ເຊີນທ່ຽວງານບຸນມະໂຫລານກາເຟລາວ ແລະສິນຄ້າກະສິກຳ ພູພຽງບໍລະເວນ ລະຫວ່າງວັນທີ 25-29 ພະຈິກ ທີ່ນະຄອນປາກເຊ

ແຂວງຈຳປາສັກກຽມຈັດງານມະໂຫລານກາເຟລາວ ແລະ ຜະລິດຕະພັນກະສິກຳເຂດພູພຽງບໍລະເວນ ປະຈຳປີ 2026 ໃນລະຫວ່າງວັນທີ 25-29 ພະຈິກ 2026 ທີ່ໂຮງແຮມເອຣາວັນ ຣີເວີໄຊ ນະຄອນປາກເຊ ແຂວງຈຳປາສັກ ເພື່ອເຜີຍແຜ່ຊື່ສຽງ ແລະ ຄຸນນະພາບຂອງກາເຟລາວ ພ້ອມທັງຍົກລະດັບມູນຄ່າຜະລິດຕະພັນກະສິກຳ ໃຫ້ສາມາດແຂ່ງຂັນໃນຕະຫຼາດສາກົນ.
ທ່ານ ແສງຈັນ ຄຳມູນທາ ຮອງປະທານສະມາຄົມກາເຟລາວ ໃຫ້ຮູ້ວ່າ: ກາເຟລາວ ໂດຍສະເພາະກາເຟຈາກເຂດພູພຽງບໍລະເວນ ແຂວງຈຳປາສັກ ແລະ ແຂວງໃກ້ຄຽງ ເປັນພືດເສດຖະກິດສຳຄັນ ທີ່ມີຄຸນນະພາບ ລົດຊາດ ແລະ ເອກະລັກສະເພາະ ເປັນທີ່ຮູ້ຈັກທັງພາຍໃນ ແລະ ຕ່າງປະເທດ. ງານມະໂຫລານຄັ້ງນີ້ຈຶ່ງເປັນເວທີສຳຄັນໃນການເຊື່ອມໂຍງຊາວກະສິກອນ ຜູ້ຜະລິດ ຜູ້ປະກອບການ ນັກລົງທຶນ ແລະ ຜູ້ຈຳໜ່າຍ ເພື່ອຂະຫຍາຍຕະຫຼາດ ເພີ່ມໂອກາດທາງການຄ້າ ແລະ ການສົ່ງອອກ.
ສຳລັບກິດຈະກຳພາຍໃນງານ ຈະມີການວາງສະແດງ ແລະ ຈຳໜ່າຍກາເຟລາວ ຜະລິດຕະພັນກະສິກຳ ແລະ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ພ້ອມການສາທິດຂະບວນການຂົ້ວກາເຟ ການຊົງກາເຟ ແລະ ການຊີມລົດຊາດກາເຟ. ນອກນີ້ ຍັງມີການແຂ່ງຂັນທັກສະຂອງນັກຊົງກາເຟ ເພື່ອຊິງລາງວັນລວມມູນຄ່າ 20 ລ້ານກີບ.
ສ່ວນກິດຈະກຳດ້ານສິລະປະ ແລະ ວັດທະນະທຳ ຈະມີການແຂ່ງຂັນການສະແດງສິລະປະ ຊິງລາງວັນມູນຄ່າ 17 ລ້ານກີບ ແລະ ການປະກວດຮ້ອງເພງ ຊິງລາງວັນມູນຄ່າ 15 ລ້ານກີບ ເພື່ອສ້າງສີສັນ ແລະ ບັນຍາກາດໃຫ້ງານມີຄວາມຄຶກຄື້ນ ພ້ອມທັງສົ່ງເສີມສິລະປະວັດທະນະທຳທ້ອງຖິ່ນ.
ການຈັດງານຄັ້ງນີ້ຄາດວ່າຈະຊ່ວຍເສີມສ້າງຊື່ສຽງກາເຟລາວ ເພີ່ມມູນຄ່າຜະລິດຕະພັນກະສິກຳ ຂະຫຍາຍຕະຫຼາດຈຳໜ່າຍ ແລະ ສ້າງໂອກາດທາງທຸລະກິດ ພ້ອມທັງເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ ແລະ ປະຊາຊົນໃນທ້ອງຖິ່ນ ພ້ອມຜັກດັນໃຫ້ແຂວງຈຳປາສັກກາຍເປັນຈຸດໝາຍສຳຄັນດ້ານການທ່ອງທ່ຽວກະສິກຳກາເຟຂອງລາວ.
ຄຳຂວັນ: “ກາເຟລາວ ມີຄຸນນະພາບ ມີເອກະລັກ ສ້າງມູນຄ່າ ນຳພາເສດຖະກິດລາວ”
ທີ່ມາ: ຫນັງສືພິມຈໍາປາໃຫມ່