ປະທານປະເທດ ພົບປະກັບ ປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງ ແຫ່ງ ລາຊະອານາຈັກກໍາປູເຈຍ

     ໃນວັນທີ 14 ພະຈິກ 2026 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ  ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງ ແຫ່ງ ລາຊະອານາຈັກກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ຝຣັ່ງໂກໂຟນີ ຄັ້ງທີ XX.

      ໃນໂອກາດນີ້, ສົມເດັດ ເຕໂຈ ຮຸນແຊນ ໄດ້ສະແດງຄວາມຍິນດີ ແລະ ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຕີລາ ຄາສູງຕໍ່ການພົບປະກັບ ທ່ານ ທອງລຸນ ສີສຸລິດ ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຝຣັ່ງໂກໂຟນີ ຄັ້ງທີ XX ທີ່ນະຄອນຫຼວງ ພະນົມເປັນ ລາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້, ຊຶ່ງ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ສະແດງຄວາມປິຕິຍິນດີ ທີ່ໄດ້ພົບປະກັບ ສົມເດັດ ເຕໂຈ ຮຸນເຊນ ອີກຄັ້ງ,ພ້ອມທັງສະແດງຄວາມ ຊົມເຊີຍ ລາຊະອານາຈັກກໍາປູເຈຍ ທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມ ຝຣັ່ງໂກໂຟນີ ຄັ້ງທີ XX ແລະ ອວຍ ພອນໃຫ້ກອງປະຊຸມດັ່ງກ່າວ ປະສົບຜົນສຳເລັດຕາມລະ ດັບຄາດໝາຍ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະ ແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງ ແລະ ຮອບດ້ານ ທີ່ປະຊາຊົນກໍາປູເຈຍ ຍາດມາໄດ້ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະ ຫຼອດໄລຍະຜ່ານມາ ພາຍໃຕ້ການຊີ້ນໍາ-ນໍາພາອັນຖືກຕ້ອງ ແລະ ສະ ຫລາດສ່ອງໃສຂອງພັກປະຊາຊົນກໍາປູເຈຍ ອັນມີ ສົມເດັດ ເຕໂຈ ຮຸນເຊນ ເປັນປະທານ.

      ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມື ໃນຖານະຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ທີ່ສະແດງອອກຜ່ານການແລກ ປ່ຽນການຢ້ຽມຢາມ, ໄປມາຫາສູ່ເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ ຂອງຄະນະຜູ້ແທນຂັ້ນຕ່າງໆ, ທັງຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ ທີ່ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາ ຊົນທັງສອງຊາດ.  ພິເສດ, ປີ 2026  ແມ່ນປີຄົບຮອບ 70 ປີ (15/6/ 1956- 15/6/2026) ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະ ຫວ່າງ ສປປ ລາວ ແລະ ລາຊະອານາຈັກກໍາປູເຈຍ ຊຶ່ງສອງຝ່າຍໄດ້ຮ່ວມກັນຈັດບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ.

       ສອງຝ່າຍ ໄດ້ຊົມເຊີຍຄວາມຄືບໜ້າຂອງລັດຖະບານສອງປະເທດ ທີ່ໄດ້ມີການຈັດຕັ້ງຜັນຂະຫຍາຍບັນດາການຕົກລົງ ແລະ ຜົນຂອງການພົບປະຂອງການນໍາຂັ້ນສູງຂອງສອງປະເທດ ໂດຍສະເພາະແມ່ນ ຜົນການພົບປະສຸດຍອດ ຄັ້ງທີ 16 ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນກຳປູເຈຍ. ສອງຝ່າຍ ຍັງໄດ້ເຫັນດີ ເປັນເອກະ ພາບ ໃນການສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີຄວາມສາມັກຄີ, ຊຸກ ຍູ້ການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ຮັດແໜ້ນການການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນ ສອງຊາດ ລາວ-ກໍາປູເຈຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ນັບມື້ນັບຫຼາຍຂຶ້ນ

ທີ່ມາ: ກົມສື່ມວນຊົນ ປກສ