ຈຳປາສັກ ເລັ່ງຟື້ນຟູຫຼັງນ້ຳຖ້ວມ! ຕັ້ງເປົ້າສະໜອງນ້ຳ 21,000 ກວ່າເຮັກຕາ ເພື່ອການຜະລິດລະດູແລ້ງ

ແຂວງຈຳປາສັກ ຈັດພິທີສະເຫລີມສະຫລອງວັນຊົນລະປະທານແຫ່ງຊາດ (03 ພະຈິກ) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ) ປະຈຳປີ 2026 ໃນວັນທີ 10 ພະຈິກ 2026 ທີ່ໂຄງການຊົນລະປະທານຝາຍນ້ຳລົ້ນໜອງກັນ ບ້ານຫລັກ 40 ເມືອງປະທຸມພອນ ແຂວງຈຳປາສັກ, ໂດຍມີທ່ານ ພິມພອນ ພັນດານຸວົງ ຮອງປະທານຄະນະກຳມະການປົກຄອງແຂວງຈໍາປາສັກ, ທ່ານ ຄໍາ ນີລະວົງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ເດດນະຄອນ ຄອນສະຫວັນ ຮອງປະທານຄະນະກຳມະການປົກຄອງເມືອງປະທຸມພອນ ພ້ອມດ້ວຍພະແນກການຂອງແຂວງ, ເມືອງ, ນະຄອນປາກເຊ, ພະນັກງານວິຊາການ, ຫົວໜ່ວຍທຸລະກິດ, ນາຍບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ທ່ານ ພິມພອນ ພັນດານຸວົງ ໄດ້ຍົກໃຫ້ເຫັນວ່າ: ວຽກງານຊົນລະປະທານ ແລະ ການປ້ອງກັນສຸຂະພາບສັດ ແມ່ນສອງວຽກງານສຳຄັນທີ່ມີຄວາມກ່ຽວພັນໂດຍກົງກັບການພັດທະນາການຜະລິດກະສິກຳ, ການຮັບປະກັນສະບຽງອາຫານ ແລະ ການຍົກສູງລາຍຮັບຂອງປະຊາຊົນ. ສອດຄ່ອງກັບວິໄສທັດຮອດປີ 2030 ຂອງຂະແໜງກະສິກຳ ທີ່ແນໃສ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຜະລິດສິນຄ້າກະສິກຳທີ່ມີທ່າແຮງ, ພັດທະນາກະສິກຳສະອາດ, ປອດໄພ ແລະ ຍືນຍົງ ບົນພື້ນຖານການຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ພ້ອມນີ້ ຍັງໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ ເອົາໃຈໃສ່ກວດກາ, ສ້ອມແປງ ແລະ ບຳລຸງຮັກສາໂຄງການຊົນລະປະທານໃຫ້ສາມາດສະໜອງນ້ຳໄດ້ຢ່າງພຽງພໍ ແລະ ທັນກັບລະດູການຜະລິດລະດູແລ້ງ. ສ່ວນວຽກງານສຸຂະພາບສັດ ຕ້ອງເພີ່ມທະວີການສັກຢາປ້ອງກັນພະຍາດສັດ, ຕິດຕາມຄວບຄຸມການລະບາດຂອງພະຍາດ, ສົ່ງເສີມການປູກຫຍ້າ ແລະ ພືດອາຫານສັດ ເພື່ອຫລຸດຜ່ອນການຂາດແຄນອາຫານສັດໃນລະດູແລ້ງ.

ທ່ານ ຄຳ ນີລະວົງ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ແລະ ຄວາມສຳຄັນຂອງສອງວັນສຳຄັນດັ່ງກ່າວ ພ້ອມທັງລາຍງານສະພາບວຽກງານຊົນລະປະທານ ແລະ ການປ້ອງກັນພະຍາດສັດຂອງແຂວງ ເປັນຕົ້ນ ໃນໄລຍະລະດູຝົນທີ່ຜ່ານມາ ແຂວງຈຳປາສັກໄດ້ຮັບຜົນກະທົບຈາກພະຍຸ ແລະ ໄພນ້ຳຖ້ວມ ເຮັດໃຫ້ 225 ບ້ານ, 7,565 ຄອບຄົວ ໄດ້ຮັບຜົນກະທົບ. ເນື້ອທີ່ນາປີຖືກນ້ຳຖ້ວມ 7,358.6 ເຮັກຕາ ແລະ ເສຍຫາຍ 4,555.2 ເຮັກຕາ; ພືດຜັກຖືກນ້ຳຖ້ວມ 225.2 ເຮັກຕາ ແລະ ເສຍຫາຍ 81,1 ເຮັກຕາ. ນອກນັ້ນ, ຍັງມີໜອງປາຖືກກະທົບ 186 ໜອງ, ກະຊັງປາ 74 ກະຊັງ ແລະ ໂຄງການຊົນລະປະທານຖືກນ້ຳຖ້ວມ 42 ໂຄງການ ໃນນັ້ນມີ 23 ໂຄງການເປ່ເພ ແລະ ເສຍຫາຍ.

ສຳລັບແຜນການຜະລິດລະດູແລ້ງສົກປີ 2026-2027 ແຂວງຈຳປາສັກ ໄດ້ວາງຄາດໝາຍສະໜອງນ້ຳໃຫ້ເນື້ອທີ່ການຜະລິດທົ່ວແຂວງໃຫ້ໄດ້ 21,295.60 ເຮັກຕາ, ໃນນັ້ນ ເນື້ອທີ່ປູກເຂົ້າ 7,774.70 ເຮັກຕາ ແລະ ປູກພືດ 13,550.90 ເຮັກຕາ ໂດຍອາໄສໂຄງການຊົນລະປະທານທີ່ມີຢູ່ 112 ໂຄງການ. ສ່ວນເມືອງປະທຸມພອນ ມີໂຄງການຊົນລະປະທານທີ່ສາມາດນຳໃຊ້ໄດ້ 14 ໂຄງການ ສາມາດສະໜອງນ້ຳໃຫ້ເນື້ອທີ່ການຜະລິດ 2,030.40 ເຮັກຕາ, ໃນນັ້ນ ປູກເຂົ້າ 502.90 ເຮັກຕາ ແລະ ປູກພືດ 1,527.50 ເຮັກຕາ. ສຳລັບໂຄງການຊົນລະປະທານຝາຍນ້ຳລົ້ນໜອງກັນ ສາມາດສະໜອງນ້ຳໃຫ້ເນື້ອທີ່ຜະລິດ 143 ເຮັກຕາ, ໃນນັ້ນ ປູກເຂົ້າ 140 ເຮັກຕາ ແລະ ປູກພືດ 3 ເຮັກຕາ.

ວຽກງານປ້ອງກັນພະຍາດສັດ, ທົ່ວແຂວງມີສັດລ້ຽງຈຳນວນຫລາຍ ປະກອບມີ: ຄວາຍ 147,807 ໂຕ, ງົວ 184,369 ໂຕ, ໝູ 361,664 ໂຕ, ແບ້ 41,701 ໂຕ ແລະ ສັດປີກ 9,574,180 ໂຕ. ໃນລະດູຝົນຜ່ານມາ ການລ້ຽງສັດໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດສັດຫລາຍຊະນິດ ເຊັ່ນ: ພະຍາດເຕົ້າໂຮມເລືອດງົວ-ຄວາຍ, ພະຍາດປາກເປື່ອຍລົງເລັບ ແລະ ພະຍາດສັດປີກ ໃນ 5 ເມືອງ ຄື: ເມືອງຈຳປາສັກ, ປາກຊ່ອງ, ສຸຂຸມາ, ປະທຸມພອນ ແລະ ເມືອງໂຂງ. ດັ່ງນັ້ນ, ແຂວງຈຳປາສັກ ຈຶ່ງໄດ້ວາງຄາດໝາຍສັກຢາປ້ອງກັນພະຍາດສັດໃຫ້ບັນລຸ 75% ສຳລັບເຂດຕົວເມືອງ ແລະ 60% ສຳລັບເຂດຊານເມືອງ ແລະ ຊົນນະບົດ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຝູງສັດ, ຈຳກັດການລະບາດຂອງພະຍາດ ແລະ ກ້າວໄປສູ່ການສ້າງເຂດປອດພະຍາດສັດໃນອະນາຄົດ.

ທ່ານ ຄຳ ນີລະວົງ ຍັງເນັ້ນໃຫ້ປະຊາຊົນ ແລະ ກຸ່ມຜູ້ນຳໃຊ້ນ້ຳ ຮ່ວມກັນອະນາໄມ, ຂຸດລອກຄອງເໝືອງ, ກວດກາລະບົບສົ່ງນ້ຳ, ກະກຽມເຄື່ອງຈັກສູບນ້ຳ ແລະ ສ້ອມແປງຈຸດທີ່ເປ່ເພ ເພື່ອໃຫ້ພ້ອມຮັບໃຊ້ການຜະລິດລະດູແລ້ງ. ພ້ອມທັງຮຽກຮ້ອງໃຫ້ກະສິກອນນຳສັດລ້ຽງມາສັກຢາຕາມກຳນົດເວລາ ແລະ ຈັດຫາອາຫານສຳຮອງໃຫ້ສັດໃນໄລຍະລະດູແລ້ງ.

ໃນພິທີ, ຄະນະນຳແຂວງ ແລະ ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນເປີດຂະບວນການສັກຢາປ້ອງກັນພະຍາດສັດ, ຂະບວນການອະນາໄມຄອງຊົນລະປະທານ ແລະ ເປີດນ້ຳຈາກໂຄງການຝາຍນ້ຳລົ້ນໜອງກັນ ເພື່ອເປັນການເປີດຂະບວນການກະກຽມຄວາມພ້ອມຮັບໃຊ້ການຜະລິດລະດູແລ້ງ ສົກປີ 2026-2027 ຄວບຄູ່ກັບການຍົກສູງສຸຂະພາບສັດລ້ຽງໃຫ້ມີຄວາມແຂງແຮງ ທັງນີ້ກໍເພື່ອເປັນການປຸກລະດົມທຸກພາກສ່ວນ ໃຫ້ຮ່ວມແຮງຮ່ວມໃຈປົກປັກຮັກສາ ແລະ ນຳໃຊ້ລະບົບຊົນລະປະທານຢ່າງມີປະສິດທິຜົນ, ພ້ອມທັງເອົາໃຈໃສ່ປ້ອງກັນພະຍາດສັດຢ່າງທັນການ ເພື່ອສ້າງພື້ນຖານທີ່ໝັ້ນຄົງໃຫ້ແກ່ການຜະລິດກະສິກຳ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາເສດຖະກິດຂອງປະຊາຊົນໃຫ້ຍືນຍົງ.

ຂ່າວ-ພາບ: ຈັນທະວີສັກ