ຄໍາມ່ວນ ເກັບກ່ຽວຜົນຜະລິດພືດສໍາຮອງລະດູຝົນໄດ້ແລ້ວ 272,696 ໂຕນ

ໃນລະດູການຜະລິດພືດລະດູຝົນປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 13,412 ເຮັກຕາ,ຄາດຄະເນຜົນຜະລິດ 197,785 ໂຕນ . ໃນນັ້ນແຜນການປູກພືດເພື່ອເປັນສະບຽງອາຫານ 2,648 ເຮັກຕາ , ຄາດຄະເນຜົນຜະລິດ 16,834 ໂຕນ ; ແຜນການປູກພືດເພື່ອເປັນສິນຄ້າ 10,764 ເຮັກຕາ , ຄາດຄະເນຜົນຜະລິດ 180,951 ໂຕນ .
ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດປູກໄດ້ 18,821 ເຮັກຕາ , ເສຍຫາຍຈາກນໍ້າຖ້ວມ 2,291 ເຮັກຕາ , ເນື້ອທີ່ຍັງເຫຼືອ 16,530 ເຮັກຕາ , ສະມັດຕະພາບລວມ 16.50 ໂຕນ , ຜົນຜະລິດ 272,696 ໂຕນ. ໃນນັ້ນພືດເປັນສະບຽງອາຫານປູກໄດ້ 2,817 ເຮັກຕາ , ເສຍຫາຍຈາກນໍ້າຖ້ວມ 715 ເຮັກຕາ , ເນື້ອທີ່ຍັງເຫຼືອ 2,102 ເຮັກຕາ , ສະມັດຕະພາບລວມ 6.49 ໂຕນ , ຜົນຜະລິດ 13,651 ໂຕນ , ພືດທີ່ເປັນສິນຄ້າປູກໄດ້ 16,004 ເຮັກຕາ , ເສຍຫາຍຈາກນໍ້າຖ້ວມ 1,575 ເຮັກຕາ , ເນື້ອທີ່ຍັງເຫຼືອ 14,429 ເຮັກຕາ , ສະມັດຕະພາບລວມ 17.95 ໂຕນ , ຜົນຜະລິດ 259,045 ໂຕນ . ສ່ວນເມືອງທີ່ມີເນື້ອທີ່ແຜນການປູກ ( ພືດລວມ ) ຫຼາຍປະກອບມີ 05 ເມືອງຄື : ຍົມມະລາດ, ຄູນຄໍາ,ນາກາຍ, ເຊບັ້ງໄຟ ແລະ ທ່າແຂກ. ມາຮແດປະຈຸບັນການເກັບກ່ຽວຜົນຜະລິດພືດສໍາຮອງລະດູຝົນ ( ພືດລວມ ) ໃນທົ່ວແຂວງແມ່ນສໍາເລັດ 100 %.