ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ລາວໂທລະຄົມ ຄົບຮອບ 30 ປີ (11/11/1996-11/11/2026)

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດລາວໂທລະຄົມ ຄົບຮອບ 30 ປີ (11 ພະຈິກ 1996 - 11 ພະຈິກ 2026) ຂຶ້ນໃນມື້ວັນທີ 11 ພະຈິກ 2026 ທີ່ ໂຮງແຮມແລນມາກ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານສະພາຜູ້ຖືຮຸ້ນ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາຄະນະພັກ, ຄະນະອຳນວຍການໃຫຍ່ ແລະ ອ້າຍ, ເອື້ອຍ, ນ້ອງພະນັກງານ ລາວໂທລະຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 550 ທ່ານ ແລະ ລລທ ສາຂາແຂວງ ກໍ່ສະເຫຼີມສະຫຼອງໄປພ້ອມໆກັນຈຳນວນ 2 ພັນກວ່າທ່ານ.

ເພື່ອຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຂອງພັກ-ລັດໃນການສົ່ງເສີມການລົງທຶນຈາກຕ່າງປະເທດ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 11 ພະຈິກ 1996 ຊື່ງເປັນການລວມເອົາ ບໍລິສັດ ໂທລະຄົມມະນາຄົມລາວ ແລະ ບໍລິສັດ ຊິນນາວັດຕຣາ ເທເລຄອມຈໍາກັດ ເປັນບໍລິສັດຮ່ວມທຶນ ໂດຍລັດຖະບານລາວ ຖືຮຸ້ນ 51% ແລະ ບໍລິສັດ ເຊັນນິງຕັນ ອິນເວດສະເມັນ ສິງກະໂປ ຖືຮຸ້ນ 49%.

ໃນພິທີດັ່ງກ່າວ ທ່ານ ສຸພົນ ຈັນທະວີໄຊ ຄະນະກຳມະການບໍລິຫານງານພັກກະຊວງ ຕສ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ກ່າວວ່າ: ການຈັດພິທີໃນມື້ນີ້ ເພື່ອເປັນການຕີລາຄາສະຫຼຸບສັງລວມຄືນບັນດາຜົນງານການເຄື່ອນໄຫວ ການດຳເນີນທຸລະກິດຂອງ ບໍລິສັດ ລາວໂທລະຄົມ ໃນ 30 ປີທີ່ຜ່ານມາ. ຄະນະພັກ, ຄະນະຜູ້ອຳນວຍການໃຫຍ່ ໄດ້ນໍາພາ ບໍລິສັດ ລາວໂທລະຄົມ ຜ່ານຜ່າທຸກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ, ຕັ້ງໜ້າຊີ້ນໍາ-ນໍາພາ ບໍລິສັດ ໃຫ້ເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆມາ ທັງດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ໂຄງລ່າງພື້ນຖານທາງດ້ານໂທລະຄົມມີການພັດທະນາໃຫ້ທັນສະໄໝທັນກັບສະພາບການຂະຫຍາຍຕົວຂອງໂລກ.

ໃນໄລຍະ 30 ປີຜ່ານມາກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ສາມາດຂະຫຍາຍລູກຄ້າໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ ມາເຖິງປັດຈຸບັນນີ້ມີຖານລູກຄ້າ MBB (Mobile Broadband) ຫຼາຍກວ່າ 3 ລ້ານກວ່າລູກຄ້າ (ລວມທັງລູກຄ້າທີພລັດ) ແລະ FBB (Fixed Broadband) ຫຼາຍກວ່າ 205 ແສນລູກຄ້າ. ສາມາດຂະຫຍາຍລະບົບເຄືອຂ່າຍສັນຍານໂທລະສັບມືຖືກວມເອົາ 83% ຂອງປະຊາກອນທົ່ວປະເທດ, ທຽບໃສ່ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ກໍ່ຄືຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈະໃຫ້ສັນຍານ 4G ກວມ 83% ຂອງປະຊາກອນ ແມ່ນຍັງນອນຢູ່ໃນແຜນການທີ່ວາງໄວ້, ມີສະຖານີຖານ (BTS) ທັງໝົດ 13,300 ສະຖານີ, ໃນນີ້: GSM 2G ຈໍານວນຫຼາຍກວ່າ 2,030 ສະຖານີ, 3G ຈໍານວນຫຼາຍກວ່າ 3,620 ສະຖານີ, 4G ຈໍານວນຫຼາຍກວ່າ 6,688 ສະຖານີ, 4,5G ຈໍານວນຫຼາຍກວ່າ 906 ສະຖານີ, 5G ຈໍານວນຫຼາຍກວ່າ 56 ສະຖານີ ແລະ FTTH Port ຫຼາຍກວ່າ 224,440 Ports, ມີລະບົບສາຍສົ່ງສາຍໃຍແກ້ວນຳແສງຍາວຫຼາຍກວ່າ 37,945 ກິໂລແມັດ, ໃນນັ້ນເປັນ Backbone DWDM 6,539 Km, ໃນ Capacity 200 Gbps.

ການເຄື່ອນໄຫວດໍາເນີນທຸລະກິດຂອງ ລາວ ໂທລະຄົມ ສາມາດສ້າງລາຍຮັບໄດ້ຫລາຍກວ່າ 29,166 ຕື້ກີບ (ບໍ່ລວມອາກອນ), ມີກໍາໄລສະສົມຫລາຍກວ່າ 6,570 ຕື້ກີບ, ດ້ວຍຈັງຫວະການເຕີບໂຕຢ່າງຕໍ່ເນື່ອງ ສະເລ່ຍຫລາຍກວ່າ 27.22% ຕໍ່ປີ ສາມາດປະຕິບັດພັນທະໃຫ້ລັດຖະບານແລ້ວມີມູນຄ່າຫລາຍກວ່າ 5,984 ຕື້ກີບ, ມອບເງິນປັນຜົນໃຫ້ລັດຖະບານ ແລະ ຝ່າຍຂາຮຸ້ນໄດ້ 409 ລ້ານໂດລາສະຫາລັດ. ພ້ອມດຽວກັນນັ້ນ, ບໍລິສັດ ລາວໂທລະຄົມ ຍັງໄດ້ເອົາໃຈໃສ່ປະກອບສ່ວນດ້ານພັນທະຂອງຕົນຕໍ່ສັງຄົມ, ອົງການຈັດຕັ້ງພັກ-ລັດຢ່າງຕັ້ງໜ້າ ຊື່ງມັນສະແດງອອກໃຫ້ເຫັນມູນຄ່າການຊ່ວຍເຫຼືອສັງຄົມ ຕະຫຼອດໄລຍະ 30 ປີ ຜ່ານມາມີມູນຄ່າຫຼາຍກວ່າ 194 ຕື້ກີບ, ເປັນເງິນສົດຈຳນວນຫຼາຍກວ່າ 78.36 ຕື້ກີບ ໃນນີ້ປະກອບມີ: ດ້ານການສຶກສາຫຼາຍກວ່າ 6.69 ຕື້ກີບ, ດ້ານອົງການຈັດຕັ້ງມະຫາຊົນ 46.03 ຕື້ກີບ ແລະ ງານບຸນປະເພນີຕ່າງໆ 25.64 ຕື້ກີບ, ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະ ສັງຄົມ ເພື່ອປ້ອງກັນຄວບຄຸມ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດໄວຣັດ COVID-19 ເປັນວັດຖຸ ແລະ ຄ່າບໍລິການດ້ານໂທລະຄົມ ຈຳນວນຫຼາຍກວ່າ 79.8 ຕື້ກີບ, ປະກອບສ່ວນກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ທີ່ ສສ ປ ລາວ ເປັນເຈົ້າພາບ (ASEAN SUMMIT)ໃນການສະໜອງຄ່າບໍການທາງດ້ານອິນເຕິເນັດ ແລະ ອຸປະກອນ 10 ຕື້ກວ່າກີບ. ໃນນີ້ ສະໜອງອຸປະກອນ ແລະ ສັນຍານອິນເຕີເນັດສຳລັບການຮຽນທາງໄກ, ກອງປະຊຸມທາງໄກຂອງອົງການຈັດຕັ້ງພັກ-ລັດຈຳນວນ 11.9 ຕື້ກີບ ຊ່ວຍເຫລືອລັດຖະບານໃນການຕ້ານໄພນໍ້າຖ້ວມ ສະໜອງຄ່າບໍການທາງດ້ານອິນເຕິເນັດ ແລະ ອຸປະກອນ 7.3 ຕື້ກວ່າກີບ. ສໍາລັບປີ 2026 ຄາດວ່າຈະຊ່ວຍເຫຼືອສັງຄົມຫຼາຍກວ່າ 6.54 ຕື້ກີບ.

ນອກຈາກນີ້ ໄປຄຽງຄູ່ກັບການດໍາເນີນທຸລະກິດ ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆໃຫ້ສູງຂື້ນເພື່ອຍົກສູງລະດັບຊີວິດການເປັນຢູ່ໃຫ້ພະນັກງານ, ກຳມະກອນໃຫ້ດີຂຶ້ນເລື້ອຍໆ.

ໃນພິທີດັ່ງກ່າວ ລັດຖະບານ ໄດ້ຕົກລົງ ປະດັບຫຼຽນໄຊມິດຕະພາບ (MEDAL OF FRIENDSHIP) ໃຫ້ບໍລິສັດ Shenington Investmen ແລະ ທ່ານ ດຣ. ປິຍະວັດ ຈະຣິຍະເສດຖະພົງ ປະທານກຳມະການ ຜູ້ຖືຮຸ້ນຕ່າງປະເທດ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຄື່ອນໄຫວວຽກງານ ທີ່ໄດ້ຮ່ວມທຶນກັບ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເຊິ່ງເປັນການປະກອບສ່ວນອັນສຳຄັນ ໃນການພັດທະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຕະຫຼອດໄລຍະເວລາ 30 ປີຜ່ານມາ ການດຳເນີນທຸລະກິດຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ສ້າງຄວາມເຊື່ອໝັ້ນໃຫ້ຜູ້ຊົມໃຊ້ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດຖະບານ ສະແດງອອກການໄດ້ຮັບການຍ້ອງຍໍ ແລະ ລາງວັນຕ່າງໆ ເຊັ່ນ: ຫຼຽນໄຊແຮງງານຊັ້ນ I, II, III, ລາງວັນນັກທຸລະກິດດີເດັ່ນ, ລາງວັນທຸລະກິດຊັ້ນນຳດີເດັ່ນໃນໄລຍະໂຄວິດ, ລາງວັນ International Finance Awards, ລາງວັນ ຜູ້ໃຫ້ບໍລິການ ອິນເຕີເນັດ FTTH ທີ່ເຕີບໃຫຍ່ໄວທີ່ສຸດໃນລາວ (Fastest Growing FTTH Internet Service Provider-Laos Award ), ລາງວັນ ເອັມມັນນີ ແອັບກະເປົາເງິນທີ່ເຕີບໃຫຍ່ໄວທີ່ສຸດໃນລາວ (Fastest Growing Mobile e-Wallet App-M Money-Laos Award), ລາງວັນ Mobile Operator ດີເດັ່ນ ຈາກ Asian Telecom Award, ລາງວັນ “ຜູ້ປະກອບການອາຊຽນດີເດັ່ນຄັ້ງທີ 9 (9th ASEAN Entrepreneur Award 2024)” ໃນເວທີ The 25th World Knowledge Forum 2024 ທີ່ ເມືອງອິນຊອນ ປະເທດ ເກົາຫຼີໃຕ້, ລາງວັນ The Stevie Awards for Technology Excellence ຢ່າງເປັນທາງການທີ່ເມືອງ ນີວຍອກ ສະຫະລັດ ອາເມລິກາ, ລາງວັນຜູ້ພັດທະນາການໃຫ້ບໍລິການໂຄງສ້າງພື້ນຖານໂທລະຄົມດີເດັ່ນໃນອາຊຽນ (ASEAN Business Awards 2024) ໃນໄລຍະຊ່ວງກອງປະຊຸມ ASEAN Summits and Related Summits ຄັ້ງທີ 44 ເເລະ 45 ທີ່ນະຄອນຫຼວງວຽງຈັນ ສປປ ລາວ. ອັນພົ້ນເດັ່ນປີ 2025 ໄດ້ຮັບລາງວັນດີເດັ່ນລະດັບອາຊຽນຈາກອົງການ ITU ຕໍ່ກັບຜົນງານ ແລະ ການຍ້ອງຍໍດັ່ງກ່າວ ລາວໂທລະຄົມ ກໍຄືຂະແໜງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະແດງຜົນງານທີ່ໂດດເດັ່ນຂອງຕົນໃນເວທີພາກພື້ນ ແລະ ສາກົນ.

ພ້ອມດຽວກັນນີ້ ກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນ ຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະພາບໍລິຫານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຜົນງານ ໃນໄລຍະຜ່ານມາທີ່ ລາວ ໂທລະຄົມ ຍາດມາໄດ້ ແລະ ສາມາດຕອບສະໜອງຄວາມຮຽກຕ້ອງການຂອງສັງຄົມ, ການພັດທະນາພື້ນຖານໂຄງລ່າງດ້ານໂທລະຄົມກໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໃນແຕ່ລະປີ ໃນຂອບເຂດທົ່ວປະເທດ. ສິ່ງທີ່ຄວນເອົາໃຈໃສ່ ໃນຊຸມປີຕໍ່ໜ້າ ພວກເຮົາຕ້ອງໄດ້ກຽມພ້ອມຮອບດ້ານຈຳເປັນຕ້ອງໄດ້ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ກາຍເປັນເບີໜຶ່ງໃນຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ສື່ສານ ຄົບວົງຈອນໃນ ສປປ ລາວ.

ຕໍ່ກັບຜົນງານດັ່ງກ່າວນັ້ນ, ທ່ານລັດຖະມົນຕີ ໄດ້ເນັ້ນໜັກໃນການຈັດຕັ້ງປະຕິບັດແນວທາງແຜນພັດທະນາ ຕາມນະໂຍບາຍຫັນເປັນ ທັນສະໄໝ ໃນຍຸກດິຈິຕອນ. ສະນັ້ນ ລາວ ໂທລະຄົມ ຕ້ອງໄດ້ສຸມໃສ່ ການພັດທະນາຄຸນນະພາບການບໍລິການ ແລະ ການພັດທະນາບຸກຄະລາກອນ ເວົ້າລວມ, ເວົ້າສະເພາະແມ່ນວິຊາການຕ້ອງມີຄວາມຮູ້, ຄວາມສາມາດ, ສ້າງໃຫ້ໄດ້ຖັນແຖວພະນັກງານທີ່ເປັນຊ່ຽວຊານ ແລະ ມືອາຊີບ ທີ່ແທ້ຈິງ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງເຕັກໂນໂລຊີ ທີ່ມີການພັດທະນາ ແລະ ຂະຫຍາຍຕົວໄວ ໃນແຕ່ລະໄລຍະ. ສະນັ້ນ, ມັນຮຽກຮ້ອງໃຫ້ຄະນະພັກ, ຄະນະອໍານວຍການ, ຜູ້ບໍລິຫານ ແລະ ພະນັກງານ ລາວ ໂທລະຄົມ ທຸກທົ່ວໜ້າຈົ່ງເຊີດຊູສະຕິ ແລະ ເພີ່ມທະວີບົດບາດ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງກ່ວາເກົ່າ ເພື່ອເຮັດໃຫ້ ລາວໂທລະຄົມກ້າວໄປຂ້າງໜ້າ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນຍຸກເສດຖະກິດ 4.0 ແລະ ເພື່ອການພັດທະນາປະເທດຊາດ ໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້.

#LaoTelecom #LaoTelecom30thAnniversary #ລາວໂທລະຄົມກ້າວເຂົ້າສູ່ປີທີ30 #ລາວໂທລະຄົມເຄືອຂ່າຍອັນດັບ1ຂອງຄົນລາວ #ລາວໂທລະຄົມໂທລະຄົມຂອງຄົນລາວເພື່ອສັງຄົມລາວໃນສປປລາວ #LeadingDigitalServicesProviderInLaos #ລາວໂທລະຄົມຜູ້ນຳໃນການໃຫ້ບໍລິການດ້ານດິຈີຕອນໃນສປປລາວ