ປູກແຕງ ສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ 60 ລ້ານກີບຕໍ່ເດືອນ

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ທ່ານ ພົງຄຳຮັກ ບຸດທະວົງ ເລຂາພັກນະຄອນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນ ແຂວງສະຫວັນນະເຂດ (ສສຂ) ປະຈຳເຂດເລືອກຕັ້ງນະຄອນ ໄກສອນ ພົມວິຫານ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການປູກໝາກແຕງເປັນສິນຄ້າຂອງປະຊາຊົນ ຢູ່ບ້ານຊອກ ຕາແສງດົງຄຳຫລວງ ນະຄອນ ໄກສອນ ພົມວິຫານ ເພື່ອຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມແນວທາງນະໂຍບາຍຂອງພັກ-ລັດ ໃນວັນທີ 20 ພະຈິກ 2026 ຜ່ານມານີ້ ໂດຍມີຄະນະປົກຄອງຕາແສງດົງຄຳຫລວງ, ອົງການປົກຄອງບ້ານຊອກ ແລະ ທ່ານ ປັນຍາ ເຈົ້າຂອງສວນໝາກແຕງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ສວນປູກໝາກແຕງດັ່ງກ່າວ ຕັ້ງຢູ່ບ້ານຊອກ ມີເນື້ອທີ່ປູກທັງໝົດ 2 ເຮັກຕາ. ເຖິງແມ່ນວ່າເງື່ອນໄຂພື້ນທີ່ຍັງບໍ່ມີຄອງຊົນລະປະທານ ແລະ ອາໄສນ້ຳສ້າງບາດານເປັນຫລັກ, ແຕ່ເຈົ້າຂອງສວນກໍໄດ້ສືບຕໍ່ປູກເປັນປະຈຳທຸກປີ. ປັດຈຸບັນ ພວມຢູ່ໃນໄລຍະເກັບກ່ຽວຜົນຜະລິດ ຊຶ່ງໃຫ້ຜົນຜະລິດດີພໍສົມຄວນ; ຜົນຜະລິດທີ່ເກັບກ່ຽວໄດ້ ແມ່ນຈຳໜ່າຍຢູ່ພາຍໃນນະຄອນ ໄກສອນ ພົມວິຫານ, ສົ່ງໄປຂາຍເມືອງໃກ້ຄຽງ ແລະ ມີພໍ່ຄ້າ-ແມ່ຄ້າມາຮັບຊື້ເຖິງສວນ ເຮັດໃຫ້ສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ປະມານ 50-60 ລ້ານກີບຕໍ່ເດືອນ.
ໂອກາດນີ້, ທ່ານ ພົງຄຳຮັກ ບຸດທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມດຸໝັ່ນ ແລະ ຫົວຄິດປະດິດສ້າງຂອງເຈົ້າຂອງສວນ ພ້ອມທັງຊຸກຍູ້ໃຫ້ຂະຫຍາຍການປູກພືດ ແລະ ການລ້ຽງສັດ ໃຫ້ຫລາຍຂຶ້ນກວ່າເກົ່າ ເພື່ອເພີ່ມລາຍຮັບໃຫ້ຄອບຄົວ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.