ຈັບໄດ້ 1 ຄົນ! 2 ສ່ຽວລັກລົດຈັກ ໃຊ້ມີດແທງເຈົ້າຂອງລົດໄດ້ຮັບບາດເຈັບ

ໃນຄັ້ງວັນທີ 7 ພະຈິກ 2026 ເວລາ 2 ໂມງ ທ້າວ ແປັບຊີ ອາຍຸ 31 ປີ ອາຊີບກຳມະກອນ ບ້ານໜອງທາເໜືອ ເມືອງຈັນທະບູລີ ແລະ ທ້າວ ເທ້ ອາຍຸ 32 ປີ ອາຊີບກຳມະກອນ ບ້ານນາທົ່ມ ເມືອງໄຊທານີ ໄດ້ກໍ່ເຫດລັກຊັບ ( ລົດຈັກ ) ຂອງປະຊາຊົນຢູ່ ເຂດບ້ານໜອງວຽງຄໍາ ເມືອງໄຊທານີ ໃນເວລາຂັບຂີ່ລົດອອກໄປນັ້ນ ເຈົ້າຂອງລົດຈັກໄດ້ຂັບຂີ່ລົດຈັກນໍາອອກໄປທັນ ທ້າວ ແປັບຊີ ແລະ ທ້າວ ເທ້ ຢູ່ເຂດໄຟແດງຕານມີໄຊ ຈຶ່ງເກີດມີການປະທະກັນ ທ້າວ ເທ້ ໄດ້ໃຊ້ມີດປາຍແຫຼມຂະໜາດຍາວ ປະມານ 30 ຊັງຕີແມັດ ແທງໃສ່ຂາເຈົ້າຂອງລົດຈັກຈົນຮັບບາດເຈັບ ຈຶ່ງເອົາຕົວຫຼົບໜີໄປ ແລະ ສາມາດກັກຕົວ ທ້າວ ແປັບຊີ ພ້ອມລົດຂອງກາງສົ່ງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເພື່ອດໍາເນີນຄະດີຕາມກົດໝາຍ.
ອີງຕາມຜົນຂອງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ທ້າວ ຝື ອາຍຸ 21 ປີ ອາຊີບກຳມະກອນ ພັກເຊົາຢູ່ບ້ານນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ທ້າວ ວ່າໄຊຢ່າງ ອາຍຸ 26 ປີ ອາຊີບກຳມະກອນ ພັກເຊົາຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ( ຜູ້ຖືກເສຍຫາຍ ) ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນຄັ້ງວັນທີ 6 ພະຈິກ 2026 ເວລາ 21 ໂມງ ທ້າວ ຝື ໄດ້ຂັບຂີ່ລົດຈັກຍີ່ຫໍ້ຮອນດ້າ, ລຸ້ນເວບ100 ສີແດງ-ດຳ ທະບຽນ ຈສ 5208 ຫົວພັນ ອອກໄປຫຼິ້ນນໍາ ທ້າວ ວ່າໄຊຢ່າງ ຢູ່ບ້ານ ໜອງວຽງຄໍາ ແລະ ໄດ້ຈອດລົດຈັກລ໋ອກຄໍຢູ່ໜ້າຮ້ານ ແລ້ວເຂົ້າໄປຮຽນສັກລາຍກັບທ້າວ ວ່າໄຊວ່າງ ຈົນຮອດເວລາປະມານ 2 ໂມງ ຂອງວັນທີ 7 ພະຈິກ 2026 ໄດ້ມີພົນລະເມືອງດີ ຂີ່ລົດຈັກຜ່ານມາພົບເຫັນ ຄົນຮ້າຍເປັນເພດຊາຍ ຈໍານວນ 2 ຄົນ ຂັບຂີ່ລົດຈັກຍີ່ຫໍ້ຮອນດ້າ, ເວບ 100 ສີຟ້າດໍາ ມາລັກງັດແງະເອົາລົດຈັກຂອງ ທ້າວ ຝື ເລີຍມາເຄາະປະຕູແຈ້ງບອກ ທ້າວ ວ່າໄຊຢ່າງ ແລະ ທ້າວ ຝື ຈຶ່ງພາກັນຂັບຂີ່ລົດຈັກຊ້ອນກັນນໍາໄປຊອກຫາຄົນຮ້າຍ.
ໃນລະຫວ່າງຂັບລົດຊອກຫາ ໄດ້ພົບເຫັນຄົນຮ້າຍ 1 ຄົນຊື່ ທ້າວ ເທ້ ( ຮູ້ຊື່ພາຍຫຼັງ ) ຂັບລົດຈັກຂອງ ທ້າວ ຝື ຢູ່ເສັ້ນທາງເຂດໃກ້ໄຟແດງຕານມີໄຊ ທ້າວ ຝື ແລະ ທ້າວ ວ່າໄຊຢ່າງ ຈຶ່ງຮ້ອງບອກໃຫ້ ຈອດລົດ ແຕ່ ທ້າວ ເທ້ ບໍ່ຈອດໄດ້ຂັບຂີ່ລົດຈັກລ້ຽວມາຕຳໃສ່ລົດຈັກ ທ້າວ ຝື ແລະ ທ້າວ ວ່າໄຊຢ່າງ ລົ້ມລົງນໍາກັນ.
ຈາກນັ້ນ ທ້າວ ແປັບຊີ ຄົນຮ້າຍອີກ 1 ຄົນ ( ຮູ້ຊື່ພາຍຫຼັງ ) ໄດ້ຂັບຂີ່ລົດຈັກລ້ຽວກັບມາ ຈະຕຳຊໍ້າໃສ່ຕື່ມອີກ ແຕ່ ທ້າວ ຝື ແລະ ທ້າວ ວ່າໄຊຢ່າງ ຫຼົບຫຼີກທັນ ລົດຈັກທ້າວ ແປັບຊີ ຈຶ່ງໄປຕຳໃສ່ຟຸດບາດລົ້ມ ຈາກນັ້ນ ທ້າວ ວ່າໄຊຢ່າງ ຈຶ່ງໄປຈັບກຸມ ທ້າວ ແປັບຊີ ແລະ ທ້າວ ແປັບຊີ ໄດ້ໃຊ້ເຫຼັກປາຍແຫຼມແທງໃສ່ບໍລິເວນຫົວ ແລະ ຕົນໂຕ ທ້າວ ວ່າໄຊຢ່າງ ຈໍານວນຫຼາຍບາດ, ສ່ວນ ທ້າວ ຝື ໄດ້ຈັບກຸມ ທ້າວ ເທ້ ຈຶ່ງໄດ້ໃຊ້ມີດປາຍແຫຼມ ຂະໜາດຍາວປະມານ 30 ຊັງຕີແມັດ ແທງໃສ່ບໍລິເວນຂາ ທ້າວ ຝື 1 ບາດ ໄດ້ຮັບບາດເຈັບ ແລ້ວທ້າວ ເທ້ ແລ່ນເອົາຕົວຫຼົບໜີໄປ.
ທ້າວ ຝື ເຫັນວ່າ ທ້າວ ວ່າໄຊຢ່າງ ຍັງຕໍ່ສູ້ກັບ ທ້າວ ແປັບຊີ ຢູ່ຈຶ່ງເຂົ້າໄປຊ່ວຍຈັບກຸມ ທ້າວ ແປັບຊີ ໄວ້ໄດ້ ແລະ ໃນເວລານັ້ນ ມີພົນລະເມືອງດີ 1 ຄົນ ຂີ່ລົດຈັກມາພົບເຫັນ ຈຶ່ງຮ້ອງຂໍຄວາມຊ່ວຍເຫຼືອ ຊາຍດັ່ງກ່າວໄດ້ໂທຫາໜ່ວຍກູ້ໄພ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ມາຊ່ວຍເຫຼືອໃນຄັ້ງນີ້.
ຜ່ານການສືບສວນ-ສອບສວນ ທ້າວ ແປັບຊີ ( ຜູ້ຖືກຫາ ) ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນຄັ້ງວັນທີ 7 ພະຈິກ 2026 ເວລາປະມານ 2 ໂມງ ທ້າວ ເທ້ ໄດ້ຂັບຂີ່ລົດຈັກ ມາຮັບຕົນເອງ ຢູ່ເຮືອນອີກ ຈຸດປະສົງແມ່ນພາກັນຊອກລັກລົດຈັກ ໃນເວລາຂັບຂີ່ລົດຈັກໄປຮອດເຂດບ້ານໜອງວຽງຄໍາ ເມືອງໄຊທານີ ພົບເຫັນລົດຈັກຂອງປະຊາຊົນ ຈອດຢູ່ແຄມທາງ ຕົນເອງ ຈຶ່ງລົງມືກໍ່ເຫດດ້ວຍວິທີການໃຊ້ກະແຈໂຕເຕ່ງັດແງະເປີດກະແຈລົດຈັກດັ່ງກ່າວ ແຕ່ບໍ່ສຳເລັດ ຈຶ່ງໃຊ້ຕີນຢັນເຂົາລົດຈັກ ເພື່ອຫັກລ໋ອກຄໍ ແລະ ພາກັນຍັນເອົາອອກໄປຮອດເຂດໄຟແດງຕານມີໄຊ ແຕ່ເຈົ້າຂອງ ຂັບຂີ່ລົດຈັກນໍາມາທັນ ຈຶ່ງມີການປະທະກັນ.
ປັດຈຸບັນ, ເຈົ້າໜ້າທີ່ຍັງສືບຕໍ່ເລັ່ງນຳຈັບຕົວທ້າວ ເທ້ ເພື່ອມາດຳເນີນການສືບສວນ-ສອນສວນ ຕື່ມອີກ.