ປູກໝາກແຕງ 2 ເຮັກຕາ ສ້າງລາຍຮັບ 50-60 ລ້ານກີບ/ເດືອນ

ໃນວັນທີ 20 ພະຈິກ 2026 ຜ່ານມານີ້, ທ່ານ ພົງຄຳຮັກ ບຸດທະວົງ ເລຂາພັກນະຄອນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນ ແຂວງສະຫວັນນະເຂດ (ສສຂ) ປະຈຳເຂດເລືອກຕັ້ງນະຄອນ ໄກສອນ ພົມວິຫານ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການປູກໝາກແຕງເປັນສິນຄ້າຂອງປະຊາຊົນ ຢູ່ບ້ານຊອກ ຕາແສງດົງຄຳຫຼວງ ນະຄອນ ໄກສອນ ພົມວິຫານ ເພື່ອຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມແນວທາງນະໂຍບາຍຂອງພັກ-ລັດ ໂດຍມີຄະນະປົກຄອງຕາແສງດົງຄຳຫຼວງ, ອົງການປົກຄອງບ້ານຊອກ ແລະ ທ່ານ ປັນຍາ ເຈົ້າຂອງສວນໝາກແຕງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ສວນປູກໝາກແຕງດັ່ງກ່າວ ຕັ້ງຢູ່ບ້ານຊອກ ມີເນື້ອທີ່ປູກທັງໝົດ 2 ເຮັກຕາ. ເຖິງແມ່ນວ່າເງື່ອນໄຂພື້ນທີ່ຍັງບໍ່ມີຄອງຊົນລະປະທານ ແລະ ອາໄສນ້ຳສ້າງບາດານເປັນຫຼັກ, ແຕ່ເຈົ້າຂອງສວນກໍໄດ້ສືບຕໍ່ປູກເປັນປະຈຳທຸກປີ. ປັດຈຸບັນ ພວມຢູ່ໃນໄລຍະເກັບກ່ຽວຜົນຜະລິດ ຊຶ່ງໃຫ້ຜົນຜະລິດດີພໍສົມຄວນ; ຜົນຜະລິດທີ່ເກັບກ່ຽວໄດ້ ແມ່ນຈຳໜ່າຍຢູ່ພາຍໃນນະຄອນ ໄກສອນ ພົມວິຫານ, ສົ່ງໄປຂາຍເມືອງໃກ້ຄຽງ ແລະ ມີພໍ່ຄ້າ-ແມ່ຄ້າມາຮັບຊື້ເຖິງສວນ ເຮັດໃຫ້ສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ປະມານ 50-60 ລ້ານກີບຕໍ່ເດືອນ.
ໂອກາດນີ້, ທ່ານ ພົງຄຳຮັກ ບຸດທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມດຸໝັ່ນ ແລະ ຫົວຄິດປະດິດສ້າງຂອງເຈົ້າຂອງສວນ ພ້ອມທັງຊຸກຍູ້ໃຫ້ຂະຫຍາຍການປູກພືດ ແລະ ການລ້ຽງສັດ ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອເພີ່ມລາຍຮັບໃຫ້ຄອບຄົວ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.