
ພິທີຖະແຫຼງຂ່າວການແຂ່ງຂັນກີລາເພາະກາຍ ຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 11 ພະຈິກ 2026 ຢູ່ໂຮງແຮມດອນຈັນພາເລດ ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ປະທານສະຫະພັນກີລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານເພາະກາຍຊີງແຊັມໂລກ ຄັ້ງທີ 17 ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍ ຊີງແຊັມໂລກ ຄັ້ງທີ 17 ມີບັນດາການນໍາຈາກກະຊວງ ຄະນະອໍານວຍການ ຜູ້ໃຫ້ການສະໜັບສະໜູນ ຄະນະສະຫະພັນກີລາເພາະກາຍ ຄູເຝິກ ແລະ ນັກກີລາເຂົ້າຮ່ວມ.
ໂອກາດນີ້ ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ ແລະ ເລຂາທິການສະຫະພັນເພາະກາຍແຫ່ງຊາດລາວ ກ່າວວ່າ:ການແຂ່ງຂັນກີລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ກຳນົດຈັດຂຶ້ນໃນວັນທີ 3-9 ທັນວາ 2026 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ນີ້ເປັນໂອກາດສຳຄັນທີ່ປະເທດລາວຈະໄດ້ຕ້ອນຮັບນັກກີລາ ແລະ ຄະນະຜູ້ແທນຈາກຫຼາຍປະເທດ ເຂົ້າມາຮ່ວມການແຂ່ງຂັນພ້ອມທັງເປັນການສົ່ງເສີມພາບພົດຂອງປະເທດ ການທ່ອງທ່ຽວ ແລະການພັດທະນາກີລາລາວ ສູ່ເວທີສາກົນ ປັດຈຸບັນມີຄະນະ ແລະ ນັກກີລາຕອບຮັບເຂົ້າຮ່ວມການແຂ່ງຂັນ ລວມທັງໝົດ 480 ກວ່າຄົນ ຈາກ 41 ປະເທດ.
ດ້ານການກະກຽມສະຖານທີ່ ຄະນະຈັດຕັ້ງໄດ້ວາງແຜນຮອງຮັບການຈັດງານມາດຕະຖານສາກົນ ຄວາມປອດໄພ ແລະ ຄວາມສະດວກຂອງນັກກີລາ ແລະ ຜູ້ເຂົ້າຮ່ວມ ການກະກຽມດ້ານທີ່ພັກ-ການເດີນ ທາງ ເນື່ອງຈາກການແຂ່ງຂັນມີຄະນະນັກກີລາຈາກຫຼາຍປະເທດ ວຽກງານການຕ້ອນຮັບຈຶ່ງເປັນອີກພາລະ ກິດໜຶ່ງທີ່ສຳຄັນ ສ່ວນດ້ານກຽມຄວາມພ້ອມ ນັກກີລາເພາະກາຍທີມຊາດລາວ ມີນັກກີລາທັງໝົດ 24 ຄົນ ຍິງ 5 ຄົນ ລົງແຂ່ງຂັນທັງໝົດ 33 ລາຍການ ໂດຍແບ່ງເປັນ ແຂ່ງຂັນດ່ຽວຊາຍ 21 ລາຍການ ແຂ່ງຂັນດ່ຽວຍິງ 12 ລາຍການ ຕັ້ງເປົ້າໝາຍ 4 ຫຼຽນຄຳ 3 ຫຼຽນເງິນ ແລະ 4 ຫຼຽນທອງ ເຊິ່ງການແຂ່ງຂັນຄັ້ງນີ້ ມີການຊີງໄຊ 50 ຫຼຽນຄຳ 50 ຫຼຽນເງິນ ແລະ 50 ຫຼຽນທອງ.
ສໍາລັບການສະໜັບສະໜູນ ຈາກພາກລັດ ແລະ ເອກະຊົນ ມາຮອດປັດຈຸບັນການສະໜັບສະໜູນການແຂ່ງຂັນຄັ້ງນີ້ ມີ 24 ພາກສ່ວນ ສາມາດລະດົມເງິນໄດ້ 1,31 ຕື້ກວ່າກີບ ມູນຄ່າຜະລິດຕະພັນ 674 ລ້ານກີບ ລວມທັງໝົດ 1,8 ຕື້ກີບ ແລະ ເງິນ 35.500 ໂດລາສະຫະລັດ.
ເຖິງຢ່າງໃດກໍຕາມ ການທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດການແຂ່ງຂັນກີລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ໃນຄັ້ງນີ້ ຖືເປັນກຽດຕິຍົດ ແລະ ໂອກາດອັນສຳຄັນຂອງວົງການກີລາລາວ ພວກເຮົາຄິດສະເໝີວ່າ ການຈັດງານລະດັບໂລກ ບໍ່ແມ່ນພາລະກິດຂອງສະຫະພັນພຽງຝ່າຍດຽວ ແຕ່ເປັນພາ ລະກິດຮ່ວມຂອງທຸກພາກສ່ວນ ແລະ ຄົນລາວທັງຊາດ ໃນນາມສະຫະພັນກີລາເພາະກາຍແຫ່ງຊາດລາວ ພວກເຮົາຂໍຢືນຢັນເຖິງຄວາມຕັ້ງໃຈ ຄວາມພ້ອມ ແລະ ຄວາມຮັບຜິດຊອບໃນການຮ່ວມກັບທຸກພາກສ່ວນ ເພື່ອຈັດງານໃນຄັ້ງນີ້ ໃຫ້ສຳເລັດລຸລ່ວງດ້ວຍດີສົມກຽດສົມສັກສີການເປັນເຈົ້າພາບ ແລະ ສ້າງຊື່ສຽງອັນດີງາມໃຫ້ແກ່ ສປປ ລາວ ສືບໄປ.
ຂ່າວ: ສີພອນ