ໂຄງການເຊື່ອຕໍ່ສາຍສົ່ງໄຟຟ້າ500KV ລາວ-ຈີນ ຍົກລະດັບຄວາມໝັ້ນຄົງດ້ານພະລັງງານ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 kV ລາວ-ຈີນ ໄດ້ສ້າງຂຶ້ນ ໃນດ້ານການຍົກລະດັບຂະແໜງພະລັງງານໄຟຟ້າແຫ່ງຊາດ ແລະ ການຍົກສູງຄຸນນະພາບຊີວິດຂອງປະຊາຊົນລາວ ຢ່າງເປັນຮູບປະທຳ ນັບຕັ້ງແຕ່ໂຄງການໄດ້ເປີດນຳໃຊ້ເປັນຕົ້ນມາ

ທ່ານ ສຸລິວັນ ທໍາມະວົງ ຮອງຜູ້ອໍານວຍການ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈໍາກັດ (EDL-T) ໄດ້ຮັບການມອບໝາຍຈາກ ລັດວິສາຫະກິດໄຟຟ້າລາວ (EDL) ເຊິ່ງເປັນ ບໍລິສັດຮ່ວມທຶນ ລາວ-ຈີນ ໄດ້ໃຫ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ໂຄງການເຊື່ອມຈອດຕາໜ່າງໄຟຟ້າ 500 kV ລາວ-ຈີນ ໄດ້ສ້າງຂຶ້ນ ໃນດ້ານການຍົກລະດັບຂະແໜງພະລັງງານໄຟຟ້າແຫ່ງຊາດ ແລະ ການຍົກສູງຄຸນນະພາບຊີວິດຂອງປະຊາຊົນລາວ ຢ່າງເປັນຮູບປະທຳ ນັບຕັ້ງແຕ່ໂຄງການໄດ້ເປີດນຳໃຊ້ເປັນຕົ້ນມາ.

ໃນມຸມມອງຍຸດທະສາດ, ໂຄງການນີ້ຄື 'ຂໍ້ຕໍ່ກະດູກສັນຫຼັງທຳອິດ' ທີ່ປູພື້ນຖານໃຫ້ ສປປ ລາວ ກ້າວສູ່ການເປັນ ສູນກາງພະລັງງານສະອາດຂອງພາກພື້ນ ແລະ ເປັນການຫັນປ່ຽນ ແຫຼ່ງພະລັງງານສະອາດສີຂຽວ ທີ່ຖືກກັກຂັງໄວ້ພາຍໃນ ຂອງຊາດ ໃຫ້ກາຍເປັນ 'ທຶນຮອນ' ເພື່ອສ້າງພະລັງຂັບເຄື່ອນໃໝ່ ໃຫ້ແກ່ເສດຖະກິດແຫ່ງຊາດ ໄປພ້ອມກັບການເຕີບໂຕແບບຍືນຍົງຂອງພາກພື້ນ.

ນັບຕັ້ງແຕ່ວັນທີ 20 ເມສາ 2026 ເປັນຕົ້ນມາ, ໂຄງການສາຍສົ່ງ 500 kV ລາວ-ຈີນ ໄດ້ສ້າງ ບາດກ້າວກະໂດດຂັ້ນທາງຍຸດທະສາດຄື:
* ຍົກລະດັບຂີດຄວາມສາມາດຂຶ້ນເຖິງ 30 ເທົ່າ (ຈາກ 50 MW ກ້າວກະໂດດຂຶ້ນສູ່ 1500 MW).
* ເປີດປະຕູສົ່ງອອກພະລັງງານສະອາດ ໄດ້ສູງສຸດເຖິງ 3 ພັນລ້ານກິໂລວັດໂມງຕໍ່ປີ.
* ສ້າງດຸນຍະພາບສອງທິດທາງຢ່າງມີປະສິດທິຜົນ: ລະດູຝົນສາມາດສົ່ງໄຟຟ້າສ່ວນເກີນ ອອກຂາຍເພື່ອສ້າງລາຍຮັບເງິນຕາ, ສ່ວນລະດູແລ້ງ ກໍດຶງກະແສໄຟຟ້າຈາກຈີນກັບມາຄ້ຳປະກັນໃຫ້ປະຊາຊົນ ແລະ ໂຮງງານ ໃຫ້ພຽງພໍກັບຄວາມຕ້ອງການ.

ຕົວເລກຕົວຈິງ ຄືບົດພິສູດທີ່ຊັດເຈນທີ່ສຸດ ສະຫຼຸບຜ່ານ 3 ຕົວເລກຍຸດທະສາດ ທີ່ສ້າງລາຍຮັບຕົວຈິງໃຫ້ແກ່ປະເທດ:

ໂຕເລກ ຊີ້ວັດ ທີ 1: 600 ລ້ານ kWh ສູ່ມະຫາຕະຫຼາດ: ໄຟຟ້ານ້ຳຕົກຈາກເຂື່ອນນ້ຳອູ 5, 6, 7 ຖືກສົ່ງກົງສູ່ເຂດອ່າວໃຫຍ່ (ກວາງຕຸ້ງ-ຮ່ອງກົງ-ມາເກົ້າ) ເຊິ່ງແກ້ໄຂບັນຫາການປ່ອຍນ້ຳຖິ້ມໄດ້ຢ່າງພື້ນຖານ ແລະ ເປັນຄັ້ງທຳອິດທີ່ໄຟຟ້າລາວກ້າວສູ່ຕະຫຼາດເສດຖະກິດຊັ້ນນຳຂອງຈີນ.

ໂຕເລກ ຊີ້ວັດ ທີ 2: 1,1 ຕື້ kWh ຈາກແສງຕາເວັນສູ່ຢູນນານ: ໂຊລາຟາມເທິງພູເຂົາແຫ່ງທຳອິດ ຂອງ ສປປ ລາວ ສົ່ງໄຟຟ້າສະໝໍ່າສະເໝີ 120 GWh ຕໍ່ເດືອນ, ແລະ ປີນີ້ຄາດວ່າຈະສົ່ງອອກຂ້າມແດນໄດ້ສູງເຖິງ 1,1 ຕື້ kWh, ບຸກເບີກການຄ້າຂາຍພະລັງງານໃໝ່ຂອງລາວຢ່າງແທ້ຈິງ.

ໂຕເລກຊີ້ວັດ ທີ 3: 1,000 MW ແຫ່ງອະນາຄົດອັນໃກ້ ບໍ່ພຽງແຕ່ໂຄງການທີ່ຈ່າຍໄຟແລ້ວ, ແຕ່ພວກເຮົາມີໂຄງການໂຊລາຟາມເທິງພູເຂົາອີກ 1,000 MW ທີ່ກຳລັງກະກຽມສັນຍາ ແລະ ພັດທະນາ ເຊິ່ງພ້ອມຈະສົ່ງໄຟຟ້າຂ້າມແດນໄດ້ພາຍໃນ 12 ເດືອນຂ້າງໜ້າ.

ຄວາມໝັ້ນຄົງໃນການສະໜອງໄຟຟ້າລະດູແລ້ງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ,ໃນອະດີດ ຕາໜ່າງພາກເໜືອຕິດຢູ່ໃນຫຼຸບວົງຈອນ 'ລະດູຝົນໄຟເຫຼືອຖິ້ມ, ລະດູແລ້ງໄຟຂາດແຄນ'. ແຕ່ມື້ນີ້ ໂຄງການ 500 kV ໄດ້ແກ້ໄຂ ປ່ຽນແປງສະຖານະການດັ່ງກ່າວໄດ້ໂດຍພື້ນຖານ ຜ່ານ 3 ກົນໄກ ຍຸດທະສາດ

- ສ້າງ 'ຊ່ອງທາງຄູ່ ແຮງສູງ-ແຮງຕໍ່າ': ເຊື່ອມໂຍງສາຍສົ່ງ 500 kV ໃໝ່ ເຂົ້າກັບສາຍ 115 kV ທີ່ມີຢູ່ແລ້ວ ເພື່ອເພີ່ມຄວາມຍືດຫຍຸ່ນ ແລະ ຄວາມໝັ້ນຄົງສູງສຸດໃນການສົ່ງຈ່າຍໄຟຟ້າ.
- ການປະສານພະລັງງານ Hybird 'ນ້ຳຕົກ+ແສງອາທິດ': ພັດທະນາພະລັງງານແສງອາທິດທີ່ມີຫຼາຍໃນລະດູແລ້ງ ມາຊົດເຊີຍກຳລັງຜະລິດຂອງເຂື່ອນໄຟຟ້ານ້ຳຕົກທີ່ຫຼຸດລົງ ເພື່ອໃຫ້ລະບົບມີຄວາມສົມດຸນ.
- ລະບົບເກື້ອກູນສອງທາງຕາມລະດູການ: ລະດູຝົນພວກເຮົາສົ່ງໄຟຟ້າສ່ວນເກີນອອກຂາຍ, ສ່ວນລະດູແລ້ງ ຝ່າຍຈີນສາມາດສົ່ງກະແສໄຟຟ້າຍ້ອນກັບມາເຕີມເຕັມສ່ວນທີ່ຂາດແຄນໄດ້ທັນທີ.

ການປົກປັກຮັກສາສິ່ງແວດລ້ອມ ແລະ ຊຸມຊົນ ການພັດທະນາພະລັງງານ ຕ້ອງໄປຄຽງຄູ່ກັບຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ສະເໝີ. ພວກເຮົາ ໄດ້ຝັງແນວຄວາມຄິດ 'ວິສະວະກຳສີຂຽວ' (Green Engineering) ເຂົ້າໃນທຸກຂັ້ນຕອນຕັ້ງແຕ່ການອອກແບບ ຜ່ານ 3 ມາດຕະການຫຼັກທີ່ຈັບຕ້ອງໄດ້ຄື:

- ນະວັດຕະກຳຫຼຸດການຕັດໄມ້: ພວກເຮົາໄດ້ເປັນເຈົ້າການປັບແລວສາຍສົ່ງ ເພື່ອຫຼີກລ່ຽງເຂດປ່າສະຫງວນ ແລະ ຊຸມຊົນທີ່ອ່ອນໄຫວ. ໄດ້ນຳໃຊ້ເຕັກນິກ 'ຍົກເສົາໄຟຟ້າໃຫ້ສູງຂຶ້ນເພື່ອໃຫ້ສາຍຂ້າມຜ່ານເທິງຍອດໄມ້ 'ສາມາດຮັກສາເນື້ອທີ່ປ່າໄມ້ໄດ້ເຖິງ 170,4 ເຮັກຕາ. ພ້ອມກັນນັ້ນ, ເຮັດໃຫ້ແລວຕັດໄມ້ແຄບລົງຈາກມາດຕະຖານເດີມ 70 ແມັດ ເຫຼືອພຽງປະມານ 22 ແມັດ, ຫຼຸດປະລິມານການຕັດໄມ້ລວມໄດ້ເຖິງ 83,4% ເຊິ່ງໄດ້ຮັບການຕີລາຄາສູງຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ.

- ລຶບລ້າງໄພອັນຕະລາຍ UXO ຄືນຄວາມປອດໄພໃຫ້ແຜ່ນດິນ: ດັ່ງທີ່ຮູ້ ປະເທດລາວ ມີລູກລະເບີດບໍ່ທັນແຕກຕົກຄ້າງແຕ່ປາງສົງຄາມ, ພວກເຮົາໄດ້ຂະຫຍາຍຂອບເຂດການກວດກູ້ລະເບີດກວ້າງເຖິງ 70 ແມັດ ຕະຫຼອດແນວສາຍສົ່ງ. ສິ່ງນີ້ບໍ່ພຽງແຕ່ຮັບປະກັນຄວາມປອດໄພໃນການກໍ່ສ້າງ, ແຕ່ແມ່ນການຊ່ວຍປົດປ່ອຍພື້ນທີ່ອັນຕະລາຍ ແລະ ສ້າງຄວາມປອດໄພຖາວອນໃຫ້ແກ່ປະຊາຊົນທ້ອງຖິ່ນ.

- ພັດທະນາຊຸມຊົນໃຫ້ເຕີບໂຕໄປພ້ອມກັນ: ໂຄງການໄດ້ສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນຫຼາຍຮ້ອຍຕຳແໜ່ງ, ພ້ອມທັງມີການກໍ່ສ້າງ ແລະ ປັບປຸງໂຮງຮຽນ, ສ້າງ 'ຫ້ອງອ່ານ ຫໍສະໝຸດ' ແລະ ມອບທຶນການສຶກສາໃຫ້ນັກຮຽນນັກສຶກສາລາວ.

ວິໄສທັດໃນອະນາຄົດ ສິ່ງທີ່ພວກເຮົາເຮັດສຳເລັດໃນມື້ນີ້ ເປັນພຽງ 'ຈຸດເລີ່ມຕົ້ນຂອງບົດໃໝ່' ເທົ່ານັ້ນ. ທ່າແຮງຊັບພະຍາກອນພະລັງງານສະອາດຂອງ ສປປ ລາວ ເຮົາຍັງມີມະຫາສານທີ່ລໍຖ້າການປົດລັອກ: ໄຟຟ້ານ້ຳຕົກມີທ່າແຮງທາງເຕັກນິກເຖິງ 26,000 MW ແຕ່ປັດຈຸບັນເຮົາຫາກໍ່ພັດທະນາໄປໄດ້ປະມານ 43% ເທົ່ານັ້ນ; ຂະນະທີ່ພະລັງງານແສງຕາເວັນມີທ່າແຮງສູງເຖິງ 400,000 MW ແລະ ພະລັງງານລົມອີກ 30,000 MW. ນີ້ຄືມູນຄ່າເສດຖະກິດມະຫາສານທີ່ລໍຖ້າການປ່ຽນໃຫ້ເປັນລາຍຮັບຕົວຈິງຂອງຊາດ. ເກືອບ 10 ປີ ຄືຄວາມຮ່ວມມືຍຸດທະສາດທີ່ແທ້ຈິງ ບໍ່ແມ່ນການທີ່ຝ່າຍໜຶ່ງສ້າງແລ້ວ ອີກຝ່າຍໜຶ່ງເປັນພຽງຜູ້ໃຊ້, ແຕ່ແມ່ນການທີ່ ພວກເຮົາຮ່ວມກັນອອກແບບ, ສ້າງຕາໜ່າງໄຟຟ້າ, ກຳນົດມາດຕະຖານເຕັກນິກ, ສ້າງຊັບພະຍາກອນມະນຸດ ແລະ ຮ່ວມກັນແບ່ງປັນໝາກຜົນແຫ່ງການພັດທະນາຢ່າງສະເໝີພາບ ແລະ ຍືນຍົງ.