ຈີນ ຂະຫຍາຍເວລາມາດຕະການ ໂຈະການເກັບພາສີ ເພີ່ມເຕີມ 24% ຂອງ ສ.ອາເມລິກາ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານິ້, ແຖງການຈາກຄະນະກຳມະການພາສີ ແຫ່ງຄະນະລັດຖະມົນຕີ ຈີນ ລະບຸວ່າ: ຈີນ ຈະໂຈະ ການເກັບພາສີ ເພີ່ມເຕີມ ໃນອັດຕາ 24% ສຳລັບ ສິນຄ້ານຳເຂົ້າ ຈາກ ສ.ອາເມລິກາ ຕໍ່ໄປອີກ 2 ເດືອນ ຊຶ່ງມີຜົນຕັ້ງແຕ່ ວັນທີ 10 ພະຈິກ ໂດຍຈະສືບຕໍ່ເກັບພາສີ ໃນອັດຕາ 10% ຕາມເດີມ.
ການຂະຫຍາຍເວລາ ດັ່ງກ່າວ ເປັນການ ດຳເນີນການ ຕາມຜົນລັບ ແລະ ສັນທາມະຕິ ຈາກກອງປະຊຸມລະຫວ່າງ ຜູ້ນຳຈີນ ແລະ ສ.ອາເມລິກາ ຢູ່ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ ຊຶ່ງຖືເປັນການປັບມາດຕະການພາສີເພີ່ມເຕີມທີ່ລະບຸໄວ້ ໃນການປະກາດຄະນະກຳມະການ ສະບັບທີ 4 ປະຈຳປີ 2025, ໂດຍເປັນໄປ ຕາມກົດໝາຍພາສີ ແລະກົດໝາຍການຄ້າ ລະຫວ່າງ ປະເທດລວມທັງ ສອດຄ່ອງກັບ ຫລັກການພື້ນຖານຂອງກົດໝາຍລະຫວ່າງປະເທດ.
ໃນຂະນະທີ່ ຈີນ ໄດ້ຮັບຮູ້ເຖິງ ທ່າທີ ຂອງ ຝ່າຍ ສ.ອາເມລິກາ ທີ່ຕ້ອງການນຳພາສີພາຍໃຕ້ມາດຕາ 301 ມາໃຊ້ແທນທີ່ພາສີພາຍໃຕ້ ກົດໝາຍ ອຳນາດສຸກເສີນ ທາງດ້ານເສດຖະກິດ ລະຫວ່າງ ປະເທດ ຫຼື IEEPA, ຊຶ່ງຖືກຕັດສິນໃຫ້ເປັນ ໂມຄະໄປກ່ອນໜ້ານີ້. ໂດຍຈີນ ຈະຕິດຕາມການດຳເນີນການຕ່າງໆ ຂອງຝ່າຍ ສ.ອາເມລິກາ ຢ່າງໃກ້ຊິດ ແລະຈະປັບມາດຕະການພາສີຕອບໂຕ້ຂອງຈີນໃຫ້ສອດຄ່ອງກັບສະຖານະການຕໍ່ໄປ.