
ທ່ານ ໜູໃໝ່ ບົວປະເສີດ ນາຍບ້ານຫາງຄອນ ເມືອງໂຂງ ແຂວງຈຳປາສັກ ໄດ້ໃຫ້ສຳພາດກ່ຽວກັບການພັດທະນາໂຄງລ່າງພື້ນຖານ ແລະ ທ່າແຮງດ້ານການທ່ອງທ່ຽວຂອງບ້ານວ່າ: ພາຍຫຼັງທີ່ບ້ານຫາງຄອນໄດ້ຮັບ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນ້ຳຂອງ ໄລຍະ 2 ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ໃນການກໍ່ສ້າງເສັ້ນທາງຄອນກີດ, ໄດ້ສ້າງຄວາມສະດວກສະບາຍໃຫ້ແກ່ການສັນຈອນຂອງປະຊາຊົນພາຍໃນເຂດບ້ານນາກະສັງ, ດອນເດດ ແລະ ດອນຄອນ ເປັນຢ່າງຫຼາຍ ເຮັດໃຫ້ນັກທ່ອງທ່ຽວສາມາດເດີນທາງມາຢ້ຽມຢາມໄດ້ຢ່າງສະດວກສະບາຍກວ່າແຕ່ກ່ອນ.
ສະພາບເສດຖະກິດ ແລະ ວິຖີຊີວິດຂອງປະຊາຊົນ: ປັດຈຸບັນ, ບ້ານຫາງຄອນມີເນື້ອທີ່ທັງໝົດ 363 ກິໂລຕາແມັດ, ມີພົນລະເມືອງລວມ 247 ຄົນ (ຍິງ 123 ຄົນ) ແລະ ມີ 65 ຫຼັງຄາເຮືອນ. ປະຊາຊົນສ່ວນໃຫຍ່ຍຶດຖືອາຊີບການປູກຝັງເປັນຕົ້ນຕໍ, ສ່ວນອາຊີບຫາປາແມ່ນເປັນອາຊີບສຳຮອງ (ຈາກທີ່ສະໄໝກ່ອນອາຊີບຫາປາເຄີຍເປັນອາຊີບຫຼັກ, ແຕ່ເນື່ອງຈາກສະພາບແວດລ້ອມທີ່ປ່ຽນແປງໄປຈຶ່ງເຮັດໃຫ້ຈຳນວນປາຫຼຸດລົງ).
ມົນສະເໜ່ ແລະ ຮ່ອງຮອຍປະຫວັດສາດອັນສຳຄັນ:
ບ້ານຫາງຄອນ ຖືເປັນຕຳນານແຫຼ່ງທ່ອງທ່ຽວທາງປະຫວັດສາດທີ່ຍັງຫຼົງເຫຼືອຮ່ອງຮອຍສະໄໝຝຣັ່ງ ເຊັ່ນ: ເຮືອນສຳລັບໃສ່ໂຮງຈັກປັ່ນສິນຄ້າຂຶ້ນຈາກແຄມຝັ່ງ, ທ່າຜູກເຮືອກຳປັ່ນໃຫຍ່, ຫົວລົດໄຟເກົ່າ ແລະ ສາງນ້ຳມັນ. ຕາມການບອກເລົ່າສືບຕໍ່ກັນມາຈາກພໍ່ເຖົ້າ (ຜູ້ເຄີຍເປັນໂຊເຟີຂັບເຮືອກຳປັ່ນໃຫຍ່ຊື່ “ອີ່ສີມອນ” ແລ່ນໂດຍສານຈາກບ້ານຫາງຄອນໄປຫາ ສສ ຫວຽດນາມ ເຊິ່ງເພິ່ນໄດ້ເສຍຊີວິດໃນອາຍຸ 90 ປາຍປີ) ໄດ້ລະບຸວ່າ: ຖ້າມີນັກທ່ອງທ່ຽວເຂົ້າມາທ່ຽວດອນເດດ-ດອນຄອນ ແນ່ນອນວ່າຕ້ອງໄດ້ມາຢ້ຽມຢາມບ້ານຫາງຄອນ ເພື່ອສຳຜັດກັບບັນຍາກາດທຳມະຊາດ, ຊົມປາຂ່າ ແລະ ຮ່ອງຮອຍປະຫວັດສາດອັນເກົ່າແກ່ເຫຼົ່ານີ້.
ນອກຈາກນີ້, ທາງອຳນາດການປົກຄອງ ແລະ ປະຊາຊົນພາຍໃນບ້ານຍັງໄດ້ພ້ອມໃຈກັນລະດົມກຳລັງແຮງງານອອກແຮງງານອະນາໄມຕາມແຄມທາງ ແລະ ບໍລິເວນໃກ້ຄຽງຢ່າງຕັ້ງໜ້າ ຫຼັງຈາກທີ່ມີເສັ້ນທາງຄອນກີດ ເພື່ອຮັກສາຄວາມສະອາດຈົບງາມ ແລະ ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທີ່ມາຢ້ຽມຢາມ.
ໃນຕໍ່ໜ້າ, ທາງຜູ້ນຳຊຸມຊົນມີຂໍ້ສະເໜີ ແລະ ຄວາມຫວັງຢາກໃຫ້ມີການກໍ່ສ້າງຂົວຂ້າມນ້ຳຂອງ 1 ແຫ່ງ ເພື່ອເຊື່ອມຈອດເສັ້ນທາງການທ່ອງທ່ຽວໃຫ້ເປັນວົງຈອນສົມບູນ. ເມື່ອຂ້າມນ້ຳຂອງໄປແລ້ວຈະສາມາດເຫັນ “ດອນຄອນຢວກ” (ຂຶ້ນກັບບ້ານຫາງຄອນ) ທີ່ມີຈຸດເດັ່ນຄື: ສາມາດເບິ່ງເຫັນເຂື່ອນໄຟຟ້າ ແລະ ມີຫາດຊາຍຂາວທຳມະຊາດທີ່ສວຍງາມຫາຍາກ.
ຖ້າມີການກໍ່ສ້າງຂົວນີ້ເກີດຂຶ້ນ, ຄາດວ່າຈະຊ່ວຍຂະຫຍາຍແຫຼ່ງທ່ອງທ່ຽວຕື່ມອີກ ໂດຍເຊື່ອມຕໍ່ໄປເຖິງ “ດອນຊະໂຮງ” ທີ່ມີເຂື່ອນໄຟຟ້າ ແລະ ສາມາດສ້າງລາຍຮັບໃຫ້ທ້ອງຖິ່ນ ຜ່ານການພານັກທ່ອງທ່ຽວໄປຊົມຝູງລີງຢູ່ “ດອນຊ້າງເຜືອກ” ທີ່ມີປ່າໄມ້ທຳມະຊາດອັນອຸດົມສົມບູນຕື່ມອີກ.
ຂຽນໂດຍ: ສາວລາວໃຕ້