ລາວ-ໄທ ຮັດແໜ້ນຄວາມຮ່ວມມືຮອບດ້ານ! ຕັ້ງເປົ້າດັນຍອດການຄ້າສູ່ 12,000 ລ້ານໂດລາ ພາຍໃນປີ 2027 ພ້ອມຕັດວົງຈອນຢາເສບຕິດ ແລະ ⁠ອາຊະຍາກຳອອນລາຍ

ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີໄທ ໄດ້ຫາລືສອງຝ່າຍກັບທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ສປປ ລາວ ໃນລະຫວ່າງການປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມທີ່ກ່ຽວຂ້ອງ ທີ່ນະຄອນຫຼວງມະນິລາ ປະເທດຟີລິບປິນ ໃນວັນທີ 15 ພະຈິກ 2026 ເພື່ອຮັດແໜ້ນສາຍສຳພັນ ແລະ ຂັບເຄື່ອນຄວາມຮ່ວມມືໃຫ້ເກີດຜົນເປັນຮູບປະທຳ.

ຝ່າຍປະເທດໄທ ໄດ້ສະເໜີໃຫ້ທັງສອງປະເທດເພີ່ມຄວາມຮ່ວມມືດ້ານຄວາມໝັ້ນຄົງຊາຍແດນ ໂດຍເນັ້ນການເພີ່ມຄວາມເຂັ້ມງວດໃນການສະກັດກັ້ນຢາເສບຕິດ ແລະ ສານເຄມີທີ່ອາດຖືກນຳໄປໃຊ້ເປັນວັດຖຸດິບໃນການຜະລິດຢາເສບຕິດ, ເພີ່ມການລາດຕະເວນຕາມແລວຊາຍແດນ, ແລກປ່ຽນຂໍ້ມູນຂ່າວສານ ພ້ອມທັງຮ່ວມມືປາບປາມເຄືອຂ່າຍຫຼອກລວງອອນລາຍ ແລະ ອາຊະຍາກຳຂ້າມຊາດ. ນອກນີ້ ຍັງພ້ອມສະໜັບສະໜູນລາວໃນການແກ້ໄຂບັນຫາໝອກຄວັນຂ້າມແດນ ແລະ ການຄຸ້ມຄອງຊັບພະຍາກອນນ້ຳຢ່າງຍືນຍົງ.

ດ້ານເສດຖະກິດ ທັງສອງຝ່າຍມີເປົ້າໝາຍຊຸກຍູ້ມູນຄ່າການຄ້າສອງຝ່າຍຈາກປະມານ 9,800 ລ້ານໂດລາສະຫະລັດ ໃຫ້ບັນລຸ 12,000 ລ້ານໂດລາ ພາຍໃນປີ 2027 ໂດຍໄທຂໍໃຫ້ລາວອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງສິນຄ້າຜ່ານແດນ ພ້ອມສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ນັກລົງທຶນໄທ.

ສຳລັບດ້ານຄົມມະນາຄົມ ແລະ ໂລຈິສຕິກ ໄທສະເໜີໃຫ້ເລັ່ງຊຸກດັນ 3 ໂຄງການສຳຄັນ ປະກອບມີ: ການພິຈາລະນາເສັ້ນທາງເຊື່ອມຕໍ່ທາງຝັ່ງລາວຂອງໂຄງການຂົວລົດໄຟຂ້າມແມ່ນ້ຳຂອງແຫ່ງໃໝ່ ເສັ້ນທາງໜອງຄາຍ-ວຽງຈັນ, ການສະຫຼຸບການແບ່ງຄ່າໃຊ້ຈ່າຍກໍ່ສ້າງຂົວມິດຕະພາບໄທ-ລາວ ແຫ່ງທີ 6 ເສັ້ນທາງອຸບົນຣາຊະທານີ-ສາລະວັນ ແລະ ການຊຸກດັນພື້ນທີ່ຄວບຄຸມຮ່ວມ (Common Control Area: CCA) ໂດຍອາດເລີ່ມຈາກຂົວມິດຕະພາບແຫ່ງທີ 3 ຫຼື ແຫ່ງທີ 4.

ດ້ານພະລັງງານ ທັງສອງຝ່າຍຈະເພີ່ມການປະສານງານ ແລະ ພິຈາລະນາຈັດຕັ້ງຄະນະເຮັດວຽກດ້ານພະລັງງານ ໄທ – ລາວ ເພື່ອສະໜັບສະໜູນຄວາມໝັ້ນຄົງດ້ານພະລັງງານ ພ້ອມຊື່ນຊົມຄວາມຄືບໜ້າຂອງໂຄງການຊື້ຂາຍໄຟຟ້າ ລາວ – ໄທ – ມາເລເຊຍ – ສິງກະໂປ (LTMS-PIP) ທີ່ມີສ່ວນຊ່ວຍພັດທະນາເຄືອຂ່າຍໄຟຟ້າອາຊຽນ.

ທັງນີ້ ນາຍົກລັດຖະມົນຕີໄທຍັງໄດ້ກ່າວເຊີນທ່ານ ສະເຫຼີມໄຊ ພ້ອມຄູ່ສົມລົດ ເດີນທາງໄປຢ້ຽມຢາມໄທຢ່າງເປັນທາງການໃນຕົ້ນປີ 2027 ແລະ ກ່າວວ່າ ໄທພ້ອມຕ້ອນຮັບທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ໃນໂອກາດຢ້ຽມຢາມໄທໃນປີ 2027 ເຊັ່ນກັນ.

ແຫຼ່ງຂ່າວ: Thairath ທີ່ມາ: ຂ່າວເສດຖະກິດ-ການຄ້າ