ວາທະກຳກ່ຽວກັບການຕັດສາຍພົວພັນທາງເສດຖະກິດຂອງວໍຊິງຕັນ

ວາທະກຳກ່ຽວກັບການຕັດສາຍພົວພັນທາງເສດຖະກິດຂອງວໍຊິງຕັນ ຈະບໍ່ສາມາດເອົາຊະນະຄວາມດຶງດູດໃຈດ້ານການຮ່ວມມືຈາກນະຄອນເຊິນເຈິ້ນ ໄດ້
.
ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ໃນຊຸມປີຜ່ານມາ, ນະຄອນຫລວງວໍຊິງຕັນ ຂອງອາເມຣິກາ ໄດ້ປະກາດວາທະກຳກ່ຽວກັບ “ການຕັດສາຍພົວພັນທາງເສດຖະກິດ” ກັບຈີນ ແລະ “ຫລຸດຄວາມສ່ຽງ” ຢ່າງຕໍ່ເນື່ອງໂດຍໄດ້ວາງມາດຕະການຈຳກັດເລື້ອຍໆ ເພື່ອຕັດຕ່ອງໂສ້ທາງເສດຖະກິດການຄ້າໂລກ ທີ່ໄດ້ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງດ້ວຍກຳລັງທາງການເມືອງ. ໃນກອງປະຊຸມສຸດຍອດຜູ້ບໍລິຫານທຸລະກິດ ຂອງອົງການຮ່ວມມືເສດຖະກິດພາກພື້ນອາຊີ-ປາຊີຟິກ ຫລື APEC ທີ່ກຳລັງຈັດຂຶ້ນຢູ່ນະຄອນເຊິນເຈິ້ນ ຂອງຈີນ, ຕົວເລກຂໍ້ມູນຊຸດໜຶ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ມີວິສາຫະກິດ 115 ແຫ່ງທີ່ນອນຢູ່ໃນ 500 ອັນດັບສຸດຍອດວິສາຫະກິດລະດັບໂລກ ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມຢູ່ນະຄອນເຊິນເຈິ້ນ, ວິສາຫະກິດອາເມຣິກາ ໄດ້ມີຈຳນວນຫລາຍທີ່ສຸດໃນບັນດາວິສາຫະກິດຕ່າງປະເທດ ແລະ ກວມເອົາເກືອບ 20%. ທ່າມກາງສຽງວົນແຊວກ່ຽວກັບ “ການຕັດສາຍພົວພັນທາງເສດຖະກິດ” ນັ້ນ, ຍ້ອນຫຍັງວິສາຫະກິດສຳຄັນຕ່າງໆຂອງອາເມຣິກາ ຈຶ່ງມຸ່ງໜ້າເຂົ້າຮ່ວມງານມະໂຫລານດ້ານເສດຖະກິດຂອງພາກພື້ນອາຊີ-ປາຊີຟິກ ຄັ້ງນີ້ຢ່າງເປັນເຈົ້າການ?
ເພື່ອເຂົ້າໃຈປາກົດການດັ່ງກ່າວ, ພວກເຮົາບໍ່ພຽງແຕ່ຕ້ອງສຸມໃສ່ຖ້ອຍຄວາມຕ່າງໆຂອງນັກການເມືອງເທົ່ານັ້ນ, ຍິ່ງຄວນຮັບຮູ້ເຖິງການຄັດເລືອກຕົວຈິງຂອງວິສາຫະກິດຂ້າມຊາດບົນພື້ນຖານຜົນປະໂຫຍດໄລຍະຍາວ. ວິສາຫະກິດອາເມຣິກາ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້ມີຫລາຍວິສາຫະກິດໂດດເດັ່ນ ເຊັ່ນ: ບໍລິສັດ APPLE, ບໍລິສັດ MICROSOFT, ບໍລິສັດ AMAZON ເປັນຕົ້ນ ເຊິ່ງເປັນບໍລິສັດຊັ້ນນຳໃນຂົງເຂດປັນຍາປະດິດ, ເຄິ່ງໂຕນຳ, ພະລັງງານ, ການບິນ, ການຂາຍຍ່ອຍ ແລະ ອື່ນໆ. ບໍລິສັດເຫລົ່ານີ້ໄດ້ມາເຕົ້າໂຮມກັນຢູ່ນະຄອນເຊິນເຈິ້ນ ຂອງຈີນ ເປັນການຄັດເລືອກຢ່າງພາວະວິໄສຕໍ່ສະພາບອຸດສາຫະກຳ ແລະ ກົດເກນຂອງຕະຫລາດທົ່ວໂລກ.
ຫລັງຈາກຜ່ານການພັດທະນາມາເປັນເວລາຫລາຍສິບປີ, ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງຈີນ ແລະ ອາເມຣິກາ ໄດ້ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ. ການພັດທະນາຂອງບໍລິສັດ APPLE ຈະບໍ່ສາມາດຕັດແຍກອອກຈາກຕ່ອງໂສ້ອຸດສາຫະກຳການຜະລິດທີ່ສົມບູນຂອງຈີນ ໄດ້, ຄວາມສາມາດໃນການຜະລິດຂອງໂຮງງານຂະໜາດໃຫຍ່ພິເສດຢູ່ນະຄອນຊຽງໄຮ້ ຂອງບໍລິສັດ TESLA ໄດ້ກວມເອົາເຄິ່ງໜຶ່ງຂອງກຳລັງການຜະລິດຂອງບໍລິສັດດັ່ງກ່າວໃນຂອບເຂດທົ່ວໂລກ, ການປະດິດສ້າງໃໝ່ດ້ານປັນຍາປະດິດຂອງບໍລິສັດວິທະຍາສາດເຕັກໂນໂລຊີລາຍໃຫຍ່ຂອງອາເມຣິກາ ຈະຂາດສະພາບການປະຍຸກໃຊ້ ແລະ ຕະຫລາດອັນມະຫາສານຂອງຈີນ ບໍ່ໄດ້. ນອກນີ້, ຈີນ ຍັງເປັນຕະຫລາດຂະໜາດໃຫຍ່ພິເສດທີ່ສຸດຂອງໂລກ ຄື: ເປັນຕະຫລາດທີ່ມີການເຕີບໂຕແຂງແຮງ, ມີຄວາມຕ້ອງການຫລາກຫລາຍ ແລະ ຍົກລະດັບສູງຂຶ້ນເລື້ອຍໆ. ກຸ່ມຜູ້ບໍລິໂພກຈຳນວນມະຫາສານ ແລະ ກຸ່ມຄົນທີ່ມີລາຍຮັບປານກາງເພີ່ມຂຶ້ນເລື້ອຍໆ ໄດ້ຊຸກຍູ້ໃຫ້ມີຄວາມຕ້ອງການໃໝ່ ແລະ ຊ່ອງທາງການແຂ່ງຂັນໃໝ່. ເວົ້າສຳລັບບໍລິສັດຂ້າມຊາດລາຍໃຫຍ່ຈຳນວນຫລວງຫລາຍແລ້ວ, ຕະຫລາດຈີນ ບໍ່ໄດ້ເປັນພຽງທາງເລືອກທີ່ຕ້ອງເລືອກອີກຕໍ່ໄປ ແຕ່ເປັນທາງເລືອກທີ່ສຳຄັນທີ່ກຳນົດປະສິດທິພາບທົ່ວໂລກ ແລະ ອຳນວຍຄວາມສະດວກໃຫ້ແກ່ການປະຕິບັດການປະດິດສ້າງໃໝ່ຂອງບໍລິສັດຕົນ. ເຈົ້າໜ້າທີ່ ວິສາຫະກິດຫລາຍແຫ່ງຍອມຮັບວ່າ: ຖ້າປະຖິ້ມຕະຫລາດຈີນ ໝາຍຄວາມວ່າຈະຖອນຕົວອອກຈາກຕະຫລາດທີ່ມີການເຕີບໂຕສຳຄັນທີ່ສຸດໃນທົ່ວໂລກ. ນັກການເມືອງສາມາດເສກສັນປັ້ນແຕ່ງເລື່ອງລາວຕ່າງໆເພື່ອສ້າງບັນຍາກາດການເປັນປໍລະປັກກັນ ແລະ ປະຕິບັດການຈຳກັດທາງບໍລິຫານ, ແຕ່ຈະບໍ່ສາມາດປ່ຽນແປງກົດເກນພື້ນຖານແຫ່ງການດຳເນີນງານຂອງອຸດສາຫະກຳໄດ້ຢ່າງງ່າຍດາຍ. ໃນເວທີການເມືອງຂອງນະຄອນຫລວງວໍຊິງຕັນ, ສາມາດປັ່ນກະແສ “ການຕັດສາຍພົວພັນທາງເສດຖະກິດ” ເລື້ອຍໆ, ແຕ່ໃນແຜນພັດທະນາຂອງວິສາຫະກິດຕ່າງໆລະດັບໂລກ ຈະບໍ່ສາມາດຕັດສາຍພົວພັນທາງເສດຖະກິດໄດ້ຢ່າງແທ້ຈິງ ເພາະການແຍກຕົວນັ້ນ ໝາຍເຖິງການບໍ່ມີອະນາຄົດ.
ກອງປະຊຸມສຸດຍອດຜູ້ບໍລິຫານທຸລະກິດ APEC ເປັນເວທີສຳຄັນໃຫ້ແກ່ບັນດາກຸ່ມເສດຖະກິດໃນອາຊີ-ປາຊີຟິກ ປຶກສາຫາລືກ່ຽວກັບລະບຽບການທາງເສດຖະກິດການຄ້າ ແລະ ເຊື່ອມຕໍ່ການຮ່ວມມືດ້ານອຸດສາຫະກຳ. ກອງປະຊຸມສຸດຍອດຄັ້ງນີ້ຈະເຜີຍແຜ່ “ຂໍ້ລິເລີ່ມເຊິນເຈິ້ນ” ເພື່ອເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນໃຫ້ແກ່ການຮ່ວມມືທີ່ຍືນຍົງໃນພາກພື້ນ. ວິສາຫະກິດອາເມຣິກາ ມາເຕົ້າໂຮມກັນຢູ່ເຊິນເຈິ້ນ ເປັນຈຳນວນຫລວງຫລາຍ ສະແດງໃຫ້ເຫັນອີກຄັ້ງໜຶ່ງວ່າ: ຈີນ ບໍ່ແມ່ນປັດໄຈການປ່ຽນແປງທີ່ສາມາດລຶບອອກຈາກຕ່ອງໂສ້ອຸດສາຫະກຳທົ່ວໂລກໄດ້ຕາມລຳພັງໃຈ, ຫາກແມ່ນເສົາຄ້ຳສຳຄັນໃນການຊຸກຍູ້ຄວາມໝັ້ນຄົງດ້ານຕ່ອງໂສ້ການສະໜອງ ແລະ ການເຕີບໂຕຂອງເສດຖະກິດພາກພື້ນອາຊີ-ປາຊີຟິກ. ການທີ່ວິສາຫະກິດອາເມຣິກາ ເດີນທາງມາເຂົ້າຮ່ວມກອງປະຊຸມ APEC ທີ່ຈັດຂຶ້ນຢູ່ນະຄອນເຊິນເຈິ້ນ ຂອງຈີນ ຫລາຍຂຶ້ນເປັນການສົ່ງສັນຍານທີ່ຈະແຈ້ງອອກມາ ຄື: ການຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຈິ່ງແມ່ນຄວາມປາຖະໜາຮ່ວມຂອງພາກພື້ນອາຊີ-ປາຊີຟິກ, ທຸກຄວາມພະຍາຍາມ ທີ່ຫັນການຕັດຕ່ອງໂສ້ອຸດສາຫະກຳຢ່າງດື້ດຶງ ລ້ວນແຕ່ຈະບໍ່ສາມາດເອົາຊະນະພະລັງຂອງກົນໄກຕະຫລາດໄດ້.