
ໃນວັນທີ 11 ພະຈິກ 2026 ຜ່ານມາ, ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ຈັດພິທີເຊັນສັນຍາ ການບໍລິການ ແລະ ບໍລິຫານຄຸ້ມຄອງ ໂຄງລ່າງພື້ນຖານສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ ຢູ່ແຫຼ່ງທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ ຢ່າງເປັນທາງການ ລະຫວ່າງ ພາກລັດ ແລະ ພາກເອກະຊົນ.
ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມໂດຍ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ນາງ ຈິງມິນ ຮວງ (Jingmin Huang) ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳ ສປປ ລາວ ແລະ ທ່ານ ສຸວຽງທອງ ວົງຈຳປາ ປະທານຄະນະກຳມະການປົກຄອງເມືອງວັງວຽງ. ໂດຍມີການລົງນາມຮ່ວມກັນ ລະຫວ່າງ ທ່ານ ອັດສະຍາໃສ ມະນີວັນ ຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງວັງວຽງ ແລະ ທ່ານ ບຸນພັນ ວົງສຳພັນ ຜູ້ອຳນວຍການບໍລິສັດ ທ່ອງທ່ຽວວັນເດີຟູນລາວ ຈຳກັດ.
ສຳລັບໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ ທີ່ໄດ້ຮັບການປັບປຸງສຳເລັດ ແລະ ມອບໃຫ້ບໍລິສັດເຂົ້າມາບໍລິການ-ບໍລິຫານຄຸ້ມຄອງຮ່ວມ ປະກອບມີ 3 ໜ້າວຽກຫຼັກ ຄື:
1. ດ້ານຄົມມະນາຄົມ: ເສັ້ນທາງຄອນກຣີດຍາວ 6 ກິໂລແມັດ ແຕ່ເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ ຫາ ນໍ້າຕົກຕາດແກ້ງຍຸຍ, ພ້ອມຂົວເຫຼັກ 2 ແຫ່ງ, ລະບົບລະບາຍນໍ້າ ແລະ ປ້າຍຊີ້ບອກຕາມເສັ້ນທາງ.
2. ດ້ານສິ່ງອຳນວຍຄວາມສະດວກ: ບ່ອນຈອດລົດ 2 ແຫ່ງ, ຫ້ອງນໍ້າສາທາລະນະ ແລະ ຫ້ອງປ່ຽນເຄື່ອງ 2 ຫຼັງ, ຂົວອູ່, ຂົວຊີມັງ, ທາງຍ່າງພາຍໃນ, ຕັ່ງນັ່ງພັກຜ່ອນ, ເສົາໄຟເຍືອງທາງ, ການປູກຕົ້ນໄມ້ໃຫ້ຮົ່ມ, ເດີ່ນຫຍ້າ, ຈຸດຊົມວິວນໍ້າຕົກ ລວມທັງຍານພາຫະນະ ແລະ ອຸປະກອນເກັບມ້ຽນຂີ້ເຫຍື້ອ.
3. ດ້ານລະບົບບໍລິຫານຈັດການ: ລະບົບຂາຍ ແລະ ກວດປີ້ດິຈິຕອນແບບທັນສະໄໝ ເຊິ່ງພາກສ່ວນກ່ຽວຂ້ອງສາມາດຕິດຕາມສະຖິຕິນັກທ່ອງທ່ຽວ ແລະ ລາຍຮັບໄດ້ຜ່ານລະບົບອອນລາຍ.
ໃນໄລຍະປີ 2021-2026 ທີ່ຜ່ານມາ, ທະນາຄານພັດທະນາອາຊີ (ADB) ໄດ້ໃຫ້ການສະໜັບສະໜູນທຶນໃນການປັບປຸງໂຄງລ່າງພື້ນຖານສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ຢູ່ເມືອງວັງວຽງ ລວມມູນຄ່າທັງໝົດ 14,5 ລ້ານໂດລາສະຫະລັດ ໂດຍແບ່ງອອກເປັນ 3 ໂຄງການຍ່ອຍ ຄື: ໂຄງການປັບປຸງສະໜາມຂີ້ເຫຍື້ອເມືອງວັງວຽງ ມູນຄ່າ 3,2 ລ້ານໂດລາສະຫະລັດ; ໂຄງການປັບປຸງເສັ້ນທາງພາຍໃນເທດສະບານເມືອງວັງວຽງ ມູນຄ່າ 2,7 ລ້ານໂດລາສະຫະລັດ; ໂຄງການປັບປຸງເສັ້ນທາງວົງແຫວນເບື້ອງຕາເວັນຕົກຂອງສາຍນໍ້າຊອງ, ສ້າງຂົວຂ້າມນໍ້າຊອງ ແລະ ປັບປຸງເສັ້ນທາງເຂົ້າຕາດແກ້ງຍຸຍ ລວມມູນຄ່າ 8,6 ລ້ານໂດລາສະຫະລັດ.
ການສະໜັບສະໜູນດັ່ງກ່າວ ແມ່ນແນໃສ່ຍົກລະດັບຄຸນນະພາບການທ່ອງທ່ຽວຂອງເມືອງວັງວຽງ ໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ໄດ້ມາດຕະຖານ ແລະ ສາມາດເຊື່ອມໂຍງກັບບັນດາປະເທດໃກ້ຄຽງໄດ້ຢ່າງມີປະສິດທິພາບ.
ຂ່າວ: ກົມພັດທະນາການທ່ອງທ່ຽວ