9 ເດືອນຈໍາປາສັກນໍາເຂົ້າສິນຄ້າຫຼຸດລົງ ແຕ່ການສົ່ງອອກມີສີສັນ

ບັນຍາກາດໃນການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງແຂວງຈໍາປາສັກ ໃນໄລຍະ 9 ເດືອນຕົ້ນປີ 2026 ຜ່ານມານີ້ ເຫັນວ່າສິນຄ້າບາງລາຍການມີລັກສະນະຫຼຸດລົງ ແລະ ບາງລາຍການຍັງສາມາດຮັກສາສະຖຽນລະພາບໄດ້ຄົງທີ ຊຶ່ງທຽບໃສໄລຍະດຽວກັນຂອງປີຜ່ານມາໂດຍລວມແມ່ນຫຼຸດລົງ ໃນຂະນະທີ່ທິດທາງແຜນການໃນ 3 ເດືອນທ້າຍປີທາງແຂວງຈໍາປາສັກ ຈະພະຍາຍາມເຮັດໃຫ້ການນໍ້າເຂົ້າ ແລະ ສົ່ງອອກໃຫ້ເພີ່ມຂື້ນ.

ທ່ານ ສຸກດາວັນ ແສນທະວີສຸກ ກໍາມະການພັກແຂວງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ, ໄດ້ລາຍການຕໍ່ນັກຂ່າວໜັງສືພິມ ເສດຖະກິດ-ສັງຄົມ ໃຫ້ຮູ້ວ່າ: ມູນຄ່າການຄ້າຂອງ ແຂວງຈໍາປາສັກ ສາມາດບັນລຸໄດ້ທັງໝົດ 748 ລ້ານກວ່າໂດລາສະຫະລັດ, ທຽບໃສ່ໄລຍະດຽວຂອງປີຜ່ານມາຫຼຸດລົງ 4.12 %, ທຽບໃສ່ແຜນປີ 2026 ປະຕິບັດ 70.58 %;  ໃນນັ້ນ: ການນໍາເຂົ້າສິນຄ້າທັງໝົດມີມູນຄ່າ 230 ລ້ານກວ່າໂດລາສະຫະລັດ, ທຽບໃສ່ໄລຍະດຽວຂອງປີຜ່ານມາຫຼຸດລົງ 14.96 %, ທຽບໃສ່ແຜນປີ 2026 ປະຕິບັດໄດ້ 57.24 %; ໃນນັ້ນ: ສິນຄ້ານໍາເຂົ້າມາຂາຍ ມີມູນຄ່າ 178 ລ້ານກວ່າໂດລາສະຫະລັດ, ທຽບໃສ່ໄລຍະດຽວຂອງປີຜ່ານມາຫຼຸດລົງ 15.15 %, ທຽບໃສ່ແຜນ ປີ 2026 ປະຕິບັດໄດ້ 56.68 %,  ກວມເອົາ 77.38 %  ຂອງການນໍາເຂົ້າທັງໝົດ,  ມູນຄ່າການນໍາເຂົ້າສິນຄ້າທີ່ລັດຖະບານຄຸ້ມຄອງ ບັນລຸໄດ້  52 ລ້ານກວ່າໂດລາສະຫະລັດ, ທຽບໃສ່ໄລຍະດຽວຂອງປີຜ່ານມາຫຼຸດລົງ 14.34 %, ທຽບໃສ່ແຜນ ປີ 2026 ປະຕິບັດໄດ້ 59.23 %, ກວມເອົາ 22.61 %  ຂອງການນໍາເຂົ້າທັງໝົດ, ເຊິ່ງສິນຄ້ານໍາເຂົ້າສ່ວນໃຫຍ່ ແມ່ນ: ນໍ້າມັນເຊື້ອໄຟ, ພາຫານະ - ອາໄລ່,  ເຄື່ອງຮັບໃຊ້ການຜະລິດ, ເຄື່ອງສະບຽງ, ເຄື່ອງກໍ່ສ້າງ ແລະ ເຄື່ອງໂຄງການຮັບໃຊ້ພາຍໃນ.

  ສ່ວນມູນຄ່າການສົ່ງອອກທັງໝົດແມ່ນສາມາດບັນລຸໄດ້ 517 ລ້ານກວ່າໂດລາສະຫະລັດ, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 1.65 %, ທຽບໃສ່ແຜນປີ 2026 ປະຕິບັດໄດ້ 78.77 %, ສິນຄ້າທີ່ສົ່ງອອກຕົ້ນຕໍ ແມ່ນ: ສິນຄ້າກະສິກໍາ (ວັດຖຸດິບ),  ພຶດຜັກ ທີ່ນອນໃນໂຄງການ  Contract Farming, ພະລັງງານໄຟຟ້າ ແລະ ຜະລິດຕະພັນອຸດສາຫະກໍາປຸງແຕ່ງ (ສໍາເລັດຮູບ).

ເມື່ອສົມທຽບລະຫ່ວາງ ການນໍາເຂົ້າ ແລະ ສົ່ງອອກ ທັງໝົດແລ້ວ ແຂວງຈໍາປາສັກ ເກີນດູນການຄ້າ 286 ລ້ານກວ່າໂດລາສະຫາລັດ;  ສາເຫດ ທີ່ພາໃຫ້ເກີນດູນ ຍ້ອນມີການສົ່ງອອກສິນຄ້າ ເປັນຈໍານວນຫລາຍເປັນຕົ້ນ: ກາເຟ, ມັນຕົ້ນຊອຍແຫ້ງ, ຢາງພາລາກ້ອນ, ສິນຄ້າ Contract Farming, ພະລັງງານໄຟຟ້າ ແລະ ສິນຄ້າປະເພດອື່ນໆ.

  ການນໍາເຂົ້າສິນຄ້າທັງໝົດ ມີມູນຄ່າ 230 ລ້ານກວ່າໂດລາສະຫະລັດ,  ທຽບໃສ່ໄລຍະດຽວຂອງປີຜ່ານມາຫຼຸດລົງ 14.96 %, ທຽບໃສ່ແຜນ ປີ 2026 ປະຕິບັດໄດ້ 57.24 %, ເຊີ່ງສິນຄ້ານໍາເຂົ້າສ່ວນໃຫຍ່  ແມ່ນໝວດນໍ້າມັນເຊື້ອໄຟ, ພາຫານະ-ອາໄລ່, ເຄື່ອງກໍ່ສ້າງ ແລະ ເຄື່ອງໂຄງການຮັບໃຊ້ພາຍໃນ, ຕົວເລກລະອຽດປະກອບມີ ສິນຄ້ານໍາເຂົ້າມາຂາຍ ມີມູນຄ່າ 178 ລ້ານກວ່າໂດລາສະຫະລັດ, ທຽບໃສ່ໄລຍະດຽວຂອງປີຜ່ານມາຫຼຸດລົງ 15.15 %,  ທຽບໃສ່ແຜນ ປີ 2026  ປະຕິບັດໄດ້ 56.68 %,  ກວມເອົາ 77.38 %  ຂອງການນໍາເຂົ້າທັງ.

ຂ່າວ: ໂພທິລາດ-ເສດຖະກິດສັງຄົມ
.
- ອ່ານຂ່າວອື່ນໆ ຫຼືຍ້ອນຫຼັງໄດ້ທີ່: www.sethakit-psx.la