາດດຸນການຄ້າ ດ້ານການບໍລິການແມ່ນ 1.225 ຕື້ກວ່າຢວນ, ຫລຸດລົງ 132 ຕື້ກວ່າຢວນ ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍນີ້. ອັດຕາການເຕີບໂຕ ຂອງການຄ້າຂາເຂົ້າ-ຂາອອກ ດ້ານການບໍລິການຂົນສົ່ງເປັນອັນດັບທີ 1 ແລະການຄ້າຂາອອກດ້ານການບໍລິການທີ່ເນັ້ນໃສ່ຄວາມຮູ້ສູງເຕີບໂຕໄວສົມຄວນ.
ຂ່າວ: ສະໄຫວ ລາດປາກດີ