ຜູ້ນຳສູງ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ ຮ່ວມປຶກສາຫາລື ເພີ່ມທະວີການພົວພັນຮ່ວມມືຮອບດ້ານ

ໃນຕອນເຊົ້າວັນທີ 16 ພະຈິກ ນີ້, ສະຫາຍ ທອງລຸນສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ປະທານພັກປະຊາຊົນກໍາປູເຈຍ, ປະທານສະພາສູງແຫ່ງລາຊະອານາຈັກກໍາປູເຈຍ ໄດ້ຮັບປະທານອາຫານເຊົ້າ ແລະ ພົບປະສາມຝ່າຍ ລາວ-ຫວຽດນາມ-ກຳປູເຈຍ ໂດຍການເປັນເຈົ້າພາບຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ປະທານພັກປະຊາຊົນກໍາປູເຈຍ, ປະທານສະພາສູງແຫ່ງລາຊະອານາຈັກກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກ ກໍາປູເຈຍ.

ໃນການພົບປະດັ່ງກ່າວ, ຜູ້ນໍາສາມພັກຕ່າງກໍໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນອີກຄັ້ງ, ພ້ອມທັງໄດ້ປຶກສາຫາລື ແລະ ຕີລາຄາໝາກຜົນຂອງການພົວພັນຮ່ວມມືລະຫວ່າງສາມພັກ, ສາມປະເທດໃນໄລຍະຜ່ານມາ ຊຶ່ງສາມຝ່າຍ ໄດ້ມີການປະສານສົມທົບ ແລະ ຮ່ວມມືຢ່າງແໜ້ນແຟ້ນ ແລະ ຮັກສາໄດ້ການໄປມາຫາສູ່ກັນ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການພົບປະກັນຂອງສາມປະເທດຢ່າງປົກກະຕິ. ພ້ອມກັນນີ້, ຜູ້ນໍາຂອງສາມພັກ ໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ ລວມທັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສາມຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດດຽວກັນນີ້, ຜູ້ນໍາຂອງສາມພັກ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນສໍາຄັນ, ຮອບດ້ານທີ່ສາມພັກ, ສາມປະເທດສາມາດຍາດມາໄດ້, ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ທີ່ສາມຝ່າຍໄດ້ມີໃຫ້ແກ່ກັນໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ຜູ້ນໍາຂອງສາມພັກຍັງໄດ້ຕີລາຄາສູງ ທີ່ສາມຝ່າຍສືບຕໍ່ຮັກສາໄດ້ກົນໄກການພົບປະ ລະຫວ່າງ ກົມການເມືອງ, ລັດຖະບານ, ກະຊວງ-ອົງການ ແລະ ທ້ອງຖິ່ນຂອງສາມປະເທດ ຊຶ່ງໄດ້ກາຍເປັນປະເພນີ ແລະ ສ້າງໂອກາດອັນດີແກ່ການປຶກສາຫາລື ກ່ຽວກັບການຮ່ວມມືຂອງສາມປະເທດ. ພ້ອມກັນນີ້, ຜູ້ ນໍາຂອງສາມພັກ ໄດ້ຢືນຢັນຄືນຢ່າງໜັກແໜ້ນວ່າ ທັງສາມພັກ ແລະ ສາມປະເທດຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມໍລະດົກອັນລໍ້າຄ່າ ແຫ່ງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານ ລະຫ່ວາງສາມພັກ, ສາມລັດ ແລະ ປະຊາຊົນສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ທີ່ມາ: ຂປລ