
ໃນຕອນບ່າຍຂອງວັນທີ 10 ພະຈິກ 2026 ຜ່ານມານີ້, ທ່ານ ວັນໄຊ ພອງສະຫວັນ, ກຳມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວລົງຊຸກຍູ້, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານ ຂອງບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ຢູ່ເມືອງລ້ອງແຈ້ງ. ໂດຍມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊສົມບູນ, ມີທ່ານ ບຸນຜອງ ຄຳມະນີວົງ, ກຳມະການພັກແຂວງ, ເລຂາພັກເມືອງລ້ອງແຈ້ງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ-ຂອງເມືອງລ້ອງແຈ້ງ ແລະ ພະນັກງານພາຍໃນບໍລິສັດ ເຂົ້າຮ່ວມ.
ທ່ານ ວັນດີ ກວາງວິວັນ ປະທານ ບໍລິສັດ ຮ່ວມມືພັດທະນາບໍ່ ແຮ່ໄຊສົມບູນ ຈໍາກັດ ໄດ້ລາຍງານສະພາບລວມຂອງບໍລິສັດ, ການດຳເນີນງານ ຂະ ບວນການຜະລິດ, ລະບົບໂຮງງານ, ມາດຕະການຮັກສາຄວາມປອດໄພ, ມາດຕະການຮັກສາສິ່ງແວດລ້ອມ, ການພັດທະນາຊຸມຊົນ ແລະການສະໜັບສະໜູນທ້ອງຖິ່ນ ພ້ອມທັງ ລາຍງານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະບັນຫາທີ່ຍັງຄົງຄ້າງຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານ ຂອງບໍລິສັດ ໃຫ້ຄະນະນໍາໄດ້ຮັບຊາບ.
ຈາກນັ້ນ, ທ່ານ ວັນໄຊ ພອງສະຫວັນ ໄດ້ເນັ້ນໜັກ ໃຫ້ທາງບໍລິສັດ ສືບຕໍ່ເອົາໃຈໃສ່ການຈັດຕັ້ງປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ ໂດຍຍົກສູງປະສິດທິພາບໃນການຄຸ້ມຄອງ ແລະ ບໍລິຫານການຜະລິດ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກຕ່າງໆ ໂດຍສະເພາະແມ່ນມາດຕະການຮັກສາສິ່ງແວດລ້ອມ ເພື່ອບໍ່ໃຫ້ມີຜົນສະທ້ອນຕໍ່ທໍາມະຊາດ.
ພ້ອມດຽວກັນນັ້ນ, ຍັງໄດ້ເນັ້ນໃຫ້ບໍລິສັດ ປະກອບສ່ວນພັດທະນາຊຸມຊົນ ແລະສະໜັບສະໜູນທ້ອງຖິ່ນ ໂດຍການນຳໃຊ້ແຮງງານຄົນໃນພື້ນທີ່ ກໍຄື ແຮງງານລາວ ເພື່ອສ້າງວຽກເຮັດງານທໍາ ແລະສ້າງອາຊີບ ໃຫ້ແກ່ປະຊາຊົນ ພ້ອມທັງຊຸກຍູ້ ແລະສົ່ງເສີມປະຊາຊົນ ໃນຂອບເຂດໃກ້ຄຽງ ໃຫ້ທຳການຜະລິດ ປູກຝັງ-ລ້ຽງສັດ ເຊັ່ນ: ງົວ, ຄວາຍ, ໝູ, ໄກ່ ແລະ ພືດຜັກຕ່າງໆ ເພື່ອນໍາມາຂາຍເປັນສະບຽງອາຫານສະໜອງໃຫ້ແກ່ບໍລິສັດ, ຫຼຸດຜ່ອນການຊື້ສະບຽງອາຫານຈາກແຫຼ່ງອື່ນ ເພື່ອເປັນການສ້າງລາຍຮັບໃຫ້ປະຊາຊົນໃນພື້ນທີ່, ສິ່ງສໍາຄັນເປັນການປະກອບສ່ວນໃນການແກ້ໄຂຄວາມທຸກຍາກ, ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ.
ໃນຕອນທ້າຍ, ທ່ານປະທານຄະນະກວດກາສູນກາງພັກ ພ້ອມດ້ວຍການນໍາແຂວງ ແລະ ການນໍາເມືອງລ້ອງແຈ້ງ ຍັງໄດ້ໄປຢ້ຽມຊົມສະຖານທີ່ຕ່າງໆພາຍໃນໂຮງງານ, ເພື່ອຕິດຕາມຂະບວນການດຳເນີນງານຕົວຈິງຕື່ມອີກ.
ຂ່າວ: ພຸດທະສອນ ເວດສະວົງ