ເມືອງໂຂງ ເປີດງານຕະຫຼາດນັດກາງຄືນ ສືບສານສິລະປະໝໍລຳສີພັນດອນ

ຄ່ຳຄືນວັນທີ 17 ພະຈິກ 2026 ທີ່ຕະຫຼາດບ້ານເມືອງແສນ ຕາແສງດອນໂຂງ ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີເປີດງານຕະຫຼາດນັດກາງຄືນ ຕິດພັນກັບການປະກວດໝໍລຳສີພັນດອນ ແລະ ການສະແດງສິລະປະວັດທະນະທຳ ພາຍໃຕ້ຄຳຂວັນ “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດພິທີໂດຍ ທ່ານ ສາທິດ ປັດສາພັນ ເລຂາຄະນະບໍລິຫານງານພັກເມືອງໂຂງ, ມີປະທານ-ຮອງປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍຄະນະນຳຂອງເມືອງ, ອຳນາດການປົກຄອງຕາແສງດອນໂຂງ, ອຳນາດການປົກຄອງບ້ານເມືອງແສນ, ພາກສ່ວນທຸລະກິດ, ຄູ-ອາຈານ, ນັກຮຽນ, ນັກສິລະປິນ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງໂຂງ ໄດ້ຂຶ້ນລາຍງານກ່ຽວກັບການກະກຽມຄວາມພ້ອມໃນການຈັດງານຄັ້ງນີ້ ໂດຍຍົກໃຫ້ເຫັນວ່າ: ບ້ານເມືອງແສນ ເປັນບ້ານທີ່ຕັ້ງຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງດອນໂຂງ ທ່າມກາງທຳມະຊາດຂອງສີ່ພັນດອນ ທີ່ມີວິຖີຊີວິດຜູກພັນກັບແມ່ນ້ຳຂອງ ແລະ ຮັກສາຮີດຄອງປະເພນີອັນດີງາມໄວ້ໄດ້ຢ່າງໜຽວແໜ້ນ. ການຈັດງານຕະຫຼາດນັດກາງຄືນໃນຄັ້ງນີ້ ຈຶ່ງບໍ່ແມ່ນພຽງແຕ່ບ່ອນຈຳໜ່າຍສິນຄ້າເທົ່ານັ້ນ ແຕ່ຍັງເປັນຕະຫຼາດວັດທະນະທຳຍາມຄ່ຳຄືນ ທີ່ລວມເອົາຜົນຜະລິດກະສິກຳ, ອາຫານພື້ນເມືອງ, ສິນຄ້າຊຸມຊົນ ແລະ ສິນຄ້າໂອດອບ (ODOP) ມາວາງສະແດງ ແລະ ຈຳໜ່າຍ. ພ້ອມກັນນັ້ນ, ຍັງເປັນການສ້າງຈຸດດຶງດູດດ້ານການທ່ອງທ່ຽວ, ສ້າງອາຊີບ-ລາຍຮັບໃຫ້ປະຊາຊົນ ແລະ ຕໍ່ຍອດໄປສູ່ການສ້າງເປັນຕະຫຼາດກາງຄືນ ຫຼື ຖະໜົນຄົນຍ່າງບ້ານເມືອງແສນໃນອະນາຄົດ. ທີ່ສຳຄັນ ແມ່ນເພື່ອປົກປັກຮັກສາ ແລະ ເຜີຍແຜ່ສິລະປະຂັບລຳສີພັນດອນ ແລະ ຂັບໂສມ ທີ່ເປັນມໍລະດົກວັດທະນະທຳອັນລ້ຳຄ່າຂອງຊາວເມືອງໂຂງ ໃຫ້ສືບທອດສູ່ຄົນຮຸ່ນໃໝ່ຢ່າງຍືນຍົງ.
ງານບຸນຕະຫຼາດນັດກາງຄືນຄັ້ງນີ້ ຈັດຂຶ້ນພາຍໃຕ້ການຮ່ວມມືລະຫວ່າງອຳນາດການປົກຄອງເມືອງໂຂງ, ຕາແສງດອນໂຂງ, ບ້ານເມືອງແສນ ແລະ ໄດ້ຮັບການສະໜັບສະໜູນຫຼັກຈາກ ທ່ານ ໄພບູນ ສີສະແຫວງ ຜູ້ອຳນວຍການວິສາຫະກິດສ່ວນບຸກຄົນຕະຫຼາດນັດບູນຈະເລີນ. ງານດັ່ງກ່າວຈະດຳເນີນໄປເປັນເວລາ 4 ວັນ ແຕ່ວັນທີ 17 ຫາ 20 ພະຈິກ 2026 ເຊິ່ງປະກອບມີຫຼາກຫຼາຍກິດຈະກຳທີ່ໜ້າສົນໃຈ ເປັນຕົ້ນແມ່ນ: ການປະກວດໝໍລຳສີພັນດອນຈາກບັນດາໂຮງຮຽນມັດທະຍົມສົມບູນ (ມ.ສ) ທົ່ວເມືອງໂຂງ (ຊິງຊະນະເລີດໃນຄືນວັນທີ 19 ພະຈິກ), ການສະແດງສິລະປະວັນນະຄະດີຈາກສະມາຄົມໝໍລຳສີພັນດອນ ແລະ ນັກຮຽນ, ການວາງສະແດງ-ຈຳໜ່າຍສິນຄ້າທ້ອງຖິ່ນ ລວມທັງການຄົບງັນມ່ວນຊື່ນດ້ວຍວົງດົນຕີໃນຄືນສຸດທ້າຍ.
ຂ່າວ: ພູດທະສິນ ວົງວິໄລທອງ