ອຸບັດເຫດລົດໄຟຕົກລາງຢູ່ປະເທດເອຢິບ ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ ແລະບາດເຈັບ 112 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນທີ 8 ພະຈິກຜ່ານມາ (ຕາມເວລາໃນທ້ອງຖິ່ນ), ເກີດອຸບັດເຫດລົດໄຟຕົກລາງຢູ່ເຂດເອັນອາຢັດ ແຂວງກີຊາ ປະເທດເອຢິບ ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ ແລະ ບາດເຈັບ 112 ຄົນ. ກະຊວງສາທາລະນະສຸກເອຢິບລາຍງານວ່າ: ມີຜູ້ບາດເຈັບ 45 ຄົນ ໄດ້ອອກໂຮງໝໍແລ້ວຫຼັງຈາກການປິ່ນປົວ.
ເນື້ອໃນຖະແຫຼງການຂອງອົງການທາງລົດໄຟເອຢິບລະບຸວ່າ: ລົດໄຟຂະບວນໜຶ່ງທີ່ເດີນທາງມາຈາກແຂວງກີຊາໄປຍັງແຂວງຟາໂຢມ ໄດ້ຕຳທ້າຍລົດໄຟຂະບວນໜຶ່ງທີ່ເດີນທາງຈາກນະຄອນຫຼວງເລີແກໄປຍັງແຂວງອາສວັນ. ເຈົ້າໜ້າທີ່ກູ້ໄພໄດ້ເດີນທາງໄປຮອດສະຖານທີ່ເກີດເຫດເພື່ອເກັບກວາດ ແລະ ຍົກຍ້າຍຕູ້ລົດໄຟທີ່ຕົກລາງ ເພື່ອພະຍາຍາມຟື້ນຟູການບໍລິການລົດໄຟທັງສອງທິດທາງ ໂດຍໄວ.
ຂ່າວລະບຸວ່າ: ໃນວັນທີ 8 ພະຈິກ ຜ່ານມາ, ທ່ານ ອັບເດລ ຟັດຕາ ເອັນ ຊີຊີ ປະທານາທິບໍດີເອຢິບ ກ່າວວ່າ, ກຳລັງຕິດຕາມອຸບັດເຫດຢ່າງໃກ້ຊິດ, ທັງໄດ້ຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງໃຫ້ການຊ່ວຍເຫຼືອທີ່ຈຳເປັນ, ພ້ອມທັງສືບສວນຫາສາເຫດຂອງການເກີດອຸບັດຕິເຫດໂດຍໄວ ແລະ ສືບຫາຄວາມຮັບຜິດຊອບຂອງຜູ້ກ່ຽວຂ້ອງ.