
ໃນວັນທີ 10 ພະຈິກ 2026 ຜ່ານມານີ້, ທີ່ຫ້ອງປະຊຸມ ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມພິຈາລະນາ ແລະ ຜ່ານຮ່າງແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ (2026–2030). ໂດຍການເປັນປະທານຂອງ ທ່ານ ປອ. ສຸລິໄຊ ຫົງສາຄອນ ຮັກສາການຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ, ມີບັນດາຕາງໜ້າຈາກຫ້ອງການ ອຄ ຂັ້ນເມືອງ, ຕາງໜ້າຈາກບັນດາພະແນກການ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອພິຈາລະນາເນື້ອໃນຮ່າງແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ (2026–2030) ໃຫ້ມີຄວາມຄົບຖ້ວນ, ຮອບດ້ານ ແລະ ສອດຄ່ອງກັບທິດທາງການພັດທະນາຂອງຂະແໜງການ, ທັງເປັນພື້ນຖານສຳຄັນໃນການຜັນຂະຫຍາຍວິໄສທັດ, ທິດທາງລວມ ແລະ ນະໂຍບາຍໃຫ້ກາຍເປັນແຜນວຽກທີ່ເປັນຮູບປະທຳ.
ໃນກອງປະຊຸມ, ທ່ານ ຂາວ ເມກສະຫວັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບແຜນພັດທະນາໄລຍະ 2026–2030 ໄດ້ກຳນົດເອົາ 6 ເປົ້າໝາຍ ແລະ 25 ວຽກງານຈຸດສຸມ ເພື່ອເປັນທິດທາງໃນການຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດໃນໄລຍະ 5 ປີຕໍ່ໜ້າ. ໂດຍ 6 ເປົ້າໝາຍດັ່ງກ່າວ ກວມລວມເອົາຂົງເຂດວຽກງານສຳຄັນ ຄື:
1. ອຸດສາຫະກຳປຸງແຕ່ງ: ສົ່ງເສີມການແປຮູບ ແລະ ເພີ່ມມູນຄ່າຜະລິດຕະພັນ.
2. ຕະຫຼາດການຄ້າ: ຂະຫຍາຍ ແລະ ຄຸ້ມຄອງການຄ້າພາຍໃນ-ຕ່າງປະເທດ.
3. ພະລັງງານໄຟຟ້າ: ພັດທະນາ ແລະ ຄຸ້ມຄອງພະລັງງານໃຫ້ມີຄວາມໝັ້ນຄົງ.
4. ທໍລະນີສາດ ແລະ ບໍ່ແຮ່: ຄຸ້ມຄອງການນຳໃຊ້ຊັບພະຍາກອນທຳມະຊາດໃຫ້ມີປະສິດທິຜົນ.
5. ການອຳນວຍຄວາມສະດວກດ້ານທຸລະກິດ: ປັບປຸງກົນໄກການບໍລິການ ແລະ ບັນຍາກາດການລົງທຶນ.
6. ວຽກງານຄຸ້ມຄອງ ແລະ ບໍລິຫານຈັດການ: ຍົກສູງປະສິດທິພາບການບໍລິຫານອົງກອນ.
ພ້ອມນີ້, ກອງປະຊຸມຍັງໄດ້ເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ, ປຶກສາຫາລື ແລະ ສະເໜີປັບປຸງເນື້ອໃນຂອງຮ່າງແຜນດັ່ງກ່າວໃຫ້ມີຄວາມສົມບູນຍິ່ງຂຶ້ນ ກ່ອນຈະນຳໄປຈັດຕັ້ງປະຕິບັດຕາມຂັ້ນຕອນ.
ການຈັດທຳແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ (2026–2030) ຄັ້ງນີ້ ຖືເປັນກ້າວສຳຄັນໃນການກຳນົດທິດທາງ ແລະ ແຜນວຽກພັດທະນາຂະແໜງການໃຫ້ມີຄວາມຊັດເຈນ, ມີຈຸດສຸມ ແລະ ສາມາດຕອບສະໜອງຕໍ່ຄວາມຕ້ອງການດ້ານການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ໄດ້ຢ່າງມີປະສິດທິຜົນ.
ຂ່າວ: ສຸພິນດາ ດ້ວງເງິນ
ພາບ: ດາວອນ ມະນີວັນ