9 ເດືອນຕົ້ນປີ 2026 ແຂວງອຸດົມໄຊເກັບລາຍຮັບໄດ້ 770,17 ຕື້ກີບ

ທ່ານ ປອ ສຸລິຍາ ສຸພິທັກ ຫົວໜ້າພະແນກການເງິນ ແຂວງອຸດົມໄຊ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ–ສັງຄົມ ແລະ ແຜນງົບປະມານແຫ່ງລັດ 9 ເດືອນຕົ້ນປີ 2026 ພ້ອມກຳນົດທິດທາງ 3 ເດືອນທ້າຍປີຕໍ່ນັກຂ່າວໜັງສືພິມ ເສດຖະກິດ-ສັງຄົມ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 9 ເດືອນ 2026 ຜ່ານມາ ໄດ້ປະເຊີນກັບສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ທີ່ຍັງສຶບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ແກ່ຍາວ, ສະພາບພາຍໃນແຂວງໄດ້ຮັບຜົນກະທົບວິກິດນໍ້າມັນ ແລະ ຜົນກະທົບຈາກໄພພິບັດ ຢ່າງຫວງຫລາຍ, ຕາມການປະເມີນເບື້ອງຕົ້ນ ເສດຖະກິດຂອງແຂວງໃນປີນີ້ ຈະສາມາດຂະຫຍາຍຕົວປະມານ 5.38 ເປີເຊັນ, ມີມູນຄ່າປະມານ 13,284.90 ຕື້ກິບ, ໃນນັ້ນຂະແໜງກະສີກໍາຂະຫຍາຍຕົວ 3.06 ເປີເຊັນ, ກວມເອົາ 36.43 ເປີເຊັນ, ຂະແໜງອຸດສາຫະກໍາຂະຫຍາຍຕົວ 8.52 ເປີເຊັນ, ກວມ 12.19 ເປີເຊັນ, ຂະແໜງບໍລິການຂະຫຍາຍຕົວ 6.11 ເປີເຊັນ, ກວມ 50.21 ເປີເຊັນ ແລະ ພາສີອາກອນຜະລິດຕະພັນສຸດທິຂະຫຍາຍຕົວ  3.02 ເປີເຊັນ, ກວມ 1.17 ເປັນ ຂອງ GDP ຫລືປະມານ 1,615 ໂດລາສະຫະລັັັັັັັດ.

ສໍາລັບການຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ການຈັດເກັບລາຍຮັບຕາມທ່າແຮງບົ່ມຊ້ອນຂອງແຂວງ, ອັດທຸຊ່ອງທາງຫວ່າງການຮົ່ວໄຫຼຂອງລາຍຮັບ, ຄຸ້ມຄອງລາຍຮັບດ້ວຍລະບົບຫັນເປັນທັນສະໄໝ, ໂດຍສະເພາະການຫັນເອົາຫົວໜ່ວຍທຸລະກິດຢູ່ນອກລະບົບເຂົ້າສູ່ລະບົບ, ຄຸ້ມຄອງລະບົບການເກັບລາຍຮັບຢ່າງເຂັ້ມງວດ ຕາມກົດໝາຍ ແລະລະບຽບການ, ຊຶ່ງຮອດກາງເດືອນ ຕຸລາ 2026  ສາມາດຈັດເກັບລາຍຮັບໄດ້ທັງໝົດ 770,17 ຕືກິບ, ເທົ່າກັບ 100.14 ເປີເຊັນ ຂອງແຜນດັດແກ້, ຄາດຄະເນໝົດປີຈະສູ້ຊົນຈັດເກັບລາຍຮັບໃຫ້ໄດ້ 830,57 ຕື້ກີບ, ຈະໃຫ້ລື່ນແຜນ 15.8 ເປີເຊັນ, ໃນນັ້ນລາຍຮັບພຸດສູນການປະຕບັດໄດ້ 142,48 ຕື້ກີບ, ເທົ່າກັບ 105.25 ເປີເຊັນ, ລາຍຮັບພຸດຂອງແຂວງປະຕິບັດໄດ້ 627,68 ຕື້ກີບ, ເທົ່າກັບ 99.05 ເປີເຊັນ, ຄາດຄະເນໝົດປີໃຫ້ປະຕິບັດໄດ້ 741,39 ຕື້ກິບ, ລື່ນແຜນ 17 ເປີເຊັນ,  ລາຍຮັບສວຍສາອາກອນປະຕິບັດໄດ້ 83.28ເປີເຊັນ ແລະຄາດຄະເນໝົດປີປະຕິບັດໃຫ້ໄດ້ 100 ເປີເຊັນ ແລະລາຍຮັບຊັບສິນປະຕິບັດໄດ້ 114.72 ເປີເຊັນ ຂອງແຜນການ.

ຈຸດເດັ່ນທາງດ້ານການເງິນ ແມ່ນການເລັ່ງຫັນວຽກງານການເງິນເປັນທັນສະໄໝ ແລະ ນຳໃຊ້ລະບົບດິຈິຕອນໃນການຄຸ້ມຄອງລາຍຮັບ–ລາຍຈ່າຍ ເຊັ່ນ TaxRIS, AMIS, LIFMIS, LCIS ແລະ ASYCUDA ເພື່ອໃຫ້ການຈັດເກັບ ແລະ ການໃຊ້ຈ່າຍງົບປະມານມີຄວາມຖືກຕ້ອງ, ໂປ່ງໃສ, ຮັດກຸມ ແລະ ກວດສອບໄດ້.

ສໍາລັບ ທິດທາງ 3 ເດືອນທ້າຍປີ, ແຂວງຈະເລັ່ງຊຸກຍູ້ 4 ທ່າແຮງສຳຄັນ ປະກອບມີ: ກະສິກຳ, ການທ່ອງທ່ຽວ, ການຂົນສົ່ງ ແລະອຸດສາຫະກຳປຸງແຕ່ງ–ພະລັງງານສະອາດ, ໂດຍມີເປົ້າໝາຍຜັກດັນໃຫ້ເສດຖະກິດທັງປີ 2026 ຂະຫຍາຍຕົວ 5.4% ຂຶ້ນໄປ ແລະ ຈະສຸມໃສ່ 4 ວຽກງານຫຼັກ: 1. ເລັ່ງການຜະລິດ – ສົ່ງເສີມກະສິກຳສິນຄ້າ, ອຸດສາຫະກຳປຸງແຕ່ງ ແລະ ພະລັງງານສະອາດ.2. ເລັ່ງຈັດເກັບລາຍຮັບ – ໃຫ້ບັນລຸເປົ້າໝາຍ 830.57 ຕື້ກີບ ແລະ ຄຸ້ມຄອງແຫຼ່ງລາຍຮັບໃຫ້ມີປະສິດທິຜົນ 3. ຄຸ້ມຄອງລາຍຈ່າຍ – ໃຫ້ການໃຊ້ຈ່າຍຖືກຕາມລະບຽບ, ປະຢັດ, ມີປະສິດທິຜົນ ແລະ ສອດຄ່ອງກັບແຜນ 4. ເລັ່ງຫັນດິຈິຕອນ – ພັດທະນາລະບົບຂໍ້ມູນການເງິນ ໃຫ້ສາມາດບໍລິຫານ, ຕິດຕາມ ແລະ ກວດສອບໄດ້ຢ່າງວ່ອງໄວ.

ໂດຍລວມ, ຜົນການດຳເນີນງານ 9 ເດືອນ ສະທ້ອນໃຫ້ເຫັນວ່າ ແຂວງອຸດົມໄຊຍັງຄົງຮັກສາທິດທາງການຂະຫຍາຍຕົວຂອງເສດຖະກິດ, ຄຽງຄູ່ກັບການຍົກສູງວິໄນການເງິນ, ການຈັດເກັບລາຍຮັບ ແລະ ການນຳໃຊ້ງົບປະມານຢ່າງຮັດກຸມເພື່ອມຸ່ງໄປສູ່ເປົ້າໝາຍ ເສດຖະກິດຂະຫຍາຍຕົວ 5.4% ຂຶ້ນໄປໃນປີ 2026.

ຂ່າວ:ໂພທິລາດ-ເສດຖະກິດສັງຄົມ