ໄຟຟ້າຫົງສາ ສະໜັບສະໜູນງານປະເພນີບຸນຊ່ວງເຮືອ ເມືອງເງິນ ປະຈຳປີ 2026 ລວມມູນຄ່າ 96,900,000 ກີບ

ໃນວັນທີ 14 ພະຈິກ 2026 ຜ່ານມານີ້, ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ນຳໂດຍ ທ່ານ ຄະທາຍຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານປະເພນີບຸນຊ່ວງເຮືອ ເມືອງເງິນ ແຂວງໄຊຍະບູລີ ໂດຍມີ ທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງເງິນ ຮ່ວມເປັນປະທານໃນພິທີ, ມີຄະນະການນຳເມືອງ, ໜ່ວຍງານພາກລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ ທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຄວາມສາມັກຄີ.
ງານປະເພນີບຸນຊ່ວງເຮືອ ເປັນໜຶ່ງໃນກິດຈະກຳສຳຄັນທີ່ສະທ້ອນເຖິງວິຖີຊີວິດ ແລະ ວັດທະນະທຳຂອງຊຸມຊົນ ໂດຍຈັດຂຶ້ນເພື່ອອະນຸລັກ ແລະ ສືບສານປະເພນີທ້ອງຖິ່ນ ພ້ອມທັງສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນໃນພື້ນທີ່ ໃຫ້ຮ່ວມກັນຮັກສາຂະນົບທຳນຽມອັນດີງາມໃຫ້ຄົງຢູ່ສືບຕໍ່ໄປ.
ສຳລັບໃນປີນີ້, ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ໄດ້ຮ່ວມສະໜັບສະໜູນເສື້ອສີພາຍໃຫ້ແກ່ 10 ບ້ານ ຄິດເປັນມູນຄ່າ 66,900,000 ກີບ ແລະ ສະໜັບສະໜູນງົບປະມານໃນການຈັດງານອີກ 30,000,000 ກີບ ລວມມູນຄ່າທັງໝົດ 96,900,000 ກີບ ເພື່ອຮ່ວມສົ່ງເສີມກິດຈະກຳທາງວັດທະນະທຳ ແລະ ການມີສ່ວນຮ່ວມຂອງຊຸມຊົນ.
ການສະໜັບສະໜູນງານປະເພນີບຸນຊ່ວງເຮືອ ເມືອງເງິນ ໃນຄັ້ງນີ້ ຖືເປັນສ່ວນໜຶ່ງຂອງແນວທາງການດຳເນີນງານຂອງບໍລິສັດ ທີ່ໃຫ້ຄວາມສຳຄັນກັບການມີສ່ວນຮ່ວມໃນກິດຈະກຳຂອງຊຸມຊົນ ລວມທັງການສົ່ງເສີມຄຸນຄ່າທາງສັງຄົມ ແລະ ວັດທະນະທຳໃນພື້ນທີ່ອ້ອມຂ້າງໂຄງການ. ພ້ອມກັນນີ້, ໃນໂອກາດຄົບຮອບ 10 ປີ ຂອງໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ, ບໍລິສັດ ຍັງຄົງມຸ່ງໝັ້ນເດີນໜ້າສ້າງຄວາມສຳພັນອັນດີກັບຊຸມຊົນ ຜ່ານການສະໜັບສະໜູນກິດຈະກຳທີ່ມີຄວາມສຳຄັນຕໍ່ປະຊາຊົນໃນພື້ນທີ່ ທັງດ້ານການສຶກສາ, ສັງຄົມ, ວັດທະນະທຳ, ຄຸນນະພາບຊີວິດ ແລະ ສິ່ງແວດລ້ອມ ເພື່ອຮ່ວມສ້າງຄຸນຄ່າ ແລະ ເຕີບໃຫຍ່ໄປພ້ອມກັບຊຸມຊົນຢ່າງຕໍ່ເນື່ອງ.