ການ​ຈຳ​ໜ່າຍ​ລົດ​​ຍົນພະ​ລັງ​ງ​ານ​ໃໝ່​ຢູ່​ຈີນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 12 ພະຈິກ ຜ່ານມາວ່າ: ​ອີງ​ຕາມ​ຂໍ້​ມູນ​ຫຼ້າ​ສຸດທີ່​ສະ​ມາ​ຄົມອຸດ​ສາ​ຫະ​ກຳ​ລົດ​ຍົນ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 11 ພະ​ຈິກ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ, ເດືອນ​ຕຸ​ລາ​ຜ່ານມາ ຈຳ​ນວນ​ການ​​ຜະ​ລິດ ແລະຈຳ​ໜ່າຍ​ລົດ​​ຍົນພະ​ລັງ​ງານ​ໃໝ່​ຂອງ​ຈີນແມ່ນ 2,017,000 ຄັນ ແລະ 1,940,000 ຄັນຕາມ​ລຳ​ດັບ, ເພີ່ມ​ຂຶ້ນ 13.8% ແລະ 13.1% ຕາມລໍາດັບ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ຍອດຈຳ​ໜ່າຍ​ລົດ​ຍົນ​ພະ​ລັງ​ງານ​ໃໝ່​ກວມ​ເອົາ 64.3% ຂອງຍອດ​ຈຳ​ໜ່າຍ​ລົດ​ຍົນ​ທັງ​ໝົດ ແລະ ອັດ​ຕາການ​ຈຳ​ໜ່າຍ​ລົດ​​ຍົນພະ​ລັງ​ງານ​ໃໝ່​ຍັງ​ສືບ​ຕໍ່ເພີ່ມ​ຂຶ້​ນ​ຢ່າງ​ຕໍ່​ເນື່ອງ.
 
​ຂໍ້​ມູນດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ຍອດການ​ສົ່ງ​ອອກ​ລົດ​ຍົນ​ຂອງ​ຈີນ​ເກີນ 1,000,000 ຄັນ​ເປັນ​ເວ​ລາ 5 ເດືອນ​ລຽນ​ຕິດ ແລະ ອັດ​ຕາ​ສົ່ງ​ອອກ​ລົດ​​ຍົນພະ​ລັງ​ງານ​ໃໝ່​ເກີນ 50% ​ເປັນ​ເວ​ລາ 5 ເດືອນ​ລຽນ​ຕິດ. ໃນ​ເດືອນ​ຕຸ​ລາ ຜ່ານມາ, ຍອດການ​ສົ່ງ​ອອກ​ລົດ​ຍົນ​ພະ​ລັງ​ງານໃໝ່​ມີ​ເຖິງ 606,000 ຄັນ, ເພີ່ມ​ຂຶ້ນ 1.4 ເທົ່າ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​.