ບໍລິສັດແພງພອນ ຈົກທຶນຕົນເອງ ສ້າງທາງເບຕົງ ນວ ເພື່ອຊ່ວຍພັດທະນາເສດຖະກິດ

ຍ້ອນເຫັນໄດ້ເຖິງການພັດທະນາເສດຖະກິດສັງຄົມຂອງປະເທດຊາດ ກໍຄືຂອງນະຄອນຫຼວງວຽງຈັນ ບໍລິສັດ ແພງພອນກໍ່ສ້າງຂົວທາງ ແລະຊົນລະປະທານ ຈຳກັດຜູ້ດຽວ ຈຶ່ງໄດ້ຕັດສິນຈົກທຶນຮອນຂອງຕົນເອງໃນການສ້າງເສັ້ນທາງເບຕົງເສີມເຫຼັກ ມີມູນຄ່າສູງເຖິງ 400ຕື້ກວ່າກີບ ຊຶ່ງເປັນໂຄງການລົງທຶນກ່ອນແລ້ວຂຶ້ນແຜນເກັບຄືນນຳລັດຖະບານຕາມຫນ້າວຽກທີ່ສຳເລັດ.
ພາຍຫລັງທີ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບບໍລິສັດ ແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ໄດ້ຈັດພິທີເປີດ 2 ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ເມືອງນາຊາຍທອງ ແລະ ເມືອງໄຊທານີ ນວ ດ້ວຍມູນຄ່າລົງທຶນລວມ 400,765,976,860 ກີບ ໄລຍະການກໍ່ສ້າງແມ່ນ5ປີ ກໍ່ໄດ້ມີກະແສຂ່າວ ຈາກສັງຄົມຈຳນວນຫນຶ່ງ ຕິວ່າຄືໃຊ້ເວລາດົນແທ້ ທັງທີ່ມີເງິນລັດຖະບານສົມທົບມາໃຫ້ແລ້ວນັ້ນແມ່ນບໍ່ມີຄວາມເປັນຈິງ ຕາມທີ່ສັງຄົມເຂົ້າໃຈ ປະຈຸບັນແມ່ນເປັນທຶນຂອງບໍລິສັດລົງທຶນກ່ອນ ບໍ່ວ່າຈະເປັນການສຳຫລວດ, ການຖົມດິນ, ຊື້ເຫລັກ ແລະອື່ນໆ ເປັນມູນຄ່າ100ຕື້ກວ່າກີບແລ້ວ, ສ່ວນເງິນທີ່ຈະໄດ້ຄືນຈາກລັດຖະບານນັ້ນຕ້ອງໄດ້ປະຕິບັດໂຄງການໃຫ້ສຳເລັດຕາມຄາດຫມາຍ.
ທ່ານ ນາງ ແພງພອນ ຂັນທະຍົງທອງ ປະທານບໍລິສັດ ແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວໃຫ້ຮູ້ວ່າ: ໂຄງການນີ້ ເປັນໂຄງການທີ່ໄດ້ຮັບໂກ້ຕາພະນັກງານເສຍອົງຄະ ເພື່ອມາພັດທະນາປະເທດຊາດ ແລະຍ້ອນຄວາມຕັດສິນໃຈສູງຂອງບໍລິສັດທີ່ເສຍສະຫຼະເພື່ອປະເທດຊາດ,ເພື່ອພັດທະນາເສດຖະກິດ-ສັງຄົມ ແລະເພື່ອຊີວິດການເປັນຢູ່ຂອງປະຊາຊົນ ດັ່ງນັ້ນ ທາງບໍລິສັດຈຶ່ງລົງທຶນກ່ອນ ທັງຫມົດໃນການສ້າງເສັ້ນທາງດັ່ງກ່າວ ສ່ວນທຶນຂອງລັດແມ່ນຍັງບໍ່ທັນສະຫນອງທຶນໃຫ້ ແຕ່ເມື່ອສ້າງສຳເລັດຈຶ່ງຄ່ອຍຂຶ້ນແຜນເກັບຄືນນຳລັດຖະບານ, ຊຶ່ງໄດ້ລົງທຶນສຳຫຼວດມາແລ້ວຫຼາຍປີ ມີມູນຄ່າຫຼາຍຕຶ້ກີບ ບໍ່ວ່າຈະເປັນການສຳຫລວດແລວທາງ, ໄກ່ເກ່ຍສິ່ງກີດຂວາງຕ່າງໆ ແລະຫນ້າວຽກອື່ນໆ .
ແນວໃດກໍດີ ຢາກໃຫ້ສັງຄົມເຂົ້າໃຈນຳກັນວ່າທຸກໆການພັດທະນາຍ່ອມມີຄວາມຍາກງ່າຍທີ່ແຕກຕ່າງກັນ ສະນັ້ນໃນນາມຜູ້ພັດທະນາທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານໃຫ້ຮັບເຫມົາໂຄງການດັ່ງກ່າວ ກໍ່ຈະເອົາໃຈໃສ່ດຳເນີນການກໍ່ສ້າງໃຫ້ສຳເລັດຕາມກຳນົດເວລາ ໂດຍເນັ້ນຄຸນນະພາບຂອງວັດສະດຸ ແລະ ເຕັກນິກການກໍ່ສ້າງໃຫ້ໄດ້ຕາມມາດຕະຖານ ເພື່ອຮັບປະກັນຄວາມໝັ້ນຄົງ ແລະ ທົນທານຂອງເສັ້ນທາງໃນໄລຍະຍາວ.
ສຳລັບໂຄງການທຳອິດ ແມ່ນການກໍ່ສ້າງເສັ້ນທາງແຕ່ທາງຫຼວງແຫ່ງຊາດເລກ 13 ເໜືອ ບ້ານດົງຫຼວງ ຫາ ບ້ານດົງຊຽງດີ ເມືອງນາຊາຍທອງ ແລະ ເສັ້ນທາງຕານມີໄຊ ຫາ ສີເກີດ ບ້ານໜອງພະຍາ ເມືອງໄຊທານີ ມີລວງຍາວລວມ 9.48 ກິໂລແມັດ, ໜ້າທາງກວ້າງ 12 ແມັດ ມູນຄ່າ 280,852,547,980 ກີບ.
ສ່ວນໂຄງການທີ 2 ແມ່ນການກໍ່ສ້າງເສັ້ນທາງແຕ່ບ້ານດົງຫຼວງ ຫາ ບ້ານນາຊາຍເໜືອ ແລະ ບ້ານດົງຊຽງດີ ເມືອງນາຊາຍທອງ ມີລວງຍາວ 4.84 ກິໂລແມັດ, ໜ້າທາງກວ້າງ 7-12 ແມັດ ມູນຄ່າ 119,913,428,880 ກີບ.
ໂດຍໜ້າວຽກກໍ່ສ້າງປະກອບມີ ການກໍ່ສ້າງຮ່ອງລະບາຍນ້ຳຂ້າງທາງ ແລະ ທໍ່ລອດທາງ, ປັບປຸງຊັ້ນໂຄງສ້າງທາງ, ປູໜ້າທາງດ້ວຍເບຕົງເສີມເຫຼັກໜາ 23 ຊັງຕີແມັດ, ຕິດຕັ້ງລະບົບໄຟເຍືອງທາງ ແລະ ແຕ້ມເສັ້ນຈະລາຈອນ ຕາມແບບການອອກແບບ, ໂຄງການມີກຳນົດໄລຍະເວລາກໍ່ສ້າງ 60 ເດືອນ ຫຼື 5 ປີ ນັບແຕ່ວັນເຊັນສັນຍາເປັນຕົ້ນໄປ. ປັດຈຸບັນ ບໍລິສັດຜູ້ຮັບເໝົາໄດ້ເລີ່ມວຽກກະກຽມ, ວັດແທກ ແລະ ປັກຫຼັກໝາຍຂອບເຂດກໍ່ສ້າງ ພ້ອມທັງສຳຫຼວດສິ່ງກີດຂວາງຕາມແລວທາງ ເພື່ອປະສານງານໄກ່ເກ່ຍ ແລະ ຍົກຍ້າຍອອກ ອຳນວຍຄວາມສະດວກໃຫ້ການກໍ່ສ້າງດຳເນີນໄປຕາມແຜນ ແລະ ໄດ້ມາດຕະຖານເຕັກນິກ.
ການກໍ່ສ້າງເສັ້ນທາງທັງ 2 ໂຄງການນີ້ ຈະຊ່ວຍຍົກລະດັບພື້ນຖານໂຄງລ່າງ, ເພີ່ມຄວາມສະດວກໃນການເດີນທາງ ແລະ ຂົນສົ່ງສິນຄ້າຂອງປະຊາຊົນ ພ້ອມທັງຊ່ວຍເຊື່ອມໂຍງການຄ້າຂາຍລະຫວ່າງບ້ານ ແລະ ເມືອງ ໃຫ້ມີຄວາມຄ່ອງຕົວຫຼາຍຂຶ້ນ.