ຄະນະນຳແຂວງບໍ່ແກ້ວ ລົງກວດກາໂຄງການກໍ່ສ້າງພຣະພຸດທະປາຣະມີສີບໍ່ແກ້ວ

ໃນຕອນບ່າຍຂອງວັນທີ 18 ພະຈິກ 2026 ນິ້, ຄະນະນຳແຂວງບໍ່ແກ້ວ ນຳໂດຍ ທ່ານ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ, ພຣະອາຈານ ວັດຊະຣະ ຂັດຕິຍະ ປະທານອົງການພຸດທະສາສະໜາສຳພັນລາວ.ພ້ອມຄະນະການນໍາຂອງແຂວງແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວກວດກາຄືນສະພາບຕົວຈິງຂອງໂຄງການກໍ່ສ້າງ “ພຣະພຸດທະປາຣະມີສີບໍ່ແກ້ວ”
ການລົງເຄື່ອນໄຫວໃນຄັ້ງນີ້, ໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າ, ສະພາບການຈັດຕັ້ງປະຕິບັດວຽກງານຜ່ານມາ, ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນຂະບວນການຈະກໍ່ສ້າງ. ຈາກນັ້ນ, ໄດ້ມາກວດກາພື້ນທີ່ຕົວຈິງ ເພື່ອເປັນບ່ອນອີງໃນການປຶກສາຫາລື, ວາງແຜນງານ ແລະ ກຳນົດທິດທາງຂັ້ນຕອນຕໍ່ໄປ ໃຫ້ສອດຄ່ອງຕາມມາດຕະຖານທາງດ້ານວິຊາການ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.
ໂຄງການກໍ່ສ້າງພຣະພຸດທະປາຣະມີສີບໍ່ແກ້ວຖືເປັນ ຫນຶ່ງໃນໂຄງການທີ່ມີຄວາມໝາຍຄວາມສຳຄັນທາງດ້ານຈິດໃຈ, ສາສະໜາ ແລະ ການທ່ອງທ່ຽວທາງວັດທະນະທຳຂອງປະຊາຊົນບັນດາເຜົ່າໃນແຂວງບໍ່ແກ້ວ. ດັ່ງນັ້ນ, ຜ່ານການລົງກວດກາຕົວຈິງໃນຄັ້ງນີ້, ທາງການນຳແຂວງຈຶ່ງໄດ້ເນັ້ນໜັກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຍົກສູງຄວາມຮັບຜິດຊອບ, ປະສານສົມທົບກັນຢ່າງກົມກຽວ ເພື່ອສືບຕໍ່ປັບປຸງແຜນການກໍ່ສ້າງໃຫ້ລະອຽດຈະແຈ້ງ, ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ດຳເນີນໄປດ້ວຍຄວາມສະດວກ, ຖືກຕ້ອງຕາມຫຼັກການ ແລະ ສາມາດຍູ້ດັນໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ໃນຕໍ່ຫນ້ານີ້.